ຂປລ
ເມື່ອບໍ່ດົນມານີ້, ກົມຊັບພະຍາກອນນ້ຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມປຶກສາຫາລື ກ່ຽວກັບການສ້າງບົດລາຍງານສະພາບລວມອ່າງຮັບນ້ຳ (State of the Basin Report) ໂດຍການເປັນປະທານຮ່ວມຂອງ ທ່ານ ອຸດົມສັກ ພິລາວົງ ຫົວໜ້າກົມຊັບພະຍາກອນນ້ຳ, ມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳລາວ, ກະຊວງການຕ່າງປະເທດ ແລະ ການຄ້າ ອົດສະຕຣາລີ, ບັນດາຄະນະກົມ, ຄະນະພະແນກຈາກກະຊວງທີ່ກ່ຽວຂ້ອງ, ອົງການຈັດຕັ້ງທີ່ເປັນຄູ່ຮ່ວມງານສາກົນຂອງກົມຊັບພະຍາກອນນ້ຳ, ຊ່ຽວຊານຈາກສູນສາກົນ ເພື່ອການຄຸ້ມຄອງສິ່ງແວດລ້ອມ (ICEM) ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ເພື່ອນຳສະເໜີແນວຄວາມຄິດ ໃນການສ້າງບົດລາຍງານສະພາບລວມອ່າງຮັບນ້ຳ (SOBR) ລວມທັງປຶກສາຫາລືໂຄງຮ່າງ, ຕົວຊີ້ວັດ, ວິທີການດ້ານວິຊາການ ແລະ ການປະກອບສ່ວນຂອງແຕ່ລະພາກສ່ວນຂອງທີມງານວິຊາການ ແລະ ຄູ່ຮ່ວມງານສາກົນ ໃນການແລກປ່ຽນຂໍ້ມູນໃນການຮ່າງບົດລາຍງານ (SOBR). ບົດລາຍງານສະພາບລວມອ່າງຮັບນ້ຳ ແມ່ນເຄື່ອງມືພື້ນຖານອັນຈຳເປັນທີ່ນຳໃຊ້ໃຫ້ແກ່ການຄຸ້ມຄອງນ້ຳ ແລະ ຊັບພະຍາກອນນ້ຳ ເພື່ອຮັບປະກັນຄຸນນະພາບ, ຄວາມສະດວກ, ທັນການ, ວ່ອງໄວ ແລະ ຊັດເຈນ ໃນການນຳໃຊ້ຂໍ້ມູນ ຈາກບົດລາຍງານສະພາບລວມດັ່ງກ່າວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ການສ້າງບົດລາຍງານສະພາບລວມອ່າງຮັບນ້ຳ ຍັງໄດ້ເນັ້ນໃຫ້ເຫັນພາບລວມກ່ຽວກັບ ສະພາບລວມອ່າງຮັບນ້ຳໃນ ສປປ ລາວ ໂດຍສະເພາະດ້ານສິ່ງແວດລ້ອມ ແລະ ຊັບພະຍາກອນນ້ຳ, ສັງຄົມ, ເສດຖະກິດ, ການປ່ຽນແປງດິນຟ້າອາກາດ, ການຄຸ້ມຄອງບໍລິຫານ ແລະ ການຮ່ວມມື.
ພ້ອມນີ້, ກອງປະຊຸມຍັງໄດ້ມີການແລກປ່ຽນສົນທະນາ ແລະ ໄດ້ມີການແບ່ງປັນຂໍ້ມູນກ່ຽວກັບ ການກຳນົດທິດທາງ/ແຜນດຳເນີນງານໃນຂັ້ນຕໍ່ໄປ ເພື່ອເຮັດໃຫ້ຮ່າງບົດລາຍງານສະພາບລວມອ່າງຮັບນ້ຳ ສາມາດຮັບຮອງໃນການວາງແຜນຄຸ້ມຄອງອ່າງຮັບນ້ຳ, ການຮັບມືກັບການປ່ຽນແປງດິນຟ້າອາກາດ ເພື່ອເປັນບ່ອນອີງໃນການຕັດສິນໃຈ ແລະ ການສະໜອງຂໍ້ມູນໃຫ້ແກ່ສາທາລະນະຢ່າງມີປະສິດທິພາບ.
KPL