ຂປລ
ໃນວັນທີ 25 ສິງຫາ 2026 ນ້ີ, ທ່ານ ອານຸພາບ ວົງໜ່ໍແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ, ປະດັບຫລຽນກາມິດຕະພາບໃຫ້ແກ່ທ່ານ ນາງ ມາຕິນ ເທເຣີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ.
ຂປລ. ໃນໂອກາດທີ່ຜູ້ກ່ຽວໄດ້ສໍາເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ, ໂດຍມີບັນດາກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດ, ກະຊວງການເງິນ ແລະ ຫ້ອງການຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ເຂົ້າຮ່ວມ. ທ່ານ ນາງ ມາຕິນ ໄດ້ຮັບການ ແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງເປັນຜູ້ຕາງໜ້າອົງການ UNDP ນັບແຕ່ເດືອນມິຖຸນາ 2023 ເປັນຕົ້ນມາ ແລະ ຈະສໍາເລັດການປະຕິບັດໜ້າທ່ີໃນທ້າຍເດືອນສິງຫາ 2026. ທ່ານ ນາງ ມາຕິນ ແລະ ອົງການ UNDP ປະຈໍາ ສປປ ລາວ ໄດ້ປະກອບສ່ວນສໍາຄັນເຂ້ົາການຈັດຕ້ັງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X ແລະ ການສະໜັບສະໜູນຂະບວນການກອງປະຊຸມໂຕະມົນ ກໍຄື ການປະກອບສ່ວນໂດຍລວມເຂົ້າໃນການພັດທະນາເສດຖະກິດ- ສັງຄົມ, ວຽກງານເກັບກູ້ລະເບີດບໍ່ທັນແຕກ, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງແນໃສ່ສະໜັບສະໜູນໃຫ້ ສປປ ລາວ ສາມາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ມາຕິນ ເທເຣີ ໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງລັດຖະບານ ສປປ ລາວ ທີ່ໄດ້ຮັບຮູ້ການປະກອບສ່ວນສໍາຄັນຂອງຕົນ ກໍຄື ອົງການ UNDP ພ້ອມທັງໃຫ້ການຮ່ວມມືທີ່ດີກັບອົງການຕະຫລອດໄລຍະຜ່ານມາ ໂດຍສະເພາະໃນໄລຍະທ່ີຜູ້ກ່ຽວປະຕິບັດໜ້າທີ່ຢູ່ ສປປ ລາວ. ພ້ອມທັງໃຫ້ຄວາມໝາຍໝັ້ນວ່າອົງການ UNDP ຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນບັນດາແຜນພັດທະນາເສດຖະກິດ- ສັງຄົມ ແລະ ບຸລິມະສິດຕ່າງໆຂອງລັດຖະບານລາວໃນຊຸມປີຕໍ່ໜ້າ.
ພາບ: ອ່າຍຄຳ
KPL