ຜູ້ແທນ ຍທຂ ເຂົ້າຮ່ວມກອງປະຊຸມໂຕະມົນ ລັດຖະມົນຕີດ້ານການກໍ່ສ້າງ ແລະ ທີ່ຢູ່ອາໃສອາຊຽນ-ຈີນ ຄັ້ງທີ 4

04/08/2026 21:28
Email Print 1547
ຂປລ ຄະນະຜູ້ແທນກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຫ່ງ ສປປ ລາວ ນໍາໂດຍທ່ານ ງາມປະສົງ ເມືອງມະນີ ຮອງລັດ ຖະມົນຕີກະຊວງ ຍທຂ ພ້ອມດ້ວຍ ຄະນະຈາກກົມເຄຫາ ແລະ ຜັງເມືອງ, ຫ້ອງການກະຊວງ, ກົມແຜນການ ແລະ ການຮ່ວມມື ແລະ ສະມາຄົມ ສະຖາປະນິກ ແລະ ວິສະວະກອນ ໂຍທາລາວ (ສສວ) ເຂົ້າຮ່ວມກອງ ປະຊຸມໂຕະມົນລັດຖະມົນຕີດ້ານ ການກໍ່ສ້າງ ແລະ ທີ່ຢູ່ອາໄສອາ ຊຽນ-ຈີນ ຄັ້ງທີ 4

ພາຍໃຕ້ຫົວຂໍ້ “ເມືອງທີ່ຍືນຍົງ, ທີ່ຢູ່ອາໄສທີ່ມີ ຄຸນນະພາບ, ຊຸມຊົນທີ່ສາມັກຄີ” ໃນວັນທີ 1 ສິງຫາ 2026 ຜ່ານມາ ທີ່ເມືອງອີໂປ ລັດເປຣັກ ປະເທດ ມາເລເຊຍ ໂດຍມີຜູ້ແທນລະດັບ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຈາກບັນດາປະເທດອາຊຽນ, ສປ ຈີນ, ກອງເລຂາອາຊຽນ ແລະ ອົງ ການທີ່ກ່ຽວຂ້ອງເຂົ້າຮ່ວມ ເພື່ອ ແລກປ່ຽນນະໂຍບາຍ, ປະສົບການ ແລະ ນະວັດຕະກຳກ່ຽວກັບການພັດ ທະນາຕົວເມືອງ, ທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງຢ່າງຍືນຍົງ. ກອງປະຊຸມດັ່ງກ່າວ, ທ່ານ ງາມປະສົງ ເມືອງມະນີ ໄດ້ຂຶ້ນກ່າວ ປາໄສພາຍໃຕ້ຫົວຂໍ້: ເສີມສ້າງການບໍລິການໃນຕົວເມືອງທີ່ມີຄວາມ ທົນທານ ແລະ ພື້ນຖານໂຄງລ່າງ ທີ່ຍືນຍົງ ໂດຍໄດ້ສະທ້ອນໃຫ້ເຫັນ ວ່າ ສປປ ລາວ ກຳລັງຜະເຊີນກັບ ຄວາມທ້າທາຍຈາກການຫັນເປັນ ຕົວເມືອງທີ່ວ່ອງໄວບວກກັບຜົນ ກະທົບຂອງການປ່ຽນແປງສະພາບ ພູມອາກາດ ແລະ ຄວາມຕ້ອງການ ທີ່ເພີ່ມຂຶ້ນດ້ານການບໍລິການຕົວ ເມືອງ ແລະ ໂຄງສ້າງພື້ນຖານ. ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ, ຍທຂ ໄດ້ຢັ້ງຢືນຄວາມມຸ່ງໝັ້ນເລັ່ງ ລັດໃນການພັດທະນາຕົວເມືອງທີ່ ຍືນຍົງ ແລະ ທົນທານຕາມແຜນ 5 ປີຂອງກະຊວງ ຍທຂ ແລະ ການ ຈັດຕັ້ງປະຕິບັດວາລະໃໝ່ ແຫ່ງ ການພັດທະນາຕົວເມືອງ (New Urban Agenda). ພ້ອມກັນນັ້ນ, ທ່ານຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ເນັ້ນໜັກ 3 ໜ້າວຽກບຸ ລິມະສິດສຳຄັນຂອງ ສປປ ລາວ ໃນການສ້າງຕົວເມືອງທີ່ທົນທານ ແລະ ຍືນຍົງຄື: ການຍົກລະດັບ ການຄຸ້ມຄອງ ແລະ ບໍລິການຕົວ ເມືອງໃຫ້ສາມາດຮັບມືກັບການ ປ່ຽນແປງດິນຟ້າອາກາດ ໂດຍສຸມ ໃສ່ການຄຸ້ມຄອງສິ່ງເສດເຫລືອ ແບບຍືນຍົງ, ການສ້າງລະບົບລະ ບາຍນ້ຳໃນຕົວເມືອງທີ່ທົນທານ, ການນຳໃຊ້ວິທີແກ້ໄຂທີ່ອີງໃສ່ ທຳມະຊາດ (Nature-based Solutions) ແລະ ການວາງແຜນ ຜັງຕົວເມືອງທີ່ເຊື່ອມສານການ ປ່ຽນແປງດິນຟ້າອາກາດ; ການ ສົ່ງເສີມການພັດທະນາພື້ນຖານ ໂຄງລ່າງທີ່ຍືນຍົງ ແລະ ນຳໃຊ້ຊັບ ພະຍາກອນຢ່າງມີປະສິດທິພາບ ເພື່ອຮັບມືກັບການຫັນປ່ຽນຕົວ ເມືອງ ໂດຍສຸມໃສ່ການສ້າງທີ່ຢູ່ ອາໄສໃນລາຄາທີ່ເໝາະສົມ ແລະ ມີຄຸນນະພາບ, ການສ້າງພື້ນຖານ ໂຄງລ່າງຕອບສະໜອງກັບຄວາມ ຕ້ອງການຂອງຊຸມຊົນ ແລະ ທຸກຄົນ ສາມາດເຂົ້າເຖິງໄດ້; ເລັ່ງລັດການ ຫັນເປັນດີຈິຕອນ ເພື່ອຍົກລະດັບ ການບໍລິຫານ, ການວາງແຜນຜັງ ຕົວເມືອງ ແລະ ການບໍລິການຕົວ ເມືອງຢ່າງມີປະສິດທິພາບ. ໃນຕອນທ້າຍ, ກອງປະຊຸມ ໄດ້ຮັບຮອງ Ipoh Accord on Sustainable Cities, Quality Housing, Cohesive Communities ເພື່ອເປັນແນວທາງ ຮ່ວມກັນລະຫວ່າງບັນດາປະເທດ ອາຊຽນ ແລະ ສປ ຈີນ ໃນການ ສົ່ງເສີມການພັດທະນາຕົວເມືອງ ທີ່ຍືນຍົງ, ການສ້າງທີ່ຢູ່ອາໄສທີ່ມີ ຄຸນນະພາບ ແລະ ຊຸມຊົນທີ່ມີຄວາມ ປອງດອງກັນ. ພ້ອມທັງສືບຕໍ່ເສີມ ສ້າງການຮ່ວມມືອັນແໜ້ນແຟ້ນ ລະຫວ່າງອາຊຽນ ແລະ ສປ ຈີນ ໃນຂົງເຂດການກໍ່ສ້າງທີ່ຢູ່ອາໄສ ແລະ ການພັດທະນາຕົວເມືອງ ເພື່ອ ຍົກລະດັບຄຸນນະພາບຊີວິດຂອງປະ ຊາຊົນໃນພາກພື້ນ. ຂໍ້ມູນ-ພາບ: ກະຊວງ ຍທຂ

KPL

ຂ່າວອື່ນໆ

    • ໄຂກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026ການເມືອງ

      ໄຂກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026

      8/25/2026 9:36:23 AM

      ກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026 ໄຂຂຶ້ນໃນວັນທີ24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ,

    • ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດການເມືອງ

      ແຕ່ງຕັ້ງທ່ານນາງ ສູນທອນ ໄຊຍະຈັກ ເປັນຮັກສາການແທນປະທານສະພາແຫ່ງຊາດ

      8/23/2026 3:26:09 PM

      ຄະນະຈັດຕັ້ງສູນກາງ ພັກ ແຈ້ງການເຖິງຄະນະປະຈໍາ ສະພາແຫ່ງຊາດ ກ່ຽວກັບການ ແຕ່ງຕັ້ງສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນເລຂາຄະນະ ບໍລິຫານງານພັກສະພາແຫ່ງຊາດ, ຮອງປະທານສະພາແຫ່ງຊາດ, ທັງເປັນຮອງປະທານຄະນະປະ ຈໍາສະພາແຫ່ງຊາດ ຊຸດທີ X ເປັນຮັກສາການແທນປະທານສະພາ ແຫ່ງຊາດ, ທັງເປັນຮັກສາການ ແທນປະທານຄະນະປະຈໍາສະພາ ແຫ່ງຊາດ ຊຸດທີ X ນັບແຕ່ວັນລົງ ລາຍເຊັນເປັນຕົ້ນໄປຈົນກວ່າຈະ ມີມະຕິຂອງກອງປະຊຸມສະພາແຫ່ງຊາດ ເພື່ອຮັບຮອງເອົາການ ເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X.

    • ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍການເມືອງ

      ສານສະແດງຄວາມເຫັນໃຈຕໍ່ເຫດການແຜ່ນດິນໄຫວຢ່າງຮຸ່ນແຮງຢູ່ອິນໂດເນເຊຍ

      8/21/2026 9:34:43 AM

      ໃນວັນທີ 20 ສິງຫາ 2026 ນ້ີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານ ພຣາໂບໂວ ສຸບຽນໂຕ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ເພື່ອສະແດງຄວາມເຫັນໃຈຕ່ໍກັບເຫດການແຜ່ນດິນໄຫວຢ່າງຮຸນແຮງຢູ່ແຂວງນູຊາເຕັງກາຣາຕາເວັນອອກ, ທາງພາກໃຕ້ສຸດ ຂອງອິນໂດເນເຊຍ ໃນວັນທີ 15 ສິງຫາ 2026 ທີ່ຜ່ານມາ.

    • ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີການເມືອງ

      ຍົກລະດັບຄວາມຮູ້ພື້ນຖານດ້ານການເມືອງການປົກຄອງໃຫ້ພະນັກງານຂັ້ນຕາແສງຢູ່ໄຊຍະບູລີ

      8/19/2026 12:28:19 PM

      ກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບຄະນະ ໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ຈັດຝຶກອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ກັບ ພະນັກງານຂັ້ນຕາແສງ ຊຸດທີ I ເມື່ອບໍ່ດົນມານີ້ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງໄຊຍະບູລີ ໂດຍ ການເປັນປະທານຂອງທ່ານ ສີສອນພັນ ບຸນສີ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການ ເມືອງ-ແນວຄິດ, ວຽກພັກພະນັກງານ, ອົງການຈັດຕັ້ງມະຫາຊົນ, ມີ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະກຳມະການ ຕາແສງ ແລະ ນັກສໍາມະນາກອນ ຈາກຕາແສງທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.

    • ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊການເມືອງ

      ເລຂາທິການໃຫຍ່ ປະທານປະເທດ ພົບປະຢ້ຽມຢາມ ສມປຊ

      8/19/2026 10:09:21 AM

      ໃນວັນທີ 18 ສິງຫາ 2026 ນ້ີ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ໄດ້ພົບປະຢ້ຽມຢາມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ).

ads
ads

Top