ຂປລ
ອັງກິດ ປະກາດ ລາຍລະອຽດ ກ່ຽວກັບ ການຈັດສັນ ງົບປະມານເກືອບ 10.000 ລ້ານປອນ ສໍາລັບ ການກໍ່ສ້າງ ທີ່ຢູ່ອາໄສ ລາຄາປະຢັດ ໂດຍສະເພາະ ນະຄອນຫລວງລອນດອນ
ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ລອນດອນ ປະເທດ ອັງກິດວ່າ: ອັງກິດ ປະກາດ ລາຍລະອຽດ ກ່ຽວກັບ ການຈັດສັນ ງົບປະມານເກືອບ 10.000 ລ້ານປອນ ສໍາລັບ ການກໍ່ສ້າງ ທີ່ຢູ່ອາໄສ ລາຄາປະຢັດ ໂດຍສະເພາະ ນະຄອນຫລວງລອນດອນ ເປັນໜຶ່ງໃນພື້ນທີ່ ທີ່ໄດ້ຮັບຜົນກະທົບ ຈາກ ບັນຫາຂາດແຄນ ທີ່ຢູ່ອາໄສ ຫລາຍທີ່ສຸດ.
ໂດຍ ອັງກິດ ລະບຸວ່າ ບ້ວງເງິນ ຫລາຍກວ່າ 7.000 ລ້ານປອນ ຊຶ່ງເປັນ ງວດທຳອິດ ຈາກງົບປະມານ 39.000 ລ້ານປອນ ທີ່ໄດ້ປະກາດໄວ້ ກ່ອນໜ້ານີ້ ໃນໄລຍະເວລາ 10 ປີ ໄດ້ຖືກຈັດສັນໄວ້ ສຳລັບ ເມືອງຫລວງ ໂດຍຄາດວ່າ ໜ່ວຍງານທ້ອງຖິ່ນ ຈະສ້າງເຮືອໃໝ່ ໃຫ້ໄດ້ຫລາຍກວ່າເຄິ່ງໜຶ່ງ.
ທ່ານ ແອນດີ ເບີຣນແຮມ ນາຍົກ ລັດຖະມົນຕີ ອັງກິດ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະສ້າງເຮືອນເຊົ່າ ເພື່ອສັງຄົມ ໃຫ້ຫລາຍຂຶ້ນ ໂດຍຈະໃຫ້ສ່ວນຫລຸດ ໃຫ້ແກ່ຜູ້ເຊົ່າ ປະມານ 50% ຈາກ ລາຄາຕະຫລາດ ເພື່ອຊ່ວຍຫລຸດ ຄ່າໃຊ້ຈ່າຍ ດ້ານສະຫວັດດີການ ໃນໄລຍະຍາວ ແລະ ບັນຫາຄົນບໍ່ມີ ເຮືອນພັກອາໄສ ລວມທັງ ການໃຫ້ຄວາມໝັ້ນຄົງ ໃຫ້ແກ່ຜູ້ທີ່ມີລາຍໄດ້ໜ້ອຍ./.
KPL