ສປ ຈີນ-ອິນເດຍ ປຶກສາຫາລືກ່ຽວກັບບັນຫາຊາຍແດນ

25/08/2026 17:12
ຂປລ ທ່ານ ຮານ​ເຈີ້ງ ຮອງ​ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ ອາ​ຈິດ ຄູ​ມາ ໂດ​ວານ ​ຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ອິນ​ເດຍ ​ກ່ຽວ​ກັບ​ບັນ​ຫາ​ຊາຍ​ແດນ ​ອິນ​ເດຍ-ຈີນ ​ທັງ​ເປັນ ທີ່​ປຶກ​ສາ​ ດ້ານ​ຄວາມ​ໝັ້ນ​ຄົງ ​ແຫ່ງ​ຊາດ​ອິນ​ເດຍ.

     ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ວັນ​ທີ 25 ສິງ​ຫາ​ນີ້, ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງຂອ​ງ​ ສປ ຈີນ, ທ່ານ ຮານ​ເຈີ້ງ ຮອງ​ປະ​ທານ​ປະ​ເທດ​ຈີນ ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ ທ່ານ ອາ​ຈິດ ຄູ​ມາ ໂດ​ວານ ​ຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ອິນ​ເດຍ ​ກ່ຽວ​ກັບ​ ບັນ​ຫາ​ຊາຍ​ແດນ ​ອິນ​ເດຍ-ຈີນ ​ທັງ​ເປັນ ທີ່​ປຶກ​ສາ​ ດ້ານ​ຄວາມ​ໝັ້ນ​ຄົງ ​ແຫ່ງ​ຊາດ​ອິນ​ເດຍ. ທ່ານ ຮານ​ເຈີ້ງ ກ່າວ​ວ່າ​: ສປ ຈີນ​ ແລະ ​ອິນ​ເດຍ ​ໃນ​ຖາ​ນະ​ເປັນ​ປະ​ເທດ ​ບ້ານ​ໃກ້​ເຮືອນ​ຄຽງ ​ທີ່​ພວມ​ພັດ​ທະ​ນາ​ແລະ ​ເປັນກຸ່ມ​ເສດ​ຖະ​ກິດ​ ຈະ​ເລີນ​ຂຶ້ນ​ໃໝ່​ ທີ່​ສຳ​ຄັນ,ຄວນ​ປະ​ຕິ​ບັດ​ ແລະ​ ແກ້​ໄຂ​ການ​ພົວ​ພັນ​ ລະ​ຫວ່າງ​ ສອງ​ປະ​ເທດ​ ຈາກ​ທາງ​ດ້ານ​ຍຸດ​ທະ​ສາດ ​ແລະ ​​ໄລ​ຍະ​ຍາວ, ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ອັນ​ສຳ​ຄັນ​ລະ​ຫວ່າງ ​ຜູ້​ນຳ​ຂອງ​ສອງ​ປະ​ເທດ​ໃຫ້​ດີ, ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ​ທາງ​ຍຸດ​ທະ​ສາດ, ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ການ​ຮ່ວມ​ມື, ຮັດ​ແໜ້ນ ​ການ​ປະ​ສານ​ງານ ​ຫລາຍ​ຝ່າຍ, ແກ້​ໄຂ​ ແລະ ​ຄວບ​ຄຸມ​ຄວາມ​ຂັດ​ແຍ້ງ​ກັນ ​ຢ່າງ​ເໝາະ​ສົມ ​ແລະ ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ ສປ ຈີນ-ອິນ​ເດຍ​ ໃຫ້​ພັດ​ທະ​ນາ ​ຢ່າງ​ໝັ້ນ​ທ່ຽງ​ ແລະ ​ຕໍ່​ເນື່ອງ. ທ່ານ ອາ​ຈິດ ຄູ​ມາ ໂດ​ວານ ກ່າວ​ວ່າ: ອິນ​ເດຍ ​ຍິນ​ດີ​ລົງ​ເລິກ ​ການ​ຮ່ວມ​ມື ​ແບບ​ຕ່າງ​ຝ່າຍ​ຕ່າງ ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ກັບ ສປ ​ຈີນ, ແກ້​ໄຂ​ບັນ​ຫາ​ຊາຍ​ແດນ​ ລະ​ຫວ່າງ​ ສອງ​​ປະ​ເທດ ​ຢ່າງ​ເໝາະ​ສົມ ​ແລະ ຍູ້ການ​ຂະ​ຫຍາຍ​ການ​ພົວ​ພັນ ​ລະ​ຫວ່າງ ​ສອງ​ຝ່າຍ​ ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top