ອີຣານ ຄົ້ນພົບແຫລ່ງແກັສໃໝ່ ປະລິມານ 7,5 ພັນຕື້ແມັດກ້ອນ

25/08/2026 22:48
ຂປລ ອີຣານ ປະກາດການຄົ້ນພົບ ແຫລ່ງແກັສ ທຳມະຊາດ ແຫ່ງໃໝ່ ຊຶ່ງມີ ປະລິມານສຳຮອງ ຫລາຍກວ່າ 7,5 ພັນຕື້ແມັດກ້ອນ, ໃນຂະນະທີ່ ລັດຖະບານ ອີຣານ ພວມເລັ່ງຟື້ນຟູ ກຳລັງ ການຜະລິດ ທີ່ໄດ້ຮັບ ຜົນກະທົບ ຈາກ ສົງຄາມ

ຂປລ. ສຳນັກຂ່າວຕ່າງປະເທດ ລາຍງານ ຈາກ ນະຄອນຫລວງ ເຕເຮຮັງ ປະເທດ ອີຣານ ວ່າ: ອີຣານ ປະກາດການຄົ້ນພົບ ແຫລ່ງແກັສ ທຳມະຊາດ ແຫ່ງໃໝ່ ຊຶ່ງມີ ປະລິມານສຳ ຮອງ ຫລາຍກວ່າ 7,5 ພັນຕື້ແມັດກ້ອນ, ໃນຂະນະທີ່ ລັດຖະບານ ອີຣານ ພວມເລັ່ງຟື້ນຟູ ກຳລັງການຜະລິດ ທີ່ໄດ້ຮັບ ຜົນກະທົບ ຈາກສົງຄາມ ທ່າມກາງ ແຮງກົດດັນ ຈາກ ມາດຕະການ ຂວໍ້າບາດ ຂອງ ສ.ອາເມລິກາ.

ທ່ານ ໂມຮເຊນ ປັກເນຈາດ ລັດຖະມົນຕີ ກະຊວງ ນ້ຳມັນ ອີຣານ ໄດ້ເປີດເຜີຍ ກ່ຽວກັບ ການຄົ້ນພົບ ແຫລ່ງແກັສທຳມະຊາດ ແຫ່ງໃໝ່ ຢູ່ບໍລິເວນ ຂອງ ແຂວງຟາສ ທາງພາກໃຕ້ ຂອງ ປະເທດ ໂດຍມີ ປະລິມານແກັສ ຫລາຍກວ່າ 7,5 ພັນຕື້ແມັດກ້ອນ.

ເມື່ອຄິດໄລ່ ຈາກອັດຕາການກູ້ຄືນແກັສ ຄາດວ່າ: ຈະສາມາດ ສະກັດແກັສ ຈາກແຫລ່ງ ດັ່ງກ່າວ ຂຶ້ນມາໃຊ້ປະໂຫຍດໄດ້ ປະມານ 5,7 ພັນຕື້ ແມັດກ້ອນ. ນອກຈາກນີ້, ແກັສທີ່ຄົ້ນພົບ ຍັງເປັນ "ແກັສຫວານ" (Sweet Gas) ຊຶ່ງມີ ສ່ວນປະກອບຂອງແກັສ ໄຮໂດຣເຈນຊັນໄຟດ໌ (Hydrogen Sulfide) ຕ່ຳຫລາຍ ຫລື ບໍ່ມີເລີຍ ເຊິ່ງຈະຊ່ວຍຫລຸດ ຕົ້ນ ທຶນ ໃນການພັດທະນາ ແລະ ດຳເນີນງານລົງໄດ້./.

KPL

ຂ່າວອື່ນໆ

ads
ads

Top