ຂປລ
ລັດຖະບານປະເທດ ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍ ທີ່ ຈະມີລົດເມໄຟຟ້າ ແລ່ນໃຫ້ບໍລິການ ທົ່ວເມືອງ ຢ່າງໜ້ອຍ 10.047 ຄັນ ພາຍໃນປີ 2030 ເພື່ອເປັນສ່ວນໜຶ່ງຂອງແຜນການ ຫລຸດຜ່ອນ ການປ່ອຍແກັສ ເຮືອນແກ້ວ ແລະ ມົນລະພິດທາງອາກາດ.
ຂປລ. ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້: ລັດຖະບານປະເທດ ອິນໂດເນເຊຍ ໄດ້ຕັ້ງເປົ້າໝາຍ ທີ່ ຈະມີລົດເມໄຟຟ້າ ແລ່ນໃຫ້ບໍລິການ ທົ່ວເມືອງ ຢ່າງໜ້ອຍ 10.047 ຄັນ ພາຍໃນປີ 2030 ເພື່ອເປັນສ່ວນໜຶ່ງຂອງແຜນການ ຫລຸດຜ່ອນ ການປ່ອຍແກັສ ເຮືອນແກ້ວ ແລະ ມົນລະພິດທາງອາກາດ.
ປັດຈຸບັນ ນະຄອນຫລວງ ຈາກາຕາ ຂອງ ອິນໂດເນເຊຍ ມີລົດເມໄຟຟ້າ ໃຫ້ບໍລິການຢູ່ປະມານ 500 ຄັນ ແລະ ລະບຸວ່າ ລົດເມໄຟຟ້າ ໃນອະນາຄົດ ຈະລວມເຖິງ ລົດເມພະລັງງານໄຮໂດຣເຈນ ແລະ ລົດເມປະສົມ (ໄຮບຣິດ) ຕື່ມອີກ. ອິນໂດເນເຊຍ ໄດ້ຕັ້ງເປົ້າ ຫລຸດຜ່ອນ ການປ່ອຍແກັສ ເຮືອນແກ້ວລົງ 30% ໃນປີ 2030 ແລະ ບັນລຸເປົ້າໝາຍ ການປ່ອຍແກ້ວ ເຮືອນແກ້ວ ສຸດທິເປັນສູນ ໃນປີ 2050 ໂດຍສະເພາະ ຂະແໜງການຂົນສົ່ງ ເປັນຈຸດສຳຄັນ ເນື່ອງຈາກກວມເອົາ ສ່ວນແບ່ງ ການປ່ອຍແກັສເຮືອນແກ້ວ ໂດຍກົງ ຂອງ ຕົວເມືອງ ສູງເຖິງ 52% ຂອງ ທັງໝົດ.
ນອກຈາກນີ້ ອິນໂດເນເຊຍ ຍັງຕັ້ງເປົ້າ ເພີ່ມອັດຕາສ່ວນ ການເດີນທາງ ດ້ວຍລະບົບ ຂົນສົ່ງ ສາທາລະນະ ໃຫ້ໄດ້ 55% ໃນປີ 2045 ໂດຍຜ່ານ ການຂະຫຍາຍເຄືອຂ່າຍ ການຂົນສົ່ງ ສາທາລະນະ ເພື່ອສົ່ງເສີມ ການພັດທະນາ ພື້ນທີ່ຮອບລະບົບ ຂົນສົ່ງ ມວນຊົນ (TOD) ແລະ ດຳເນີນ ມາດຕະການ ຫລຸດຜ່ອນ ການໃຊ້ ພາຫະນະສ່ວນບຸກຄົນ./.
KPL