ຂປລ. ກອງປະຊຸມຄະນະຊີ້ນຳ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ ເພື່ອ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດໂຄງການ 6 ເດືອນຕົ້ນປີ 2026 ແລະ ແຜນ 6 ເດືອນທ້າຍປີ 2026, ພ້ອມທັງປຶກສາຫາລືໃນການຄຸ້ມ ຄອງມົນລະພິດ ແລະ ສິ່ງເສດ ເຫລືອ, ຂໍ້ສະດວກ ແລະ ສິ່ງທ້າ ທາຍ, ການປະສານງານຂອງແຕ່ ລະພາກສ່ວນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໂຄງການສາມາດ ດໍາເນີນໄປມີປະ ສິດທິພາບ, ສຳເລັດ ຕາມກໍານົດເວລາ ແລະ ບັນລຸຕາມ ຄາດໝາຍທີ່ວາງໄວ້. ກອງປະຊຸມ ດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມາ, ໂດຍການເປັນປະທານຂອງທ່ານ ເດດສົງຄາມ ທຳມະວົງ ຮອງລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ (PWMP), ມີໄລຍະຈັດຕັ້ງປະຕິ ບັດໂຄງການ 6 ປີ ແຕ່ປີ 20252031 ໂດຍມີກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ກະຊວງກະສິກຳ ແລະ ສີ່ງແວດລ້ອມ ເປັນຜູ້ຈັດຕັ້ງ sa ogvq kw;[eokol6j dtly dexvflkory flh k']kpIa [ c]t 7;k,l5 d Ia dlkdkocmoxtmkoltrkcsj '-kf 1h P,1k, c]t ,v[g7nj v' -j ;pgs]n v.sh z6h xtlq [wroE4h ;,16j 2 g,n v'0v'c0;'7e,j ;o okpq d]a f4t,q o8u 1h P,1k,.sh de]a '.9 ,v[g7nj v'-j ;pgs]n vz6h xtlq [wroE4h ;,g,n v'xtm5 ,rvo sq ;|h k7tot37ltokvq [Iq ,l6 odk'ra d -U oedkocdh w0zq odtmq [9kdwroE4h ;,16 j g,n v'oko ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 25.08.2026 ປີທີ 25 ສະບັບທີ 6.505ັັີີັີ 8A '|h kxa [x5 ']t[q [veokf]a f .sh gxa oveokf0v'xt-k-q o 3fpxt-k-q o c]t grn j vzq oxt3spf0v'xt-k-q oK w0dv'xt-5 ,]a f4t[ko ltw\lk,a oxt9egfn voly 'sk 2026 ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 4່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 3່ າໍ່ ໜ້າ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ປະທານ ) sk]n 75h ,7v',q o]try f c]t lyj 'glfgs]n v16j lxx ]k; lts]v';a ogdu f 7q [Iv[ 100 xu vtfu fg]0kmy dko.spj 7totde,tdkol6 odk'ra ddv,,6 oy f9u o ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ເມື່ອບໍ່ດົນມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ພ້ອມດ້ວຍຄະນະຈາກສູນກາງ ແລະ ແຂວງຈຳປາສັກ ໄດ້ລົງພື້ນທີ່ ຕົວຈິງເພື່ອຢ້ຽມຢາມ ແລະ ມອບ ເຄື່ອງຊ່ວຍເຫລືອໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳ ຖ້ວມຢູ່ເມືອງປະທຸມພອນ ແຂວງຈຳ ປາສັກ ໂດຍມີການນຳຂອງເມືອງ ແລະ ປະຊາຊົນຜູ້ຖືກຜົນກະທົບໃຫ້ ການຕ້ອນຮັບ. ທ່ານ ນາງ ປະທຸມມາ ແກ້ວມະນີ ຮອງປະທານຄະນະກຳມະການປົກ ຄອງເມືອງປະທຸມພອນ ລາຍງານ ໃຫ້ຮູ້ວ່າ: ຈາກສະພາບຝົນຕົກໜັກ ໃນໄລຍະວັນທີ 10-20 ສິງຫາ 2026 ເຮັດໃຫ້ນ້ຳຂອງ ແລະ ນ້ຳ ຫ້ວຍສາຂາ ເພີ່ມລະດັບສູງຂຶ້ນຢ່າງ ວ່ອງໄວສົ່ງຜົນກະທົບຕໍ່ປະຊາຊົນ 28 ບ້ານ, 877 ຄອບຄົວ, 3.801 ຄົນ, ເຂດທີ່ໄດ້ຮັບຜົນກະທົບໜັກ ແມ່ນເຂດຕາແສງປະທຸມພອນ ຖືກ ນໍ້າຖ້ວມໜັກ 13 ບ້ານ, ຖ້ວມເນື້ອ ທີ່ນາ 800 ກວ່າເຮັກຕາ, ສວນມັນ ຕົ້ນ 70 ເຮັກຕາ, ສວນໝາກນາວ 34 ເຮັກຕາ, ສວນຢາງພາລາ 7 ເຮັກຕາ, ເສັ້ນທາງ 14 ເສັ້ນ ແລະ ອື່ນໆ. ຕໍ່ສະພາບການດັ່ງກ່າວ, ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ໄດ້ສົມທົບກັບກຳລັງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ຂປລ.ວັນທີ23 ສິງຫາ2026ນີ້, ທ່ານ ຄໍາພັນ ເຜີຍຍະວົງ ກຳມະການ ກົມການເມືອງສູນກາງພັກ, ຫົວໜ້າ ຂປລ. ເມື່ອບໍ່ດົນມານີ້, ພາກ ທຸລະກິດຈາກຫລາຍພາກສ່ວນນຳ ເອົາເງິນມາມອບໃຫ້ລັດຖະບານ ເພື່ອນຳໄປຊ່ວຍເຫລືອປະຊາຊົນ ແລະ ຟື້ນຟູພື້ນຖານໂຄງລ່າງທີ່ໄດ້ ຂປລ. ໃນລະຫວ່າງວັນທີ 2426 ສິງຫາ 2026 ນີ້, ກົມພັດທະນາ ຊົນນະບົດ ແລະ ຫລຸດຜ່ອນຄວາມ ທຸກຍາກ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄົ້ນ ຄວ້າ, ປຶກສາຫາລື ແລະ ເອກະພາບ ບັນດາເອກະສານກ່ຽວກັບການ ກະກຽມຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍການເປັນປະທານຂອງທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດ ລ້ອມ, ມີບັນດາຫົວໜ້າກົມ, ຮອງ ກົມ, ກອງເລຂາຊ່ວຍວຽກຄະນະ ຮັບຜິດຊອບຊີ້ນຳການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂັ້ນສູນກາງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມ ຂປລ. ເມື່ອບໍ່ດົນມານີ້,ທ່ານນາງ ສູນທອນ ໄຊຍະຈັກ ຮັກສາການ ແທນປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາ ພັກແຂວງ ປະທານສະພາປະຊາ ຊົນແຂວງຄຳມ່ວນ ພ້ອມດ້ວຍພາກ ສ່ວນທີ່ກ່ຽວຂ້ອງລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະ ຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເຂດ ບ້ານນາພອກເທີງ ເມືອງເຊບັ້ງໄຟ ແລະ ຕາແສງຕານເທີງ ເມືອງໜອງ ບົກ ແຂວງຄຳມ່ວນ ໃນວັນທີ 22 ສິງຫາ 2026 ຜ່ານມາ. ທ່ານ ສຸລິນ ພົມມະໄຊ ເລຂາ ພັກເມືອງ, ຫົວໜ້າຄະນະສະມາຊິກ ສະພາປະຊາຊົນແຂວງ ປະຈໍາເຂດ sk]n dP,9a f8A 'xt8y [a f;k]tcsj '-kf ;j kfh ;pdkora fmtok-q oot[q f c]t cdh w07;k,m5 dpkd ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ກາງ ) ທ່ານ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ( ຜູ້ທີ 11 ນັບຈາກຂວາຫາຊ້າຍ ) ເລືອກຕັ້ງເມືອງໜອງບົກ ໄດ້ລາຍ ງານວ່າ: ເມືອງໜອງບົກ ກໍແມ່ນ ເມືອງໜຶ່ງທີ່ໄດ້ຮັບຜົນກະທົບຢ່າງ ໜັກໜ່ວງຈາກໄພພິບັດນໍ້າຖ້ວມ ຊຶ່ງສະພາບນໍ້າທີ່ໄຫລເຂົ້າຖ້ວມທີ່ ຢູ່ອາໄສ ແລະ ເນື້ອທີ່ທຳການຜະ ລິດຂອງພໍ່ແມ່ປະຊາຊົນເນື່ອງຈາກ ອ່ານຕໍ່ໜ້າ 4່ າໍ່ ໜ້າ s]kprkdlj ;oln [8,v[g'o-j ;pgs]n v cdh w0zq odtmq [9kdwrry [a fmk'me,t-kf + y
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 25/08/2026 xtgmf]k; ໄຂກອງປະຊຸມລັດຖະບານ...ຸັ ນາຍົກລັດຖະມົນຕີ ຢ້ຽມຢາມ...ົັົີ້ ຫົວໜ້າຄະນະໂຄສະນາ...ົ້ ຫລາຍພາກສ່ວນ...່ ຮັກສາການແທນປະທານສະພາ...ັ ສະຫລອງວັນເກີດ...ັີ ຂປລ. ກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນສິງຫາ 2026 ໄຂຂຶ້ນໃນວັນທີ24 ສິງຫາ 2026 ທີ່ສໍານັກງານນາຍົກລັດຖະ ມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກ ລັດຖະບານ ແລະ ຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມແບບ ເຊິ່ງໜ້າ; ປະທານ, ຮອງປະທານ, ຜູ້ ຕາງໜ້າຄະນະກຳມະການປົກຄອງ ນະຄອນຫລວງວຽງຈັນ ແລະ ບັນ ດາແຂວງເຂົ້າຮ່ວມຜ່ານລະບົບ ກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍ ງານສະພາບພົ້ນເດັ່ນປະຈຳເດືອນ ສິງຫາ ແລະ ທິດທາງແຜນວຽກ ຈຸດສຸມປະຈຳເດືອນກັນຍາ 2026. ກອງປະຊຸມໄດ້ໄຂຂຶ້ນໃນທ່າມ ກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີX, ວາລະແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ຄວາມ ທຸກຍາກ. ຄຽງຄູ່ກັນນັ້ນ, ກໍຢູ່ໃນ ທ່າມກາງທີ່ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນບັນຫາຂໍ້ຂັດແຍ່ງຢູ່ເຂດ ຕາເວັນອອກກາງ, ບັນຫາສຣັດເຊຍ ແລະ ອູແກຣນ, ບັນຫາທະເລຈີນໃຕ້, ບັນຫາແຫລມເກົາຫລີ, ບັນຫາ ຄວາມເຄັ່ງຮ້ອນຢູ່ປະເທດໃກ້ຄຽງ ສົ່ງຜົນເຮັດໃຫ້ສະພາບເສດຖະກິດ ໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວຍິ່ງ ຈະສືບຕໍ່ເພີ່ມຄວາມຜັນຜວນ ແລະ ມີຜົນກະທົບເປັນວົງກວ້າງ. ສໍາລັບ ປະເທດລາວເຮົາ ກໍໄດ້ຮັບຜົນກະທົບ ຈາກສະພາບການດັ່ງກ່າວ ໂດຍສະ ເພາະດ້ານລາຄານໍ້າມັນເຊື້ອໄຟ, ການຜັນຜວນຂອງອັດຕາແລກປ່ຽນ ເງິນຕາ, ການຂົນສົ່ງ, ລາຄາສິນ ຄ້າ, ຄ່າຄອງຊີບເພີ່ມສູງຂຶ້ນ, ລວມ ທັງຜົນກະທົບຈາກໄພພິບັດທາງ ທໍາມະຊາດ, ໄພນໍ້າຖ້ວມ-ນໍ້າໄຫລຊຸ ຢູ່ 8 ແຂວງ ເຮັດໃຫ້ສົ່ງຜົນກະທົບ ຕໍ່ເຮືອນຊານບ້ານຊ່ອງ, ເນື້ອທີ່ທຳ ການຜະລິດ, ຊີວິດ ແລະ ຊັບສິນ ຂອງປະຊາຊົນ, ທັງກະທົບໃສ່ພື້ນ ຖານໂຄງລ່າງຢ່າງໜັກໜ່ວງ. ຕໍ່ໜ້າ ສະພາບການດັ່ງກ່າວ, ທ່ານນາຍົກ ລັດຖະມົນຕີ, ບັນດາທ່ານຮອງນາ ຍົກລັດຖະມົນຕີ ແລະ ສະມາຊິກ ລັດຖະບານຈຳນວນໜຶ່ງກໍໄດ້ລົງ ຕິດຕາມແກ້ໄຂບັນຫາຕົວຈິງພ້ອມ ທັງມອບເຄື່ອງຊ່ວຍເຫລືອໃຫ້ປະ ຊາຊົນຜູ້ທີ່ຖືກຜົນກະທົບຢູ່ທ້ອງຖິ່ນ ຕ່າງໆ. ພ້ອມກັນນັ້ນ, ທ່ານນາຍົກ ລັດຖະມົນຕີ ໄດ້ຊີ້ນຳຄະນະກຳມະ ການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ຂັ້ນແຂວງເອົາໃຈໃສ່ຊີ້ນຳ ແລະ ຊ່ວຍເຫລືອເບື້ອງຕົ້ນ, ລວມ ທັງການກຽມຮັບມືໄພພິບັດທີ່ອາດ ຈະເກີດຂຶ້ນ. ກອງປະຊຸມຈະໄດ້ດຳເນີນເປັນ ເວລາ 2 ວັນ ໂດຍຈະໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາ ຄັນ ຄື: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍາ ນວນໜຶ່ງເປັນຕົ້ນການປະຕິບັດ ວຽກຈຸດສຸມພົ້ນເດັ່ນປະຈໍາເດືອນ ສິງຫາ ແລະ ທິດທາງແຜນການ ປະຈຳເດືອນກັນຍາ 2026 ຂອງ ລັດຖະບານ; ສະພາບການຄຸ້ມຄອງ ລາຄາສິນຄ້າ ແລະ ການແກ້ໄຂ ບັນຫານໍ້າມັນເຊື້ອໄຟ; ສະພາບໄພ ພິບັດທີ່ເກີດຂຶ້ນໃນປີ 2026 ແລະ ຂປລ. ສະຖານເອກອັກຄະລັດ ຖະທູດ ສປ ຈີນ ປະຈໍາລາວ ຮ່ວມ ກັບສະຖາບັນການຕ່າງປະເທດ ກະ ຊວງການຕ່າງປະເທດ ຈັດພິທີສະ ເຫລີມສະຫລອງວັນເກີດ ຄົບຮອບ 100 ປີ ຂອງສະຫາຍ ຈ່ຽງ ເຈີມິນ ອະດີດເລຂາທິການໃຫຍ່ຄະນະກຳ ມະການສູນກາງພັກກອມມູນິດຈີນ, ອະດີດປະທານປະເທດຈີນ ໃນວັນ ທີ 21 ສິງຫາ 2026 ຜ່ານມາພາຍ ໃຕ້ຫົວຂໍ້: “ຈາກມິດຕະພາບອັນ ເປັນມູນເຊື້ອສູ່ຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງ ແລະ ໜຽວ ແໜ້ນທ່າມກາງສະພາບສາກົນ ໃນ ຍຸກໃໝ່-ການປະກອບສ່ວນ ແລະ ບົດຮຽນຂອງສະຫາຍ ຈ່ຽງ ເຈີມິນ ຕໍ່ປະຫວັດສາດການຂະຫຍາຍຕົວ ຂອງສາຍພົວພັນ ລາວ-ຈີນ” ໂດຍ ມີທ່ານ ໄມທອງ ທຳມະວົງສາ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ, ທ່ານ ຫວາງ ຊ່າງ ອຸປະທູດ ຊົ່ວຄາວສະຖານທູດຈີນປະຈໍາລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຫວາງ ຊ່າງ ໄດ້ຍົກໃຫ້ ເຫັນຄຸນງາມຄວາມດີຂອງສະຫາຍ ຈ່ຽງ ເຈີມິນ ທີ່ໄດ້ວາງຮາກຖານອັນ ໝັ້ນຄົງໃຫ້ແກ່ສາຍພົວພັນ ຈີນ-ລາວ ໂດຍທ່ານໄດ້ເນັ້ນເຖິງຄວາມສຳຄັນ ຂອງທິດນຳ 16 ຕົວອັກສອນທີ່ຍັງ ຄົງເປັນເຂັມຊີ້ທິດນຳທາງໃນການ ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການຮ່ວມມືຮອບດ້ານ ແລະ ຜົນສຳ ເລັດຂອງການເປັນ “ຄູ່ຮ່ວມຊາຕາ ກຳລາວ-ຈີນ” ທີ່ນຳເອົາຜົນປະ ໂຫຍດຕົວຈິງມາສູ່ການພັດທະນາ ເສດຖະກິດຂອງສອງປະເທດ, ຊົມ ເຊີຍຜົນສຳເລັດຂອງໂຄງການທາງ ລົດໄຟລາວ-ຈີນ ທີ່ເປັນສັນຍະລັກ ແຫ່ງການເຊື່ອມໂຍງ, ຊຸກຍູ້ການ ຄ້າ ແລະ ການໄປມາຫາສູ່ກັນຂອງ ປະຊາຊົນ, ຢືນຢັນວ່າພັກ ແລະ ລັດ ຖະບານຈີນ ຍາມໃດກໍກຽມພ້ອມທີ່ ຈະຊ່ວຍເຫລືອລາວ ແລະ ຂະຫຍາຍ ການຮ່ວມມືໄປສູ່ຂົງເຂດໃໝ່ ເຊັ່ນ: ເຕັກໂນໂລຊີ ແລະ ປັນຍາປະດິດ, ພ້ອມຮຽກຮ້ອງໃຫ້ທັງສອງຊາດສືບ ຕໍ່ຮັກສາມູນເຊື້ອມິດຕະພາບ ເພື່ອ ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃນ ຍຸກໃໝ່ໃຫ້ເຂັ້ມແຂງ ແລະ ຍືນຍົງ ຕະຫລອດໄປ. ແລະ ພາກສ່ວນທີ່ກ່ຽວຂ້ອງລົງ ຍົກຍ້າຍປະຊາຊົນ, ສັດລ້ຽງ ແລະ ຊັບສິນໄປຢູ່ບ່ອນທີ່ປອດໄພ, ພ້ອມ ທັງກະກຽມພ້ອມເຮືອຈັກ 1.000 ກວ່າລໍາ, ພາຫະນະ 16 ຄັນ ແລະ ກໍານົດຈຸດອົບພະຍົບ 18 ຈຸດ ເພື່ອຮັບມືກັບ 26 ບ້ານ ທີ່ມີຄວາມ ສ່ຽງໄພ. ໃນໂອກາດດັ່ງກ່າວ, ທ່ານນາ ຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ແລະ ໃຫ້ກຳລັງໃຈປະຊາຊົນ ໂດຍ ສະເພາະຍາມໃດພັກ ແລະ ລັດຖະ ບານກໍໄດ້ຕິດຕາມສະພາບ ແລະ ຊີ້ ນຳວຽກງານຂອງທ້ອງຖິ່ນຢ່າງ ໃກ້ຊິດ ແລະ ເປັນປົກກະຕິ, ເມື່ອ ຮັບຊາບບັນຫາທີ່ເກີດຂຶ້ນແມ່ນໄດ້ ຊີ້ນໍາຂະແໜງການທີ່ກ່ຽວຂ້ອງຂັ້ນ ສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນໃຫ້ ຮັບຜົນກະທົບຈາກໄພພິບັດທາງ ທຳມະຊາດຢູ່ທ້ອງຖິ່ນຕ່າງໆ, ຕາງ ໜ້າຮັບໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະ ທານ, ຜູ້ປະຈຳການຄະນະກຳມະ ການຄຸ້ມຄອງໄພພິບັດສູນກາງ ໂດຍ ມີທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ແລະ ຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ ສັກຂີພິຍານ. ບັນດາພາກສ່ວນທີ່ນຳເງິນມາ ມອບຊ່ວຍເຫລືອໃນຄັ້ງນີ້ ປະກອບ ມີ: ກຸ່ມບໍລິສັດ ຈະເລີນເຊກອງ ພະລັງ ງານຈຳກັດ, ທະນາຄານສົ່ງເສີມກະ ສິກຳຈຳກັດ, ບໍລິສັດຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດລາວ ພາກສ່ວນລະ 5 ຕື້ກີບ ແລະ ກຸ່ມບໍລິສັດໂຊກໄຊ ຈຳກັດ ຈຳນວນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ກາງ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ( ກາງ ) ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກຈຳນວນໜຶ່ງ ໃຫ້ອົງການປົກຄອງເມືອງ ແລະ ຕາແສງປະທຸມພອນ ຄະນະໂຄສະນາອົບຮົມສູນກາງພັກ, ຮ່ວມກັບຄະນະນຳແຂວງຫລວງພະ ບາງ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ຢູ່ເມືອງນານ. ໂອກາດນີ້, ທ່ານ ໄຊນະຄອນ ສຸດທິດາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ນານ ໄດ້ລາຍງານສະພາບນ້ຳຖ້ວມ ຄັ້ງນີ້ວ່າ: ເຫດເກີດຂຶ້ນໃນເວລາ ປະມານ 2 ໂມງເຊົ້າຂອງວັນທີ 19 ສິງຫາ 2026 ເນື່ອງຈາກຝົນຕົກ ໜັກຫລາຍຊົ່ວໂມງຕິດຕໍ່ກັນເຮັດ ໃຫ້ນ້ຳນານເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມເຮືອນຂອງ ປະຊາຊົນ, ຕາມການເກັບກຳຂໍ້ມູນ ເບື້ອງຕົ້ນມີຄອບຄົວຖືກຜົນກະທົບ ລວມ 122 ຄອບຄົວ, ປະຊາກອນ 574 ຄົນ. ໃນນັ້ນ, ບ້ານນາເລົາ ມີ 5 ຄອບຄົວ, ບ້ານສີບຸນເຮືອງ 30 ຄອບຄົວ. ສຳລັບດ້ານກະສິກຳ ມີ ເນື້ອທີ່ນາເສຍຫາຍຫລາຍກວ່າ 14 ເຮັກຕາ ແລະ ເນື້ອທີ່ສວນມັນຕົ້ນ ເສຍຫາຍຫລາຍກວ່າ 1 ເຮັກຕາ, ສ່ວນເນື້ອທີ່ນາພວມຢູ່ໃນຂັ້ນຕອນ ສຳຫລວດ ແລະ ສັງລວມຂໍ້ມູນ. ຈາກນັ້ນ,ທ່ານຄໍາພັນເຜີຍຍະວົງ ໄດ້ມີຄຳເຫັນສະແດງຄວາມເປັນ ຫ່ວງຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ໂດຍ ສະເພາະຜົນກະທົບຕໍ່ຊີວິດການເປັນ ຢູ່ຂອງປະຊາຊົນ, ພ້ອມທັງເນັ້ນໃຫ້ ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ, ຂັ້ນເມືອງ ແລະ ທຸກໜ່ວຍງານທີ່ ກ່ຽວຂ້ອງສືບຕໍ່ສຸມທຸກກຳລັງແຮງ ເຂົ້າໃນການຊ່ວຍເຫລືອ ແລະ ເບິ່ງ ແຍງຜູ້ປະສົບໄພຄວບຄູ່ກັບການເຝົ້າ ລະວັງ-ຕິດຕາມປະຊາຊົນທີ່ອາໄສ ຢູ່ໃນເຂດສ່ຽງ, ພ້ອມທັງເລັ່ງຟື້ນ ປະລິມານນໍ້າທີ່ໄຫລມາຈາກທາງ ເໜືອ ແລະ ນໍ້າເຊບັ້ງໄຟ ຍັງຢູ່ໃນ ເຂດອັນຕະລາຍ. ບ້ານທີ່ໄດ້ຮັບ ຜົນກະທົບຈາກໄພນໍ້າຖ້ວມຄັ້ງນີ້ 34 ບ້ານ, ພົນລະເມືອງ 36.117 ຄົນ ແລະ 6.729 ຄອບຄົວ ໄດ້ ຮັບຜົນກະທົບ. ດ້ານພື້ນຖານໂຄງ ລ່າງເສັ້ນທາງຫລາຍຈຸດຖືກນໍ້າ ຖ້ວມບໍ່ສາມາດສັນຈອນໄປ-ມາໄດ້ ແລະ ຍັງມີເສັ້ນທາງອື່ນໆ ທີ່ໄດ້ຮັບ ຄວາມຫຍຸ້ງຍາກໃນການສັນຈອນ. ປັດຈຸບັນເສັ້ນທາງຖືກນໍ້າຖ້ວມບໍ່ ສາມາດທຽວໄປ-ມາໄດ້ 21 ເສັ້ນ (ທາງຂາດເປ່ເພ 6 ຈຸດ: ທາງບ້ານ ດົງກະສິນ, ນໍ້າພຸ, ດົງສະຫງໍາ, ຫາດຊາຍຟອງ, ຫາດຊຽງດີ ແລະ ຕານເທິງ) ລວມຄວາມຍາວ 40.350 ແມັດ, ຂົວຖືກນໍ້າຖ້ວມ 5 ແຫ່ງ, ຕາຝັ່ງນໍ້າຂອງ, ນໍ້າເຊ ເຊາະ ເຈື່ອນ 3 ຈຸດ (ຕົວເລກສະສົມ), ຄອງຊົນລະປະທານຫລາຍຈຸດໄດ້ ຖືກນໍ້າຖ້ວມ 117 ເສັ້ນ (ຄອງດິນ) ຍາວ 66.202 ແມັດ, ຄອງດິນຈີ່ 66.115 ແມັດ, ຝາຍນໍ້າ 2 ຈຸດ ແລະ ປະຕູນໍ້າ 5 ແຫ່ງ ໂຮງຮຽນຖືກ ນໍ້າຖ້ວມ 11 ແຫ່ງ, ວັດ 21 ແຫ່ງ, ລະບົບສາທາລະນະສຸກ (ວິດຖ່າຍ ຈໍານວນ 1.171 ຄົວເຮືອນ ແລະ ນໍ້າບາດານ 1.708 ໜ່ວຍບໍ່ສາມາດ ນໍາໃຊ້ໄດ້ (ຕົວເລກສະສົມແຕ່ວັນທີ 9 ຫາ 20 ສິງຫາ 2026). ສະເພາະ ຕາແສງຕານເທີງ ມີ 11 ບ້ານ, ມີ 1.736 ຄອບຄົວ, ຄອບຄົວທີ່ຖືກ ນ້ຳຖ້ວມ ມີ 902 ຄອບຄົວ, ມີເນື້ອ ທີ່ນາຖືກຖ້ວມ 3.318 ເຮັກຕາ ແລະ ພົນລະເມືອງ 3.790 ຄົນ ໄດ້ຮັບຜົນ ກະທົບຈາກໄພນໍ້າຖ້ວມ. ແຜນການກຽມຄວາມພ້ອມຮັບມື ໃນທ້າຍປີ 2026. ຮ່າງດໍາລັດວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານ ພັດທະນາ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ); ຮ່າງກົດໝາຍວ່າ ດ້ວຍຈັດຊື້-ຈັດຈ້າງດ້ວຍທຶນຂອງ ລັດ(ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມ ທີ່ມີທາດເຫລົ້າ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການປະກັນ ສຸຂະພາບ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍປະກັນສັງຄົມ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ); ຮ່າງນະໂຍບາຍ ພິເສດຕໍ່ການພັດທະນາແຂວງຫົວ ພັນ ແລະ ແຂວງຜົ້ງສາລີ; ຮ່າງຄໍາ ສັ່ງວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການ ພັດທະນາແຮ່ທາດໃນໄລຍະໃໝ່; ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງ ໄຊເບີ (ສະບັບປັບປຸງ); ຮ່າງ ກົດໝາຍວ່າດ້ວຍກໍາລັງປ້ອງກັນ ຄວາມສະຫງົບປະຊາຊົນລາວ (ສະ ບັບປັບປຸງ); ຮ່າງດໍາລັດວ່າດ້ວຍ ຕໍາແໜ່ງບໍລິຫານຂອງພະນັກງານ ລັດຖະກອນ (ສະບັບປັບປຸງ). ໃນໂອກາດດັ່ງກ່າວ, ທ່ານ ປະທານກອງປະຊຸມໄດ້ຮຽກຮ້ອງ ໃຫ້ບັນດາທ່ານສະມາຊິກລັດຖະ ບານ ແລະ ບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງ ເລິກເຊິ່ງ, ແທດກັບສະພາບຄວາມ ເປັນຈິງຂອງແຕ່ລະບັນຫາດ້ວຍ ການສະເໜີທັດສະນະຢ່າງກົງໄປ ກົງມາ, ກະທັດຮັດ ແລະ ມີຈຸດສຸມ ເຮັດໃຫ້ຜົນຂອງກອງປະຊຸມຄັ້ງນີ້ ໄດ້ຮັບຜົນເປັນຢ່າງດີ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. 4 ຕື້ກີບ, ລວມທັງໝົດ 19 ຕື້ກີບ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມ ຂອບໃຈຕໍ່ບັນດາບໍລິສັດທີ່ໄດ້ໃຫ້ ການຊ່ວຍເຫລືອລັດຖະບານ ກໍຄື ປະ ຊາຊົນລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ຊຶ່ງການຊ່ວຍເຫລືອດັ່ງ ກ່າວ ແມ່ນສອດຄ່ອງກັບຄວາມ ຮຽກຮ້ອງຕ້ອງການຂອງສະພາບ ການຕົວຈິງໃນປັດຈຸບັນ, ເປັນການ ເສຍສະລະ ເພື່ອປະກອບສ່ວນເຂົ້າ ໃນການແກ້ໄຂຜົນກະທົບ ແລະ ຟື້ນ ຟູຊີວິດການເປັນຢູ່ຂອງຜູ້ທີ່ປະສົບ ໄພທໍາມະຊາດໃຫ້ກັບຄືນສູ່ສະພາບ ປົກກະຕິໂດຍໄວ, ພ້ອມທັງຢືນຢັນ ວ່າຈະຊີ້ນຳພາກສ່ວນກ່ຽວຂ້ອງ ເພື່ອ ເອົາການຊ່ວຍເຫລືອດັ່ງກ່າວ ໄປນຳ ໃຊ້ດ້ວຍຄວາມໂປ່ງໃສ, ຖືກຕ້ອງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ. ຂໍ້ມູນ-ພາບ: ຫສນຍ ຟູຜົນກະທົບໃນໄລຍະຜ່ານມາໃຫ້ກັບ ຄືນສູ່ສະພາບປົກກະຕິໂດຍໄວ. ສ່ວນ ປະຊາຊົນຕ້ອງເພີ່ມຄວາມລະມັດ ລະວັງ, ເບິ່ງແຍງລູກຫລານ ແລະ ຕິດຕາມຂ່າວສານກ່ຽວກັບສະພາບ ອາກາດຢ່າງເປັນປົກກະຕິ, ຄວບຄູ່ ກັບການເອົາໃຈໃສ່ດ້ານສຸຂະອະນາ ໄມ, ນ້ຳສະອາດ ແລະ ການປ້ອງ ກັນພະຍາດລະບາດທີ່ອາດເກີດຂຶ້ນ ພາຍຫລັງນ້ຳຖ້ວມ. ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມອບເຄື່ອງອຸປະ ໂພກ-ບໍລິໂພກ ລວມມູນຄ່າ 293 ລ້ານກີບ ໃຫ້ແກ່ຄະນະກຳມະການ ປົກຄອງເມືອງນານ ເພື່ອນໍາໄປ ມອບຕໍ່ໃຫ້ປະຊາຊົນນຳໃຊ້ເຂົ້າໃນ ການແກ້ໄຂຜົນກະທົບຈາກໄພພິບັດ ທຳມະຊາດໃຫ້ກັບສູ່ສະພາບປົກ ກະຕິໂດຍໄວ, ທັງໄດ້ເຄື່ອນໄຫວ ເບິ່ງສະຖານທີ່ນ້ຳຖ້ວມຢູ່ບ້ານສີບຸນ ເຮືອງ ແລະ ບ້ານນາເລົາ ຕື່ມອີກ. ພາບ-ຂ່າວ: ທະນູສິນ ອິດທິພົນ ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ນໍາເອົາເຄື່ອງອຸປະ ໂພກ-ບໍລິໂພກ ແລະ ປັດໄຈຈຳນວນ ໜຶ່ງມອບໃຫ້ແກ່ເມືອງເຊບັ້ງໄຟ ແລະ ຕາແສງຕານເທີງ ເມືອງໜອງ ບົກ ພ້ອມທັງກ່າວໃຫ້ກຳລັງໃຈແກ່ ປະຊາຊົນຜູ້ປະສົບໄພພິບັດໃນຄັ້ງ ນີ້ດ້ວຍ. ການຊ່ວຍເຫລືອ ແລະ ແກ້ໄຂຄວາມ ຫຍຸ້ງດ້ານຕ່າງໆຢ່າງທັນການເປັນ ຕົ້ນດ້ານກຳລັງ, ພາຫະນະ, ວັດຖຸອຸ ປະກອນ, ງົບປະມານ ແລະ ອື່ນໆ. ສະນັ້ນ, ໃນຍາມພົບກັບຄວາມຫຍຸ້ງ ຍາກຄືແນວນີ້ ແມ່ນໃຫ້ເອົາໃຈໃສ່ ເພີ່ມທະວີຄວາມສາມັກຄີຊ່ວຍ ເຫລືອເຊິ່ງກັນ ແລະ ກັນ; ໃຫ້ມີສະ ຕິລະວັງຕົວ, ຕິດຕາມສະພາບດິນ ຟ້າອາກາດຢ່າງໃກ້ຊິດ, ກະກຽມ ຄວາມພ້ອມດ້ານຕ່າງໆ ເພື່ອຮັບມື ກັບຄວາມສ່ຽງຕ່າງໆທີ່ອາດເກີດ ຂຶ້ນຕື່ມໃນຕໍ່ໜ້າຢ່າງທັນການ; ເອົາ ໃຈໃສ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນ ສັງຄົມ, ມີສະຕິຕໍ່ກຸ່ມຄົນຂີ້ລັກງັດ ແງະ ທີ່ອາດສວຍໂອກາດໃນຍາມ ຫຍຸ້ງຍາກນີ້; ກະກຽມຄວາມພ້ອມ ດ້ານຕ່າງໆ ເພື່ອທຳການຜະລິດທົດ ແທນພາຍຫລັງນໍ້າບົກແຫ້ງ ແລະ ໝົດເຂດໄລຍະຄວາມສ່ຽງ; ໃຫ້ປະ ຊາຊົນເອົາໃຈໃສ່ຮັກສາສຸຂະອານາ ໄມ, ໃຫ້ແພດ-ໝໍ ຕິດຕາມເບິ່ງແຍງ ສຸຂະພາບຂອງປະຊາຊົນຢ່າງໃກ້ ຊິດ, ລວມທັງການປ້ອງກັນພະຍາດ ຕາມລະດູການ. ໃນຕໍ່ໜ້າໃຫ້ເອົາໃຈ ໃສ່ນຳໃຊ້ທ່າແຮງບົ່ມຊ້ອນຂອງ ທ້ອງຖິ່ນເຂົ້າໃນການພັດທະນາເສດ ຖະກິດ-ສັງຄົມໃຫ້ເກີດປະໂຫຍດ ສູງສຸດ ຕາມທິດສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ ໃຫ້ແຂງແຮງ ແລະ ປະກົດ ຜົນເປັນຈິງ. ຈາກນັ້ນ, ທ່ານນາຍົກລັດຖະ ມົນຕີ ໄດ້ມອບເງິນ ແລະ ເຄື່ອງອຸປະ ໂພກ-ບໍລິໂພກຈຳນວນໜຶ່ງໃຫ້ແກ່ ອົງການປົກຄອງເມືອງ ແລະ ຕາ ແສງປະທຸມພອນ ເພື່ອນຳໄປຊ່ວຍ ເຫລືອປະຊາຊົນ ແລະ ແກ້ໄຂຄວາມ ຫຍຸ້ງຍາກຕ່າງໆ. ຂ່າວ- ພາບ: ກົມປະຊາສຳພັນ ຫສນຍ. ໃນໂກາດນີ້, ທ່ານ ໄມທອງ ທຳມະວົງສາ ໄດ້ກ່າວວ່າ: ເນື່ອງ ໃນໂອກາດຄົບຮອບ100ປີວັນເກີດ ຂອງສະຫາຍ ຈ່ຽງ ເຈີມິນ ພັກ-ລັດ ສປ ຈີນ ໄດ້ຈັດຕັ້ງບັນດາກິດຈະກຳ ຕ່າງໆ ເພື່ອລະນຶກເຖິງ, ທົບທວນຄືນ ແລະ ສຶກສາຄົ້ນຄວ້າກ່ຽວກັບວິຖີ ຊີວິດ, ຜົນງານ ແລະ ແນວຄິດຂອງ ສະຫາຍ ຈ່ຽງ ເຈີມິນ ຕະຫລອດ ໄລຍະທີ່ເພິ່ນໄດ້ປະຕິບັດໜ້າທີ່ເພື່ອ ປະເທດຊາດ ແລະ ປະຊາຊົນຈີນ. ຜົນງານຂອງເພິ່ນໄດ້ສະແດງໃຫ້ ເຫັນເຖິງຄວາມມຸ່ງມາດປາຖະໜາ ໃນການປະຕິຮູບ, ຄວາມກ້າຄິດກ້າ ເຮັດ, ວິໄສທັດອັນເບິ່ງກວ້າງເຫັນ ໄກ ແລະ ຄວາມສາມາດໃນການ ກຳແໜ້ນຈຸດປ່ຽນແປງຂອງຍຸກສະ ໄໝ ເພື່ອນໍາພາປະເທດຊາດກ້າວ ຂຶ້ນສູ່ຄວາມຈະເລີນຮຸ່ງເຮືອງຕາມ ການປ່ຽນແປງຂອງສາກົນ. ສຳລັບ ການສົ່ງເສີມສາຍພົວພັນ ລາວ-ຈີນ ສະຫາຍ ຈ່ຽງ ເຈີມິນ ແມ່ນໜຶ່ງໃນ ການນໍາສູງສຸດຂອງ ສປ ຈີນ ທີ່ເປັນ ຜູ້ວາງຮາກຖານຂອງການພົວພັນ ສອງຊາດ ໃນໄລຍະການດຳລົງຕຳ ແໜ່ງຂອງເພິ່ນ, ສະຫາຍ ໜູຮັກ ພູມສະຫວັນ ປະທານປະເທດ ແຫ່ງ ສປປ ລາວ ໃນເວລານັ້ນ, ໄດ້ຢ້ຽມ ຢາມ ສປ ຈີນ ຢ່າງເປັນທາງການ ໃນປີ 1992 ຊຶ່ງໄດ້ກາຍເປັນການ ເປີດສັງກາດໃໝ່ ແຫ່ງການສົ່ງເສີມ ມິດຕະພາບ ແລະ ການຮ່ວມມື ລາວ-ຈີນ, ໃນເວລາຕໍ່ມາສະຫາຍ ຈ່ຽງ ເຈີມິນ ຖືເປັນການນໍາສູງສຸດ ຂອງ ສປ ຈີນ ຄົນທໍາອິດທີ່ໄດ້ມາ ຢ້ຽມຢາມ ສປປ ລາວ ຢ່າງເປັນ ທາງການພາຍຫລັງການສະຖາປະ ນາ ສປປ ລາວ. ມິດຕະພາບ ແລະ ການຮ່ວມມື ລາວ-ຈີນ ໃນປັດຈຸບັນບໍ່ພຽງແຕ່ ແມ່ນຜົນງານຂອງຄົນຮຸ່ນປັດຈຸບັນ, ແຕ່ເປັນຜົນງານມໍລະດົກຈາກການ ວາງຮາກຖານຂອງບັນດາຜູ້ນໍາຮຸ່ນ ກ່ອນ. ສະຫາຍ ຈ່ຽງ ເຈີມິນ ແມ່ນ ໜຶ່ງໃນຜູ້ນໍາສໍາຄັນທີ່ມີບົດບາດໃນ ການວາງຮາກຖານໃຫ້ແກ່ສາຍ ພົວພັນລາວ-ຈີນ ໃນຍຸກໃໝ່. ດັ່ງນັ້ນ, ການລະນຶກເຖິງສະຫາຍ ຈ່ຽງ ເຈີ ມິນ ໃນມື້ນີ້, ຈຶ່ງບໍ່ພຽງແຕ່ແມ່ນການ ຫວນຄືນອະດີດ, ແຕ່ແມ່ນການເບິ່ງ ໄປຂ້າງໜ້າ. ພວກເຮົາຕ້ອງສືບ ຕໍ່ສົ່ງເສີມມູນເຊື້ອອັນດີງາມແຫ່ງ ມິດຕະພາບ, ຮັກສາຄວາມໄວ້ເນື້ອ ເຊື່ອໃຈທາງການເມືອງ, ເສີມສ້າງ ການຮ່ວມມືໃນທຸກຂົງເຂດຕາມທິດ ຄູ່ຮ່ວມມືຍຸດທະສາດຮອບດ້ານ, ໝັ້ນ ຄົງຍາວນານຕາມທິດ 4 ດີ ແລະ ຄູ່ ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມ ແຂງໜຽວແໜ້ນໃນທຸກສະພາບ ການຂອງຍຸກໃໝ່ ໃຫ້ກ້າວໜ້າຢ່າງ ໝັ້ນຄົງ, ຢືນຍົງ ແລະ ເກີດຜົນປະ ໂຫຍດແກ່ປະຊາຊົນສອງຊາດ. ຂ່າວ: ກິດຕາ
25/08/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ໄອແກ້ວ້ວ 23 ly 'sk 1975 gsfdkole7a o .o|h kxts;a flkf]k; (ເນື່ອງໃນໂອກາດວັນຢຶດອຳນາດ 23/8/1945 ແລະ 23/8/1975)ື່ ອັ ນຶ ດ ຂປລ. ເຫດການປະຫວັດສາດ ທີ່ເກີດຂຶ້ນໃນວັນທີ 23 ສິງຫາ ປີ 1975 ເປັນອີກໜຶ່ງເຫດການທີ່ ສຳຄັນໃນປະຫວັດສາດລາວ ເມື່ອ ຂະບວນການລຸກຮືຂຶ້ນຂອງປວງຊົນ ລາວບັນດາເຜົ່າ ໄດ້ແຜ່ຂະຫຍາຍໄປ ທົ່ວປະເທດ ໂດຍສະເພາະຢູ່ນະຄອນ ຫລວງວຽງຈັນ ຊຶ່ງເປັນທີ່ຕັ້ງຂອງ ສູນກາງກົງຈັກບັນຊາການຂອງ ລະບອບເກົ່າ ທີ່ລັດທິຈັກກະພັດໄດ້ ສ້າງຕັ້ງຂຶ້ນ, ເວລານັ້ນປວງຊົນ ລາວທົ່ວນະຄອນຫລວງວຽງຈັນ ກໍຄືປວງຊົນທັງຊາດໄດ້ຕົກຢູ່ໃນ ສະພາບຂາດແຄນ, ຖືກກົດຂີ່ຂູດ ຮີດ, ບໍ່ມີສິດເສລີພາບແລະ ຖືກຄອບ ງຳໃນທຸກດ້ານ. ການລຸກຮືຂຶ້ນຢຶດອຳນາດໃນວັນ ທີ 23 ສິງຫາ ຈຶ່ງເປັນຫົນທາງດຽວ ໃນການຍູ້ແຮງໃຫ້ແກ່ຂະບວນການ ຕໍ່ສູ້ປົດປ່ອຍຊາດ, ປະກາດເອກະ ລາດໃນທົ່ວປະເທດ. ດ້ວຍເຫດນັ້ນ, ເຫດການດັ່ງກ່າວໄດ້ມີຄວາມສຳ ຄັນ ຊຶ່ງສ່ອງແສງໃຫ້ເຫັນບາງບັນ ຫາ ດັ່ງນີ້: ອັນທີໜຶ່ງ, ການລຸກຮື ຂຶ້ນຂອງປະຊາຊົນລາວບັນດາເຜົ່າ ເພື່ອຢຶດອຳນາດການປົກຄອງທົ່ວ ປະເທດໃນປີ 1975 ໄດ້ເປັນການ ປະກອບສ່ວນເຮັດໃຫ້ພາລະກິດ ແຫ່ງການປະຕິວັດຊາດ-ປະຊາທິ ປະໄຕໄດ້ສຳເລັດຜົນ ແລະ ສາມາດ ປົດປ່ອຍປະເທດຊາດເປັນເອກະ ລາດໄດ້ຢ່າງສົມບູນ. ອັນທີສອງ, ການລຸກຮືຂຶ້ນຢຶດອຳນາດການປົກ ຄອງທົ່ວປະເທດໃນປີ 1975 ໄດ້ ເຮັດໃຫ້ການປະຕິວັດລາວກ້າວເຂົ້າ ສູ່ໄລຍະໃໝ່ ໄລຍະແຫ່ງການສືບຕໍ່ ສ້າງ ແລະ ຂະຫຍາຍລະບອບປະຊາ ທິປະໄຕປະຊາຊົນ, ສ້າງປະຖົມປັດ ໄຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອ ລະກ້າວໃນບາດລ້ຽວໃໝ່ຂອງການ ປະຕິວັດລາວ. ອັນທີສາມ, ການລຸກ ຮືຂຶ້ນຢຶດອຳນາດການປົກຄອງທົ່ວ ປະເທດໃນປີ 1975 ໄດ້ເປັນໜຶ່ງໃນ 3 ບາດຄ້ອນຍຸດທະສາດ ຊຶ່ງໄດ້ປາ ກົດຜົນເປັນຈິງ ແລະ ສາມາດຍາດ ໄດ້ໄຊຊະນະອັນສະຫງ່າລາສີ ໂດຍ ພາຍໃຕ້ການນຳພາຂອງພັກປະຊາ ຊົນປະຕິວັດລາວ. ເພື່ອເຮັດໃຫ້ຖັນແຖວຊາວໜຸ່ມໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະ ນັກງານ-ລັດຖະກອນ, ສະມາຊິກ ພັກ ແລະ ປະຊາຊົນລາວບັນດາເຜົ່າ ກຳໄດ້ ແລະ ສືບຕໍ່ເສີມຂະຫຍາຍ ມູນເຊື້ອ 23 ສິງຫາ ກໍຄືມູນເຊື້ອອັນ ດີງາມ ຂອງປວງຊົນລາວບັນດາ ເຜົ່າໃຫ້ເປັນຂະບວນກວ້າງຂວາງ ໃນສັງຄົມ, ປະກອບສ່ວນເຂົ້າໃນ ພາລະກິດປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນໄລ co;]k;Ia d-kf da [rk]tdy fg8Q k3I,dh vode]a 'Ia d-kf (ເນ່ືອງໃນໂອກາດວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ 13/8/1950-13/8/2026)່ື ອັ ນ້ າັ້ ງ້ າົ ບີ ຂປລ. ດັ່ງທີ່ຮູ້ນຳກັນແລ້ວວ່າ ແນວລາວອິດສະຫລະ ໄດ້ມີບົດ ບາດສຳຄັນໃນການເຕົ້າໂຮມກ້ອນ ກໍາລັງສໍາພັນທະພາບ ລະຫວ່າງ ຊົນຊັ້ນກໍາມະກອນ-ຊາວກະສິກອນ ແລະ ບັນດາກໍາລັງການເມືອງ, ການຈັດຕັ້ງສັງຄົມຕ່າງໆ, ໄດ້ອອກ ແຮງເຕົ້າໂຮມຄວາມສາມັກຄີປອງ ດອງທົ່ວປວງຊົນລາວຜູ້ຮັກຊາດ ແລະສໍາພັນພິເສດກັບກອງທັບແລະ ປະຊາຊົນຫວຽດນາມອ້າຍນ້ອງ, ສໍາພັນ 3 ຊາດອິນດູຈີນ, ເຮັດສໍາ ເລັດພາລະກໍາປະຫວັດສາດອັນສະ ຫງ່າອົງອາດຄື: ປົດປ່ອຍຊາດອອກ ຈາກແອກປົກຄອງລ່າເມືອງຂຶ້ນ ແບບເກົ່າ, ບັງຄັບໃຫ້ພວກເຂົາຕ້ອງ ເຊັນສັນຍາເຊີແນວ 1954 ຍອມຮັບ ຮູ້ເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ລາວ, ເຮັດໃຫ້ຊື່ສຽງ ແລະ ບົດບາດ ຂອງລາວ ພົ້ນເດັ່ນຂຶ້ນໃນເວທີການ ເມືອງຂອງໂລກ; ກໍາລັງປະຕິວັດ ໄດ້ມີ 2 ແຂວງເຕົ້າໂຮມ ຄື: ຜົ້ງສາ ລີ ແລະ ຫົວພັນ ພ້ອມທັງມີຖານະ ຖືກຕ້ອງຕາມກົດໝາຍ. ໃນວັນທີ 6 -9/01/1956 ທີ່ ບ້ານເລີຍ, ຕາແສງເມືອງພູນ ເມືອງ ໂສຍ, ແຂວງຫົວພັນ ແນວລາວອິດ ສະຫລະ ໄດ້ເປີດກອງປະຊຸມໃຫຍ່ ຂຶ້ນ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 150 ທ່ານ. ໃນກອງປະຊຸມຄັ້ງນີ້ ໄດ້ຕົກລົງປ່ຽນຊື່ “ແນວລາວອິດ ສະຫລະ” ມາເປັນ “ແນວລາວຮັກ ຊາດ”ແລະ ປ່ຽນຊື່ໜັງສືພິມ“ລາວ ອິດສະຫລະ” ມາເປັນ “ລາວຮັກ ຊາດ”, ພ້ອມທັງແຕ່ງຕັ້ງຄະນະ ກຳມະການ ສູນກາງແນວລາວຮັກ ຊາດ ຈໍານວນ 47 ທ່ານ ໂດຍມີສະ ເດັດເຈົ້າສຸພານຸວົງ ເປັນປະທານ ສູນກາງແນວລາວຮັກຊາດ. ຕໍ່ມາວັນທີ 6-9/4/1964, ຢູ່ ທີ່ທົ່ງນາໄກ່, ເມືອງວຽງໄຊ ແຂວງ ຫົວພັນ, ໄດ້ເປີດກອງປະຊຸມໃຫຍ່ ແນວລາວຮັກຊາດ ມີຜູ້ແທນເຂົ້າ ຮ່ວມ 227 ທ່ານ ແລະ ໄດ້ຮັບຮອງ ເອົາການແຕ່ງຕັ້ງກຳມະການສູນ ກາງແນວລາວຮັກຊາດ ຈໍານວນ 76 ທ່ານ. ໃນນັ້ນ, ແຕ່ງຕັ້ງສະເດັດ ເຈົ້າ ສຸພານຸວົງ ເປັນປະທານສູນ ກາງແນວລາວຮັກຊາດ ແລະ ຮອງ ປະທານຈໍານວນ 3 ທ່ານ. ໃນໄລ ຍະຕູ້ສູ້, ແນວລາວຮັກຊາດ ເຮັດໄດ້ ໜ້າທີ່ເຕົ້າໂຮມກຳລັງຮັກຊາດ, ປຸກລະດົມປວງຊົນ ແລະ ປະສານ ກຳລັງທາງການເມືອງ, ພ້ອມທັງ ມີສ່ວນຮ່ວມໃນການສ້າງລັດຖະ ບານປະສົມ ແລະ ການດຳເນີນ ການທາງການເມືອງຕາມແຕ່ລະ ໄລຍະ. ເປັນອົງການຈັດຕັ້ງເປີດ ເຜີຍຖືກກົດໝາຍຂອງພັກ ປະ ຊາຊົນລາວ ໃນເວລາທີ່ພັກບໍ່ມີ ເງື່ອນໄຂເຄື່ອນໄຫວເປີດເຜີຍ; ທຸກແຜນນະໂຍບາຍ ແລະ ນະໂຍ ບາຍຂອງພັກທັງຕໍ່ພາຍໃນ ແລະ ຕ່າງປະເທດລ້ວນແຕ່ຜ່ານແນວ ລາວຮັກຊາດ ເພື່ອນໍາພາ ແລະ ປຸກ ລະດົມປວງຊົນປະຕິບັດ; ເຂົ້າລວມ ລາວຄັ້ງທີໜຶ່ງ ປີ 1957, ສ້າງຕັ້ງ ລັດຖະບານປະສົມ 2 ຝ່າຍຄື: ຝ່າຍ ປະເທດລາວ ແລະ ຝ່າຍລາຊະອາ ນາຈັກລາວ; ເຂົ້າຮ່ວມການເລືອກ ຕັ້ງຜູ້ແທນລາດຊະດອນເພີ່ມເຕີມ ຝ່າຍແນວລາວຮັກຊາດ ແລະ ຝ່າຍ ເປັນກາງ ໄດ້ຮັບໄຊຊະນະຢ່າງ ຂາດຂັ້ນ; ໃນນັ້ນ ມີແມ່ຍິງຜູ້ທຳອິດ ຂອງແນວລາວຮັກຊາດ ໄດ້ຮັບ ການເລືອກຕັ້ງເຂົ້າເປັນສະມາຊິກ ສະພາຜູ້ແທນລາດຊະດອນ; ປຸກ ລະດົມປະຊາຊົນບັນດາເຜົ່າເຂົ້າ ຮ່ວມການຕໍ່ສູ້ ແລະ ຊ່ວຍເຫລືອ ກອງພັນທີ 2 ຂອງຝ່າຍປະເທດ ລາວ ທີ່ປະສົມຢູ່ທົ່ງໄຫຫີນ ຜ່າວົງ ປິດລ້ອມຂອງສັດຕູ ສູ່ເຂດທີ່ໝັ້ນ ຢ່າງມີໄຊ ໃນວັນທີ 18/5/1959 ແລະ ສ້າງເງື່ອນໄຂຊ່ວຍເຫລືອຜູ້ ນໍາພັກ ແລະ ແນວລາວຮັກຊາດ 16 ທ່ານ ໂຕນອອກຈາກຄຸກໂພນ ເຄັງໄປສູ່ເຂດທີ່ໝັ້ນຢ່າງປອດໄພ ວັນທີ 24/5/1960; ປະກອບ ສ່ວນຊ່ວຍເຫລືອຄະນະລັດຖະປະ ຫານ ຂອງກອງພັນທະຫານລາບ ອາກາດທີ 2 ທີ່ໄດ້ໂຄ່ນລົ້ມລັດຖະ ບານປະຕິການຝ່າຍວຽງຈັນ ວັນທີ 9/8/1960 ເປັນການເປີດກວ້າງ ກໍາລັງປະຕິວັດ ດ້ວຍການສ້າງພັນ ທະພາບກໍາລັງເປັນກາງຮັກຊາດ; ຊຸກຍູ້ປະຊາຊົນບັນດາເຜົ່າ ແລະ ກໍາລັງປະຕິວັດເປີດບັ້ນຮົບປົດປ່ອຍ ແຂວງຫລວງນ້ຳທາ, ເຮັດໃຫ້ເຂດ ປົດປ່ອຍໄດ້ຮັບການເປີດກວ້າງ ແລະ ຕິດຈອດກັນ; ບັງຄັບໃຫ້ສັດຕູ ຕ້ອງເຊັນສັນຍາເຊີແນວ 1962 ກ່ຽວກັບລາວ, ສ້າງຕັ້ງລັດຖະບານ ປະສົມ 3 ຝ່າຍ (ຝ່າຍແນວລາວຮັກ ຊາດ, ຝ່າຍເປັນກາງ ແລະ ຝ່າຍ ລາຊະອານາຈັກ), ຊຶ່ງເປັນໄຊຊະ ນະທີ່ສໍາຄັນທາງການທະຫານ, ການເມືອງ ແລະ ການຕ່າງປະເທດ, ເປັນຂີດໝາຍແຫ່ງການຂະຫຍາຍ ຕົວໃໝ່ ທີ່ມີລັກສະນະກະໂດດຂັ້ນ ຂອງກໍາລັງປະຕິວັດ; ເຕົ້າໂຮມທຸກ ກໍາລັງຮັກຊາດ, ຜູ້ຊົງຄຸນວຸດທິ, ຜູ້ມີ ທ່າອ່ຽງຮັກສັນຕິພາບ ແລະ ກ້າວ ໜ້າໃນເຂດສັດຕູ, ຈັດຕັ້ງກອງປະ ຊຸມປະສົມການເມືອງ ລະຫວ່າງ ແນວລາວຮັກຊາດ ກັບກໍາລັງເປັນ ກາງຮັກຊາດ ຄັ້ງວັນທີ 13/10/ 1965 ຢູ່ແຂວງຫົວພັນ ເພື່ອຕີ ເອົາໄຊຊະນະສັດຕູໃນທຸກໆບັ້ນຮົບ ທັງບັ້ນຮົບນ້ອຍ-ໃຫຍ່ ຢ່າງມີໄຊ; ລົບລ້າງລະບອບ “ກວາງລ່າມ” ໂດຍພື້ນຖານ, ສ້າງພື້ນຖານວັດຖຸ ຈໍານວນໜຶ່ງເພື່ອຮັບໃຊ້ການກະ ເສດເຊັ່ນ: ຊົນລະປະທານ, ສະຖານີ ທົດລອງການຜະລິດກະສິກໍາ; ພື້ນ ຖານອຸດສາຫະກໍານ້ອຍ, ຫັດຖະ ກໍາ ແລະ ການຄ້າໄດ້ຮັບການສ້າງ ຕັ້ງຂຶ້ນ, ການຄົມມະນາຄົມຂົນສົ່ງ ແລະ ຕິດຕໍ່ສື່ສານໄດ້ຮັບການປັບ ປຸງ; ການສຶກສາ, ວັດທະນະທໍາ, ສາ ທາລະນະສຸກກໍ່ໄດ້ຂະຫຍາຍຕົວ; ປຸກລະດົມຂະບວນການມະຫາຊົນ ເຂົ້າລວມລາວ ຄັ້ງທີ 3, ປະຕິບັດ ສັນຍາ-ອະນຸສັນຍາວຽງຈັນ ວັນທີ 21/2/1973; ລຸກຮື້ຂຶ້ນຢຶດອໍາ ນາດການປົກຄອງທົ່ວປະເທດ ວັນ ທີ 23 ສິງຫາ 1975 “ແບບບົວບໍ່ ຊໍ້ານ້ຳບໍ່ຂຸ່ນ”; ສະຖາປະນາ ສປປ ລາວ ວັນທີ 2 ທັນວາ 1975. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍຢ່າງສົມບູນ, ພັກໄດ້ ເຄື່ອນໄຫວເປີດເຜີຍ, ມີອົງການ ລັດເຮັດບົດບາດບໍລິຫານຄຸ້ມຄອງ. ແນວລາວຮັກຊາດໄດ້ຍົກສູງບົດ ບາດໃນການເຕົ້າໂຮມກ້ອນກໍາລັງ ສາມັກຄີປອງດອງທົ່ວປວງຊົນ, ໂຄສະນາ-ສຶກສາອົບຮົມປະຊາຊົນ ຢ່າງກວ້າງຂວາງ, ເສີມຂະຫຍາຍ ສິດເປັນເຈົ້າຂອງປະຊາຊົນ, ປຸກ ລະດົມປະຊາຊົນບັນດາເຜົ່າປະຕິ ບັດແຜນນະໂຍບາຍ ຮໍາບາດແຜ ສົງຄາມ. ຈາກຜົນຮ້າຍຂອງສົງ ຄາມຮຸກຮານທີ່ຢຶດເຍື້ອຍາວນານ ຂອງລະບອບເກົ່າ; ໄດ້ດັດສ້າງແລະ ກໍ່ສ້າງການຜະລິດໃໝ່, ກໍ່ສ້າງທັງ ຮາກຖານເສດຖະກິດ, ປັບປຸງຊີວິດ ການເປັນຢູ່ທາງດ້ານວັດຖຸ, ຈິດໃຈ ແລະ ວັດທະນະທໍາໃໝ່. ຍະໃໝ່ ຄວນເອົາໃຈໃສ່ບາງບັນຫາ ດັ່ງນີ້: ທຸກຂົງເຂດວຽກງານ ເວົ້າ ລວມ, ເວົ້າສະເພາະຢູ່ຕາມສະຖາ ບັນການສຶກສາ, ໂຮງຮຽນຕ່າງໆ ໃນທົ່ວປະເທດຕ້ອງໄດ້ເອົາໃຈໃສ່ ຕໍ່ການປັບປຸງກົນໄກການໂຄສະນາ ເຜີຍແຜ່ດ້ວຍຮູບການຕ່າງໆຢ່າງ ປະດິດສ້າງເປັນຕົ້ນ ຖືເອົາການສິດ ສອນວິຊາປະຫວັດສາດ ເພື່ອຊີ້ແຈງ, ອະທິບາຍເຖິງສະພາບເຫດການ ຕ່າງໆທາງປະຫວັດສາດ. ເອົາໃຈ ໃສ່ຕໍ່ການປູກຝັງແນວຄິດມັກອ່ານ, ມັກຄົ້ນຄວ້າ, ສະແຫວງຫາຄວາມ ຮູ້, ມັກສະຫລຸບສັງລວມບັນຫາທີ່ ໄດ້ຜ່ານການອ່ານ, ຜ່ານການຮຽນ ຮູ້ໃຫ້ແກ່ຖັນແຖວຊາວໜຸ່ມ-ໄວໜຸ່ມ, ນັກຮຽນ, ນັກສຶກສາ, ພະນັກງານລັດຖະກອນ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ພ້ອມນັ້ນ ກໍສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ມີ ໂອກາດໄດ້ລົງເບິ່ງຕົວຈິງສະພາບ ຮ່ອງຮອຍທາງປະຫວັດສາດ ເພື່ອ ໃຫ້ເຂົາເຈົ້າສາມາດກຳໄດ້ທາງ ດ້ານຂໍ້ມູນ ແລະ ຮ່ອງຮອຍທີ່ເກີດ ຂຶ້ນໃນປະຫວັດສາດ. ຖືເອົາການ ເຜີຍແຜ່ ຜ່ານສື່ໂທລະພາບ ໂດຍສະ ເພາະລາຍການ ເຫດການປະຫວັດ ສາດ ໃຫ້ນັບມື້ນັບຫລາຍຂຶ້ນ, ທັງ ກຳນົດແລະ ຈັດສັນເວລາລາຍການ ດັ່ງກ່າວ ໃຫ້ເໝາະສົມ ເພື່ອດຶງດູດ ຊາວໜຸ່ມ-ໄວໜຸ່ມ ໄດ້ຫັນມາສົນໃຈ ໃນການສຶກສາ, ຮຽນຮູ້ກ່ຽວກັບປະ ຫວັດສາດລາວ. ຂປລ. ຫລັງຈາກອຳລາຈາກໜ້າທີ່ ວຽກງານລັດ ແລະ ເຂົ້າສູ່ໄວບຳນານ, ຫລາຍຄົນອາດເລືອກ ພັກຜ່ອນ ຢູ່ ເຮືອນ, ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ ອະດີດຮອງເຈົ້າແຂວງຫົວ ພັນ, ໄວບຳນານກັບກາຍເປັນໂອກາດ ໃໝ່ໃນການຫັນມາເຮັດກະສິກຳຢ່າງ ຈິງຈັງຈົນປະສົບຜົນສຳເລັດຢ່າງໜ້າ ພໍໃຈ. ດ້ວຍຄວາມພະຍາຍາມ ແລະ ການຮຽນຮູ້ຢ່າງບໍ່ຢຸດຢັ້ງ, ທ່ານໄດ້ ທົດລອງປູກໝາກມັງກອນ ແລະ ໝາກ ໄມ້ປອດສານພິດຫລາກຫລາຍຊະນິດ ຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ, ກາຍເປັນແບບຢ່າງ ອັນດີໃນການສ້າງລາຍຮັບ ແລະ ສ້າງ ຄວາມສຸກໃນໄວບຳນານ ໃຫ້ແກ່ບັນ ດາພະນັກງານບຳນານ ແລະ ປະຊາ ຊົນທົ່ວໄປ. ເສັ້ນທາງການເຮັດກະສິກຳຂອງ ທ່ານ ນາງ ແພງ ກັນຍາພີມ ເລີ່ມຕົ້ນຂຶ້ນ ໃນທ້າຍປີ 2020 ໂດຍເລີ່ມຈາກການ ເຊົ່າດິນ 2 ເຮັກຕາ ຢູ່ເມືອງວຽງໄຊ ເພື່ອປູກມອນລ້ຽງມ້ອນ, ແຕ່ເນື່ອງ ຈາກສະພາບດິນຟ້າອາກາດຢູ່ບໍລິເວນ ດັ່ງກ່າວບໍ່ເອື້ອອຳນວຍ ຈຶ່ງຫັນມາທົດ ລອງປູກໝາກມັງກອນ 60 ຕົ້ນ ຢູ່ສວນ ບ້ານກໍ່ ເມືອງຊຳເໜືອ ແທນ. ພາຍ ຫລັງປູກໄດ້ປີກວ່າສາມາດເກັບຜົນຜະ ລິດຊຸດທຳອິດ ໄດ້ຫລາຍກວ່າ 300ກິໂລ ແລະ ຈຳໜ່າຍໄດ້ໃນລາຄາ 30.00035.000 ກີບຕໍ່ກິໂລ. ຈາກຜົນສຳເລັດ ດັ່ງກ່າວ ຈຶ່ງໄດ້ຂະຫຍາຍພື້ນທີ່ປູກ ເພີ່ມຕື່ມຢູ່ທີ່ດິນສຳປະທານເມືອງວຽງ ໄຊ ຈົນເຮັດໃຫ້ສວນຂະຫຍາຍໃຫຍ່ ຂຶ້ນເລື້ອຍໆ. ປັດຈຸບັນ, ສວນມີຕົ້ນ ໝາກມັງກອນຫລາຍກວ່າ 700 ຕົ້ນ ແບ່ງເປັນ 2 ສາຍພັນ ຄື ພັນເນື້ອ ຂາວ ແລະ ພັນເນື້ອແດງ. ນອກຈາກ ໝາກມັງກອນແລ້ວ, ຍັງໄດ້ປູກໝາກ ໄມ້ ແລະ ພືດຜັກຕາມລະດູການອີກ ຫລາຍຊະນິດ ເປັນຕົ້ນ: ໝາກສີດາ, ອາໂວກາໂດ, ໝາກກ້ຽງ, ໝາກພຸກ ຫວານ, ໝາກເຂົ້າ, ໝາກລຳມຸດ, ໝາກ ມາດ, ໝາກນອດ, ໜໍ່ໄມ້ຫົກຫວານ, ໝາກຄໍ້ ແລະ ໝາກນັດ ພ້ອມທັງລ້ຽງ ປາ ແລະ ປູກພືດຜັກສວນຄົວ, ເຮັດໃຫ້ ສວນແຫ່ງນີ້ກາຍເປັນແຫລ່ງຜະລິດ ອາຫານທີ່ຫລາກຫລາຍ. ທ່ານ ນາງ ແພງ ກັນຍາພິມ ກ່າວ ຕື່ມວ່າ: ຈຸດເດັ່ນສຳຄັນຂອງສວນ ແມ່ນເນັ້ນການປູກແບບປອດສານຜິດ ປູກຕາມທຳມະຊາດ 100%, ໂດຍ ນຳໃຊ້ຝຸ່ນທຳມະຊາດທີ່ຫາໄດ້ຕາມ ທ້ອງຖິ່ນ ເປັນຕົ້ນແມ່ນ ຝຸ່ນຄອກ, ແກບ ແລະ ຫຍ້າທຳມະຊາດ ເອົາມາ ເຜົາໂຮມກັນ ແລ້ວນຳມາເຮັດເປັນຝຸ່ນ ບົ່ມເພື່ອບຳລຸງດິນ ຊຶ່ງການໃຊ້ຝຸ່ນ ທຳມະຊາດ ເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ ແຂງແຮງດີ, ຜົນຜະລິດມີຄຸນນະພາບ, ລົດຊາດແຊບ ແລະ ທີ່ສຳຄັນແມ່ນ ມີຄວາມປອດໄພຕໍ່ຜູ້ບໍລິໂພກ. ສ່ວນ ເຕັກນິກການປູກ ແລະ ບົວລະບັດຮັກ ສາຕົ້ນໄມ້ນັ້ນ ບໍ່ໄດ້ຢຸດການຮຽນຮູ້ ພຽງແຕ່ຈາກປະສົບການສ່ວນຕົວເທົ່າ ນັ້ນ, ແຕ່ຍັງໄດ້ຄົ້ນຄວ້າ ແລະ ສຶກສາ ເພີ່ມເຕີມຈາກສື່ອອນລາຍ ໂດຍສະ ເພາະທາງຢູທູບ (YouTube) ແລ້ວ ນຳມາປັບໃຊ້ຕົວຈິງກັບສວນຂອງຕົນ ຈົນປະສົບຜົນສຳເລັດ. ໃນແຕ່ລະປີ, ຕົ້ນໝາກມັງກອນຢູ່ສວນສາມາດເກັບ ຜົນຜະລິດໄດ້ເຖິງ 4 ຊຸດ ໂດຍເລີ່ມ ອອກໝາກໃນລະຫວ່າງເດືອນມິຖຸນາ ຫາ ເດືອນຕຸລາ ຂອງທຸກໆປີ. ສ່ວນ ບ່ອນຈໍາໜ່າຍແມ່ນຂາຍຢູ່ໜ້າເຮືອນ ຂ້າງຕະຫລາດເມືອງຊຳເໜືອ ແລະ ສົ່ງໃຫ້ລູກຄ້າຕາມການສັ່ງຈອງ. sa ogvq kw;[eoko l6j dtly de xvflkory f lh k']kpIa [ c]t 7;k,l5 d ທ່ານ ນາງ ແພງ ກັນຍາພີມ ໃຫ້ ຮູ້ຕື່ມວ່າ: ຄວາມສຳເລັດຂອງສວນບໍ່ ພຽງແຕ່ເປັນການສ້າງລາຍຮັບເສີມ ເຂົ້າຄອບຄົວ ແລະ ສ້າງຄວາມສຸກສຸຂະພາບທີ່ດີ ໃນໄວພັກຜ່ອນບຳນານ ເທົ່ານັ້ນ, ແຕ່ຍັງເປັນແບບຢ່າງອັນ ດີເລີດໃຫ້ແກ່ພະນັກງານບຳນານ ກໍຄື ປະຊາຊົນບັນດາເຜົ່າ ໃນການນຳໃຊ້ ເວລາຫວ່າງ ແລະ ທ່າແຮງຂອງທີ່ດິນ ໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ໃນອະນາຄົດໄວໆນີ້ ຈະເປີດໃຫ້ມວນ ຊົນໄດ້ເຂົ້າທ່ຽວຊົມ ແລະ ທັດສະນະ ສຶກສາ ເພື່ອແບ່ງປັນປະສົບການໃຫ້ ຊາວກະສິກອນຜູ້ສົນໃຈໄດ້ເຂົ້າໄປ ສຶກສາຮຽນຮູ້ແລ້ວນຳໄປຕໍ່ຍອດໃນ ອະນາຄົດຕື່ມອີກ. ການຫັນຈາກຄະນະບໍລິຫານພັກ ແຂວງມາສູ່ອາຊີບກະສິກຳສະແດງ ໃຫ້ເຫັນວ່າ ການບຳນານບໍ່ແມ່ນຈຸດ ສີ້ນສຸດຂອງຊີວິດການເຮັດວຽກ, ແຕ່ ສາມາດເປັນຈຸດເລີ່ມຕົ້ນຂອງໂອກາດ ໃໝ່. ດ້ວຍຄວາມດຸໝັ່ນ, ການຮຽນຮູ້ ແລະ ຄວາມຮັກໃນອາຊີບກະສິກຳ, ຊີວິດໃນໄວບຳນານກໍສາມາດສ້າງທັງ ລາຍຮັບ, ສຸຂະພາບ, ຄວາມສຸກ ແລະ ຄຸນຄ່າໃຫ້ແກ່ຄອບຄົວ ແລະ ສັງຄົມ.
RkJQdWJsaXNoZXIy MTc3MTYxMQ==