ຂປລ
ທ່ານ ຊຸ່ນເຫລີຍ ຮອງຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳອົງການ ສະຫະ ປະຊາຊາດ ໄດ້ກ່າວຄຳປາໄສ ໃນກອງປະຊຸມ ເປີດຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ່ຽວກັບ ບັນຫາຊູດັງ ໂດຍຮຽກຮ້ອງ ໃຫ້ປະຊາຄົມ ໂລກພະຍາຍາມ ຢ່າງສຸດຂີດເພື່ອຊຸກຍູ້ ການຢຸດຍິງຢູ່ຊູດັງ.

ຂປລ.ວິທະຍຸ-ໂທລະພາບສູນກາງຈີນ, ທ່ານ ຊຸ່ນເຫລີຍ ຮອງຜູ້ຕາງໜ້າຖາວອນຂອງ ສປ ຈີນ ປະຈຳອົງການ ສະຫະ ປະຊາຊາດ ໄດ້ກ່າວຄຳປາໄສ ໃນກອງປະຊຸມ ເປີດຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ່ຽວກັບ ບັນຫາຊູດັງ ໂດຍຮຽກຮ້ອງ ໃຫ້ປະຊາຄົມ ໂລກພະຍາຍາມ ຢ່າງສຸດຂີດເພື່ອຊຸກຍູ້ ການຢຸດຍິງຢູ່ຊູດັງ. ຮຽກຮ້ອງ ໃຫ້ທຸກຝ່າຍ ທີ່ປະທະກັນຍຸດຕິການເຄື່ອນໄຫວ ທີ່ເປັນປໍລະປັກກັນໃນທັນທີ, ປະຖິ້ມຄວາມໝົກໝົ້ນ ກັບການເອົາຊະນະ ດ້ວຍກຳລັງອາວຸດ,ຖືການສົນທະນາ ແລະ ການປຶກສຫາລື ເປັນທາງອອກໂດຍພື້ນຖານ ໃນການແກ້ໄຂຄວາມຂັດແຍ້ງ. ສປ ຈີນ ຮຽກຮ້ອງໃຫ້ທຸກຝ່າຍ ທີ່ກ່ຽວຂ້ອງປະຕິບັດພັນທະ ພາຍໃຕ້ ກົດໝາຍມະນຸດສະທຳສາກົນ, ຍຸດຕິການໂຈມຕີ ພົນລະເຮືອນແລະ ສິ່ງກໍ່ສ້າງຂອງພົນລະເຮືອນ, ເຄົາລົບ ແລະ ປະຕິບັດຕາມຫລັກມະນຸດສະທຳ ຂັ້ນພື້ນຖານ. ປະຊມຄົມໂລກ ຕ້ອງຈັດຕັ້ງປະຕິບັດມາດຕະການລົງໂທດຕ່າງໆ ທີ່ມີຢູ່ໃນປັດຈຸບັນ ຢ່າງເຄັ່ງຄັດເຊັ່ນ: ທ້າມສົ່ງອອກອາວຸດ, ຕ້ານການແຊກແຊງດ້ານການທະຫານ ຈາກພາຍນອກ ທີ່ຈະເຮັດໃຫ້ໄພພິບັດ ດ້ານມະນຸດສະທຳ ຮ້າຍແຮງຂຶ້ນກວ່າເກົ່າ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL