ຂປລ
ຫ້ອງການສົ່ງເສີມການຄ້າໃນຕ່າງປະເທດປະຈຳນະຄອນຫລວງວຽງຈັນ ຈັດງານວາງສະແດງຜະລິດຕະພັນໄທ (Thailand Week) 2026 ໃນລະຫວ່າງວັນທີ 17-19 ກໍລະກົດ 2026 ຢູ່ສູນການຄ້າພາກຊັນ ນະຄອນຫລວງວຽງຈັນ ເພື່ອສົ່ງເສີມຄວາມຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ສອງປະເທດ ລາວ-ໄທ,
ຂປລ. ພ້ອມທັງສ້າງໂອກາດທາງທຸລະກິດໃຫ້ແກ່ຜູ້ປະກອບການຂອງທັງສອງປະເທດ ໂດຍມີ ທ່ານ ທະວີບ ລາຊາພັກດີ ຜູ້ອຳນວຍການສຳນັກງານສົ່ງເສີມການຄ້າໃນຕ່າງປະເທດ ປະຈຳນະຄອນຫລວງວຽງຈັນ, ທ່ານ ນາງ ຄຣອງຂະນິດຣັກ ຈະເລີນ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ, ທ່ານ ທຳນອງ ພົນທອງມາກ ນາຍົກສະມາຄົມນັກທຸລະກິດໄທ ໃນ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ, ພ້ອມແຂກຖືກເຊີນເຂົ້າຮ່ວມ. ການຈັດງານໃນຄັ້ງນີ້, ເປັນການເປີດເວທີໃຫ້ແກ່ຜູ້ປະກອບການໄທໄດ້ສະແດງໃຫ້ເຫັນເຖິງທ່າແຮງຂອງສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບໄດ້ມາດຕະຖານ ແລະ ມີນະວັດຕະກຳ ຕອບສະໜອງຄວາມຕ້ອງການຂອງຕະຫລາດ ແລະ ຜູ້ບໍລິໂພກໃນລາວ, ທັງເປັນໂອກາດສຳຄັນໃນການສ້າງເຄືອຂ່າຍທາງທຸລະກິດ ຂະຫຍາຍຊ່ອງທາງການຄ້າ ແລະ ຕໍ່ຍອດຄວາມຮ່ວມມືລະຫວ່າງ ພາກເອກະຊົນຂອງທັງສອງປະເທດ, ທັງເປັນການສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອປະເທດໄທ ໃນການເປັນຄູ່ຮ່ວມທາງເສດຖະກິດທີ່ໃກ້ຊິດ ແລະ ຍືນຍົງກັບ ສປປ ລາວ ໂດຍສອດຄ່ອງກັບແນວທາງການພັດທະນາເສດຖະກິດ ຂອງລັດຖະບານ ສປປ ລາວ ທີ່ໃຫ້ຄວາມສຳຄັນຕໍ່ການສົ່ງເສີມການຄ້າ ການສະໜັບສະໜູນພາກເອກະຊົນການຍົກລະດັບຄຸນນະພາບສິນຄ້າ ແລະ ການບໍລິການລວມ ເຖິງການເພີ່ມທາງເລືອກຂອງສິນຄ້າທີ່ມີຄຸນນະພາບໃຫ້ແກ່ຜູ້ບໍລິໂພກ ອັນຈະຊ່ວຍເສີມສ້າງການເຕີບໂຕທາງເສດຖະກິດ ແລະ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນທັງສອງປະເທດໃນໄລຍະຍາວ.
ພາຍໃນງານຜູ້ເຂົ້າຊົມຈະໄດ້ພົບກັບສິນຄ້າ ແລະ ການບໍລິການທ່ີຫລາກຫລາຍເປັນຕົ້ນ ເຄື່ອງອຸປະໂພກ, ບໍລິໂພກ, ອາຫານ, ເຄື່ອງ ດ່ືມ, ໝາກໄມ້, ເຄ່ືອງໃຊ້ໄຟຟ້າ, ເຄື່ອງສຳອາງ ແລະ ອື່ນໆ. ພ້ອມນີ້, ຍັງມີການເຈລະຈາຈັບຄູ່ທຸລະກິດ, ການສາທິດ ແລະ ແນະນຳຜະລິດຕະພັນ, ກິດຈະກຳສົ່ງເສີມການຂາຍ ແລະ ກິດຈະກຳບັນເທີງພິເສດ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ຜູ້ເຂົ້າ ຮ່ວມງານຊຶ່ຈະຊ່ວຍເພີ່ມໂອກາດທາງການຄ້າ, ສ້າງຄວາມຮ່ວມມືລະຫວ່າງຜູ້ປະກອບການໄທ ແລະ ລາວ ພ້ອມທັງເພີ່ມຄວາມເຊື່ອໝັ້ນໃນສິນຄ້າໄທທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານສາກົນ.
ເຊີນຊວນຜູ້ປະກອບການ, ນັກທຸລະກິດ, ຜູ້ນຳເຂ້ົາ, ຜູ້ຈັດຈຳໜ່າຍ ແລະ ປະຊາຊົນທົ່ວໄປ ເຂົ້າຮ່ວມງານ ເພື່ອຮ່ວມສຳຜັດສິນຄ້າໄທ, ສ້າງເຄືອຂ່າຍທາງທຸລະກິດ ແລະ ຮ່ວມຂັບເຄື່ອນຄວາມສຳພັນທາງເສດຖະກິດໄທ-ລາວ ໃຫ້ເຕີບໂຕຢ່າງຍືນຍົງ.
KPL