ຂປລ
ຄອບຄົວການນຳພັກ, ລັດຮ່ວມກັບສະມາຄົມຫັດຖະກຳລາວ ຈັດພິທີສະເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ໃນວັນທີ 17 ກໍລະກົດ 2026 ຢູ່ຕໍານັກຜ້າໄໝລາວບູຮານນະຄອນຫລວງວຽງຈັນ.
ຂປລ. ໂດຍມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ປະທານປະເທດ, ທັງເປັນປະທານຄະນະທີ່ປືກສາສະມາຄົມຫັດຖະກຳລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ບັນດາພັນລະຍາການນຳພັກ, ລັດ, ຜູ້ຕາງໜ້າສະຫະພັນແມ່ຍິງຈາກກະຊວງ, ອົງການ, ຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້, ທ່ານ ນາງ ນາລີ ສີ ສຸລິດ ໄດ້ມີຄຳເຫັນກ່າວເປິດງານສະເຫລີມສະຫລອງ ໂດຍໄດ້ຍົກໃຫ້ ເຫັນປະຫວັດຄວາມເປັນມາຂອງແມ່ຍິງລາວ ໃນໄລຍະຜ່ານມາ ທ່ີ ໄດ້ຄຽງບ່າຄຽງໄລ່ກັບພາລະກິດ ປະຕິວັດ, ມີບົດບາດສຳຄັນໃນຫລາຍດ້ານ ທັງວຽກງານແນວໜ້າ ແລະ ແນວຫລັງ, ໄດ້ປະກອບສ່ວນສຳຄັນໃນການຕໍ່ສູ້ກູ້ຊາດ ແລະ ປົກປັກຮັກສາປະເທດຊາດ, ແມ່ຍິງລາວໄດ້ສະແດງບົດບາດອັນກ້າຫານ ແລະ ເສຍສະລະໃນການຮ່ວມຂະບວນການປະຕິວັດ, ພາຍຫລັງປະເທດຊາດໄດ້ຮັບເອກະລາດ ແລະ ສະຖາປະນາ ສປປ ລາວ ແມ່ຍິງລາວຍັງສືບຕໍ່ມີບົດບາດສຳຄັນໃນການສ້າງສາ ແລະ ພັດທະນາປະເທດ, ມີສ່ວນຮ່ວມໃນທຸກຂົງ ເຂດວຽກງານທັງການເມືອງ, ເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ການປົກປັກຮັກສາປະເທດຊາດ. ພ້ອມນີ້, ທ່ານຍັງໄດ້ເນັ້ນວ່າ: ຜົນງານ ແລະ ບົດບາດຂອງແມ່ຍິງລາວ ໃນໄລຍະຜ່ານມາເປັນມໍລະດົກອັນລໍ້າຄ່າທີ່ຄວນຈົດຈຳ, ສືບທອດ ແລະ ສົ່ງເສີມໃຫ້ແມ່ຍິງຮຸ່ນຕໍ່ໄປສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ພາລະກິດພັດທະນາປະເທດຊາດ.
ພ້ອມນີ້, ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ ກໍໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ ຊຶ່ງມີປະຫວັດອັນຍາວນານ ແລະ ຜ່ານຫລາຍໄລຍະຂອງການຕໍ່ສູ້ ແລະ ການພັດທະນາ, ໃນໄລຍະການຕໍ່ສູ້ກູ້ຊາດ ແມ່ຍິງລາວບັນດາເຜົ່າ ໄດ້ມີບົດບາດສຳຄັນໃນຫລາຍດ້ານ ທັງວຽກງານແນວໜ້າ ແລະ ແນວຫລັງ, ເປັນພະນັກງານຮາກຖານຂອງການປະຕິວັດ, ເຂົ້າຮ່ວມຂະບວນການຕໍ່ສູ້ປິດລັບຂອງກຳລັງປະຕິວັດ ເປັນຕົ້ນ ໄດ້ສືບຂ່າວ, ລຳລຽງອາວຸດ ແລະ ສະບຽງອາຫານ, ຕະຫລອດຮອດການຮ່ວມ ຢູ່ໃນກຳລັງປະກອບອາວຸດ. ໃນວັນ ທີ 20 ກໍລະກົດ 1955 ໄດ້ມີການ ປະກາດສ້າງຕັ້ງ “ໜ່ວຍຄົ້ນຄວ້າ ວຽກງານແມ່ຍິງ” ຂັ້ນສູນກາງ ເພື່ອຄົ້ນຄວ້າ ແລະ ນຳພາວຽກງານ ແມ່ຍິງຢູ່ທົ່ວປະເທດ. ຮອດເດືອນ ມັງກອນ 1956 ໜ່ວຍດັ່ງກ່າວໄດ້ ຍົກລະດັບເປັນ “ສະມາຄົມແມ່ຍິງ ລາວຮັກຊາດ” ແລະ ໄດ້ຂະຫຍາຍ ອົງການຈັດຕັ້ງລົງສູ່ຮາກຖານ. ຈາກນັ້ນ ໃນວັນທີ 21-24 ມີນາ 1984 ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ I ໄດ້ ຮັບຮອງເອົາການປ່ຽນຊື່ຈາກ “ສະມາຄົມແມ່ຍິງລາວຮັກຊາດ” ມາເປັນ “ສະຫະພັນແມ່ຍິງລາວ” ແລະ ເລືອກຕັ້ງທ່ານ ນາງ ຄຳແພງ ບຸບຜາ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ.
ງານສະເຫລີມສະຫລອງຄັ້ງນີ້, ໄດ້ຈັດກິດຈະກໍາແຂ່ງຂັນກິລາແບບພື້ນບ້ານ ແລະ ພື້ນເມືອງເພື່ອສ້າງບັນຍາກາດເບີກບານມ່ວນຊ່ືນ ເປັນຕົ້ນ ແຂ່ງຂັນຫາບນໍ້າໃສ່ໄຫ, ແຂ່ງຂັນແລ່ນກະໂປະໝາກພ້າວ, ແຂ່ງຂັນປິດຕາຕີໝໍ້, ແຂ່ງຂັນກິລາພື້ນເມືອງ ໝາກແຫລ້ເພື່ອຊີງ ຂັນລາງວັນຈາກບັນດາພັນລະຍາການນໍາ. ພ້ອມນີ້, ຍັງມີລາງວັນພິເສດ ຄື: ລາງວັນກອງເຊຍ, ລາງວັນແຕ່ງກາຍຊຸດຊົນເຜົ່າທີ່ງົດງາມ ແລະ ໂດດເດັ່ນ. ລວມມູນຄ່າລາງວັນທັງໝົດປະມານ 40.000.000 ກີບ. ພ້ອມນີ້, ຜູ້ເຂົ້າຮ່ວມງານຍັງໄດ້ທ່ຽວຊົມ ວິຖຕະຫລາດບູຮານ, ສິນຄ້າຫັດຖະກຳ, ກະສິກຳ, ອາຫານພື້ນເມືອງ ແລະ ອື່ນໆ ຕື່ມອີກ.
ການຈັດງານໃນຄັ້ງນີ້, ເປັນການລະນຶກເຖິງປະຫວັດຄວາມເປັນມາ ແລະ ບົດບາດສຳຄັນຂອງແມ່ຍິງລາວ ໃນການປະກອບສ່ວນຕໍ່ພາລະກິດການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫລອດໄລຍະ 71 ປີຜ່ານມາ.
ຂ່າວ-ພາບ: ທະນູທອງ
KPL