ຂປລ
ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໄດ້ໄຂຂຶ້ນໃນວັນທີ 18 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ
ຂປລ. ໂດຍການເປັນປະທານຂອງສະຫາຍ ພົອ ວິໄລ ຫລ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ມີບັນດາກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສົມບູນ ແລະ ສຳຮອງສູນກາງພັກ, ມີຮອງເລຂາພັກແຂວງ-ນະຄອນຫລວງ, ກະຊວງ-ອົງການຜູ້ຊີ້ນໍາວຽກງານຈັດຕັ້ງ, ຫົວໜ້າຄະນະຈັດຕັ້ງແຂວງ-ນະຄອນຫລວງ, ຫົວໜ້າກົມຈັດຕ້ັງກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດດັ່ງກ່າວ, ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະຫລຸບຕີລາຄາວຽກງານຈັດຕັ້ງ ແລະ ການປົກຄອງໃນໄລຍະ 5 ປີຜ່ານມາ (2021-2025) ໂດຍຍົກໃຫ້ເຫັນຜົນສໍາເລັດດ້ານດີທີ່ຕັ້ງໜ້າ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ໄດ້ກໍານົດທິດທາງວຽກງານໃນ 5 ປີຕ່ໍໜ້າແນໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນເພື່ອຍົກສູງຄວາມສາມາດນຳພາ, ລັກສະນະນໍາໜ້າຂອງພັກໃນເງື່ອນໄຂໃໝ່, ການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງຂອງວຽກງານພະນັກງານ ແລະ ການປົກຄອງສືບຕໍ່ນຳພາປະເທດຊາດກ້າວເດີນຕາມເສັ້ນທາງສູ່ຈຸດໝາຍສັງຄົມນິຍົມທີ່ພັກວາງໄວ້. ໃນໄລຍະ 5 ປີ ຜ່ານມາ, ການຈັດຕັ້ງປະຕິບັດແນວທາງການຈັດຕັ້ງຂອງພັກ ຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານປົກຄອງ, ການພັດທະນາເສດຖະກິດ, ວັດທະນະທຳ-ສັງຄົມ ເຫັນວ່າມີຜົນສຳເລັດເປັນແຕ່ລະໄລຍະ ໂດຍສະເພາະການປັບປຸງລະບົບການເມືອງໄດ້ສຸມໃສ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕ້ັງ ແລະ ດ້ານແບບແຜນນຳພາວິທີເຮັດວຽກມີບາດກ້າວດີຂຶ້ນສະແດງອອກຈຳນວນໜ່ວຍພັກ, ສະມາຊິກພັກໄດ້ເພີ່ມຂຶ້ນດ້ານຈຳນວນ ແລະ ຄຸນນະພາບ; ການຈັດຕັ້ງຮາກຖານພັກໄດ້ຂະຫຍາຍເຂົ້າສູ່ຂົງເຂດຕ່າງໆຫລາຍກວ່າເກົ່າ, ສະແດງອອກຄື ປັດຈຸບັນທົ່ວປະເທດມີ 36 ອົງຄະນະພັກກະຊວງ-ອົງການ, 18 ອົງຄະນະພັກແຂວງ-ນະຄອນຫລວງ, 148 ອົງຄະນະພັກເມືອງ-ນະຄອນ, (1 ອົງຄະນະພັກມະຫາວິທະຍາໄລແຫ່ງຊາດ ທຽບເທ່ົາອົງຄະນະພັກເມືອງ); ມີຮາກຖານພັກທັງໝົດ 24.772 ຮາກຖານ.
ໃນນີ້, ມີ 230 ອົງຄະນະພັກຮາກຖານຕາແສງ, ມີ 2.019 ຄະນະພັກຮາກຖານ, 9.954 ໜ່ວຍພັກຮາກຖານ ແລະ ມີ 12.569 ໜ່ວຍພັກຂຶ້ນກັບອົງຄະນະພັກຮາກຖານ (ທຽບໃສ່ປີ 2021 ເພີ່ມຂຶ້ນ 960 ການຈັດຕັ້ງຮາກຖານພັກເທົ່າກັບ 3,87%); ມີສະມາຊິກພັກທັງໝົດ 421.865 ສະຫາຍ, ຍິງ 116.153 ສະຫາຍ (ທຽບ ໃສ່ປີ 2021 ເພີ່ມຂຶ້ນ 40.657 ສະຫາຍ); ໄດ້ອອກບັດ-ມອບບັດສະມາຊິກພັກ ຈໍານວນ 314.216 ສະຫາຍ, ຍິງ 76.6343 ສະຫາຍ ກວມ 74,48% ຂອງຈຳນວນສະມາຊິກພັກທັງໝົດ; ໄດ້ລຶບລ້າງບ້ານທີ່ບໍ່ມີສະມາຊິກພັກນໍາພາໄດ້ 100%; ໄດ້ມອບບັດສະມາຊິກພັກ ໃຫ້ບັນດາກະຊວງ-ອົງການ, ນະຄອນຫລວງວຽງຈັນ ແລະ ແຂວງ ຈໍານວນ 58.592 ສະຫາຍ, ຍິງ 19.002 ສະຫາຍ. ຜ່ານການຕີລາຄາຄຸນນະພາບ ແລະ ຈັດແບ່ງປະເພດໃນປີ 2025 ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 60.795 ໜ່ວຍພັກ ກວມ 68,53% ຂອງໜ່ວຍພັກ ທັງໝົດ, ມີສະມາຊິກພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະເພດແຂງ 1.149.400 ສະຫາຍ, ກວມ 71% ເດັ່ນກວ່າໝູ່ແມ່ນໃນເວລາ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກຕາມຄໍາສັ່ງເລກທີ 411 ຂອງເລຂາທິການສູນກາງພັກ ໄດ້ກາຍເປັນຂະບວນການປັບປຸງປົວແປງພັກຢ່າງເລິກເຊ່ິງໜັກແໜ້ນ; ພາຍຫລັງກອງປະຊຸມໃຫຍ່ 3 ຂ້ັນ ຂອງພັກສໍາເລັດ, ດ້ານຄຸນນະພາບຂອງຄະນະພັກແຕ່ລະຂັ້ນໄດ້ຮັບ ການປັບປຸງດີຂຶ້ນກວ່າເກົ່າ, ບັນດາສະຫາຍຄະນະພັກແຕ່ລະຂັ້ນສ່ວນຫລາຍແມ່ນນອນຢູ່ໃນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ແລະ ຖືກຕ້ອງຕາມເງື່ອນໄຂ-ມາດຕະຖານທີ່ໄດ້ກຳນົດໄວ້ ຊຶ່ງມີລະດັບຄວາມຮູ້ທິດສະດີການເມືອງ, ວິຊາສະເພາະແຕ່ຊັ້ນສູງຂຶ້ນໄປກວມອັດຕາສ່ວນຫລາຍ ແລະ ໄດ້ຜ່ານຂະບວນການວຽກງານຕົວຈິງ, ໂຄງປະກອບຄະນະພັກຮັບປະກັນ ໄດ້ທັງຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ, ມີການຂຶ້ນແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ແຜນບຳລຸງ-ກໍ່ສ້າງນັບທັງໄລຍະສັ້ນ ແລະ ໄລຍະຍາວ, ກົງຈັກການຈັດຕັ້ງຢູ່ກະຊວງ-ອົງການ ແລະ ທ້ອງຖ່ິນ ໄດ້ຮັບການປັບປຸງໃຫ້ສອດຄ່ອງກັບກົນໄກການບໍລິຫານຄຸ້ມຄອງລັດຕາມທິດຄຸ້ມຄອງມະຫາພາກ.
ກອງປະຊຸມໃນຄັ້ງນີ້, ນອກຈາກໄດ້ຜ່ານຮ່າງບົດສະຫລຸບແລ້ວຍັງໄດ້ຜ່ານຮ່າງບົດລາຍງານສະພາບການສ້າງຕັ້ງຕາແສງ, ບົດລາຍງານຕີລາຄາການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 5 ປີ 2021-2025 ແລະ ທິດທາງແຜນການ 2026-2030, ຮັບຟັງການປະກອບຄໍາເຫັນຈາກພາກສ່ວນຕ່າງໆຕື່ມອີກ.
KPL