ອາເມລິກາລາຕິນ ສົ່ງອອກສິນຄ້າໄປຈີນ ເພີ່ມຂຶ້ນສູງສຸດ 25%

19/06/2026 20:49
ຂປລ ທະນາຄານພັດທະນາ ລະຫວ່າງ ອາເມລິກາ (ໄອດີບີ) ເຜີຍແພ່ລາຍງານວ່າ: ມູນຄ່າການສົ່ງອອກ ສິນຄ້າ ຈາກ ອາເມລິກາລາຕິນ ໄປຍັງຈີນ ເພີ່ມຂຶ້ນສູງສຸດ ເຖິງ 25% ໃນໄລຍະ 3 ເດືອນທຳອິດ ຂອງປີນີ້ ເມື່ອທຽບກັບ ໄລຍະເວລາດຽວກັນ ຂອງປີກາຍ.

ຂປລ.ສຳນັກຂ່າວ ຕ່າງປະເທດ ລາຍງານວ່າ: ທະນາຄານພັດທະນາ ລະຫວ່າງ ອາເມລິກາ (ໄອດີບີ) ເຜີຍແພ່ລາຍງານວ່າ: ມູນຄ່າການສົ່ງອອກ ສິນຄ້າ ຈາກ ອາເມລິກາລາຕິນ ໄປຍັງຈີນ ເພີ່ມຂຶ້ນສູງສຸດ ເຖິງ 25% ໃນໄລຍະ 3 ເດືອນທຳອິດ ຂອງປີນີ້ ເມື່ອທຽບກັບ ໄລຍະເວລາດຽວກັນ ຂອງປີກາຍ. ຂະນະທີ່ ຍອດການສົ່ງອອກ ໄປຍັງພາກພື້ນອາຊີ. ສ່ວນທີ່ເຫລືອ ກໍເພີ່ມຂຶ້ນ 24%; ສະຫະພາບ ເອີຣົບ (ອີຢູ) ເພີ່ມຂຶ້ນ 19% ແລະ ສ.ອາເມລິກາ ເພີ່ມຂຶ້ນ 14%. ໃນຂະນະທີ່ ສ.ອາເມລິກາ ຍັງຄົງເປັນ ຕະຫລາດ ສົ່ງອອກຫລັກ ຂອງ ພື້ນ ທ່າມກາງ ຄວາມບໍ່ແນ່ນອນ ດ້ານການຄ້າໂລກ ແລະ ຄວາມເຄັ່ງຕືງ ທາງພູມລັດສາດ.

ກົງກັນຂ້າມ ຍອດການສົ່ງອອກ ສິນຄ້າຈາກຈີນ ມາຍັງພາກພື້ນ ອາເມລິກາລາຕິນ ເພີ່ມຂຶ້ນເຖິງ 29%, ສ່ວນການສົ່ງອອກຂອງສ.ອາເມລິກາ ໄປຍັງພື້ນທີ່ນີ້ ເຕີບໂຕໃນລະດັບ ປານກາງ 4%. ສະນັ້ນ, ຕົວເລກ ດັ່ງກ່າວ ຍັງສົ່ງຜົນໃຫ້ສ່ວນແບ່ງ ການນໍາເຂົ້າ ຂອງ ສ.ອາເມລິກາ ເພີ່ມສູງຂຶ້ນ ເປັນປະຫວັດສາດ ໃກ້ລະດັບ 22%,  ສ່ວນແບ່ງຂອງຈີນ ຫລຸດລົງເລັກນ້ອຍ ມາຢູ່ທີ 9,6%./

 

KPL

ຂ່າວອື່ນໆ

ads
ads

Top