ອິນໂດເນເຊຍ ເພີ່ມມາດຕະການປົກປ້ອງ ຜົນຜະລິດອາຫານ ຮັບມືກັບແອລນິໂຢ

19/06/2026 20:49
ຂປລ ອິນໂດເນເຊຍ ສືບຕໍ່ຍົກລະດັບ ມາດຕະການຕ່າງໆ ເພື່ອປົກປ້ອງຜົນຜະລິດອາຫານ ຈາກ ພາວະໄພ ແຫ້ງແລ້ງ, ຄາດວ່າ ຈະເກີດຈາກ ປະກົດການແອລນິໂຢ, ໂດຍທາງການຄາດວ່າ ລະດູແລ້ງ ຈະມີຄວາມຮຸນແຮງທີ່ສຸດ ໂດຍສະເພາະ ເດືອນສິງຫານີ້.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້ ອິນໂດເນເຊຍ ສືບຕໍ່ຍົກລະດັບ ມາດຕະການຕ່າງໆ ເພື່ອປົກປ້ອງຜົນຜະລິດອາຫານ ຈາກ ພາວະໄພ ແຫ້ງແລ້ງ,  ຄາດວ່າ ຈະເກີດຈາກ ປະກົດການແອລນິໂຢ, ໂດຍທາງການຄາດວ່າ ລະດູແລ້ງ ຈະມີຄວາມຮຸນແຮງທີ່ສຸດ ໂດຍສະເພາະ ເດືອນສິງຫານີ້.

ທ່ານ ຊູວັນດີ ເລຂາທິການທົ່ວໄປ ປະຈຳ ກະຊວງກະສິກຳ ອິນໂດເນເຊຍ ລະບຸວ່າ: ທາງການພວມ ປະສານງານຮ່ວມກັບ ເຈົ້າໜ້າທີ່ທ້ອງຖິ່ນ ໃນພາກພື້ນຕ່າງໆ ເພື່ອຕິດຕັ້ງ ລະບົບ ແຈ້ງເຕືອນລ່ວງໜ້າ ແລະ ມາດຕະການ ບັນເທົາ ຜົນກະທົບ ຈາກໄພແຫ້ງແລ້ງ, ລວມເຖິງ ການສ້ອມແປງ ເຄືອຂ່າຍ ຊົນລະປະທານ, ການຈັດການ ແຜນທີ່ແຫລ່ງນໍ້າ, ການກະຈາຍ ຕິດຕັ້ງເຄື່ອງສູບນໍ້າ ແລະ ການດຳເນີນ ປະຕິບັດການ ດັດແປງ ສະພາບອາກາດ.

ໂດຍອິນໂດເນເຊຍ ມີແຜນທີ່ຈະຕິດຕັ້ງ ເຄື່ອງສູບນໍ້າ ເພື່ອສາມາດ ສົ່ງນໍ້າເຂົ້າໄປສູ່ ເຂດກະສິກຳ ເພີ່ມຕື່ມອີກ 1 ລ້ານເຮັກຕາ ທົ່ວປະເທດ. ພ້ອມກັນນີ້ ຍັງສະໜັບສະໜູນ ໃຫ້ຊາວກະສິກອນ ຫັນມາໃຊ້ ພືດພັນທີ່ທົນ ຕໍ່ໄພແຫ້ງແລ້ງ, ປັບປ່ຽນ ໄລຍະເວລາ ການປູກ ແລະ ເຂົ້າຮ່ວມໂຄງການ ປະກັນໄພ ພືດຜົນທາງ ກະສິກຳ ອີກດ້ວຍ./

KPL

ຂ່າວອື່ນໆ

ads
ads

Top