ຂປລ
ໃນກອງປະຊຸມ ເວທີປຶກສາຫາລື ລູ້ເຈ່ຍຈຸຍ 2026, ທ່ານຈູ່ເຮີຊິນ ຮອງຜູ້ວ່າການທະນາຄານປະຊາຊົນ ຈີນ, ຫົວໜ້າກົມຄຸ້ມຄອງ ເງິນຕາຕ່າງປະເທດ ແຫ່ງຊາດຈີນ ກ່າວວ່າ: ນັບແຕ່ປີນີ້ ເປັນຕົ້ນມາ, ການຄ້າຂ້າມຊາຍແດນ ຂອງ ນະຄອນຊຽງໄຮ້ ໄດ້ພັດທະນາ ໃນລະດັບສູງ ຕໍ່ໄປ.
ຂປລ.ວິທະຍຸໂທລະພາບສູນກາງຈີນ(CMG): ໃນກອງປະຊຸມ ເວທີປຶກສາຫາລື ລູ້ເຈ່ຍຈຸຍ 2026, ທ່ານຈູ່ເຮີຊິນ ຮອງຜູ້ວ່າການທະນາຄານປະຊາຊົນ ຈີນ, ຫົວໜ້າກົມຄຸ້ມຄອງ ເງິນຕາຕ່າງປະເທດ ແຫ່ງຊາດຈີນ ກ່າວວ່າ: ນັບແຕ່ປີນີ້ ເປັນຕົ້ນມາ, ການຄ້າຂ້າມຊາຍແດນ ຂອງ ນະຄອນຊຽງໄຮ້ ໄດ້ພັດທະນາ ໃນລະດັບສູງ ຕໍ່ໄປ.
ໂດຍ ກົມຄຸ້ມຄອງ ເງິນຕາຕ່າງປະເທດ ແຫ່ງຊາດຈີນ ຈະສະໜັບສະໜູນ ນະຄອນຊຽງໄຮ້ ເປີດຈຸດທົດລອງ ຊຳລະບັນຊີເງິນຕາ ຕ່າງປະເທດ ຕໍ່ການຄ້າ ທີ່ມີຄວາມສະດວກສະບາຍກວ່າເກົ່າ, ປະຕິບັດຈຸດທົດລອງ ອຳນວຍຄວາມສະດວກ ໃຫ້ແກ່ ການລົງທຶນ ຕ່າງປະເທດຂອງລາຍຮັບ ຈາກການປະກັນໄພ ຂ້າມຊາດ ແລະ ສົ່ງເສີມນະໂຍບາຍຕ່າງໆ ເຊັ່ນ: ເປີດກວ້າງ ການດຳເນີນ ທຸລະກິດ ແລະ ການຄຸ້ມຄອງ ແບບລວມສູນ ຕໍ່ທຶນຂອງບໍລິສັດ ຕ່າງປະເທດ ແລະ ນະໂຍບາຍອື່ນໆ, ຍົກປະສິດທິພາບ ການປະດິດສ້າງໃໝ່ ດ້ານການລວມສູນ ລະບຽບການ ເພື່ອສະໜັບສະໜູນ ການສ້າງຊຽງໄຮ້ ໃຫ້ກາຍເປັນ ສູນກາງ ການທະນາຄານ ສາກົນ ຢ່າງແຂງແຮງ ກວ່າເກົ່າ./
KPL