ປີນີ້ນັກທ່ອງທ່ຽວເຂົ້າມາທ່ຽວຕາດເລາະ-ຕາດຮັງ ໜາແໜ້ນ

09/05/2023 10:18
Email Print 2375
ຂປລ ແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງສາມາດດຶງດູດນັກທ່ອງທ່ຽວ ໄດ້ຢ່າງໜາແໜ້ນລະຫວ່າງການສະເຫລີມສະຫລອງ ປີໃໝ່ລາວ ຜ່ານມານີ້ ເຊິ່ງໄດ້ປະກອບສ່ວນການເກັບລາຍ ເຂົ້າແຂວງ, ເມືອງ ແລະ ບ້ານຕ່າງໆພາຍໃນແຂວງສາລະວັນ ນອກຈາກ ນັ້ນຍັງສ້າງວຽກເຮັດງານທໍາໄດ້ເປັນຢ່າງດີ.



ແຫລ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງສາມາດດຶງດູດນັກທ່ອງທ່ຽວ ໄດ້ຢ່າງໜາແໜ້ນລະຫວ່າງການສະເຫລີມສະຫລອງປີໃໝ່ລາວຜ່ານມານີ້ ເຊິ່ງໄດ້ປະກອບສ່ວນການເກັບລາຍຮັບແຂວງ, ເມືອງ ແລະ ບ້ານຕ່າງໆພາຍໃນແຂວງສາລະວັນ ນອກຈາກນັ້ນຍັງສ້າງວຽກເຮັດງານທໍາໄດ້ເປັນຢ່າງດີ.

ຜູ້ປະກອບການຄ້າຂາຍ ແລະ ເຈົ້າເຮືອນພັກ-ໂຮງແຮມຢູ່ບໍລິເວນອອ້ມຂ້າງໄດ້ລາຍງານວ່າປີນີ້ ການສະຫອງປີໃໝ່ຄຶກຄັກເປັນພິເສດ ເຊິ່ງມີຈໍານວນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດແວ່ເຂົ້າມາຫລິ້ນຢ່າງຫລວງຫລາຍ, ເຊິ່ງໄດ້ສົ່ງຜົນດີພາຍຫລັງພວກເຮົາ ບໍ່ໄດ້ຈັດງານສະຫລອງປີໃໝ່ລາວມາແຕ່ທ້າຍປີ 2019 ແລະ ມາຮອດຕົ້ນປີ 2022 ລັດຖະບານໄດ້ເປີດປະເທດຄືນໃໝ່ອັນສືບເນື່ອງມາຈາກການລະບາດຂອງພະຍາດໂຄວິດນັ້ນເອງ.

ເປັນເວລາ 3 ມື້ຂອງການສະຫລອງປີໃໝ່ເຫັນວ່ານັກທ່ອງທ່ຽວເຂົ້າມາຫລິ້ນສະຖານທີ່ດັ່ງກ່າວບໍ່ຕໍ່າກວ່າໝື່ນຄົນ ເຊິ່ງໄດ້ເຮັດໃຫ້ການສະຫລອງປີໃໝ່ ເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີບັນຍາກາດຄຶກຄື້ນ ເຊິ່ງກິດຈະກຳສ່ວນໃຫຍ່ມີຄື: ໄດ້ຈັດສະຖານທີ່ຫລິ້ນນ້ຳ, ມີຂົວຂ້າມນ້ຳສຳລັບຍ່າງທ່ຽວ ຊົມເບິ່ງນ້ຳ ຕົກຕາດ, ບ່ອນຖ່າຍຮູບ, ຕູບນັ່ງຫລິ້ນຫລາຍກວ່າ 80 ຕູບ, ບໍລິການກົງເບັງ, ສະໄລເດີນໍ້າ, ສະລິງ, ຂົວອູ່ ແລະ ກິດຈະກຳອື່ນໆ ພ້ອມນັ້ນຍັງມີເຮືອນພັກ, ຮ້ານອາຫານ ແລະ ບໍລິການດ້ານການທ່ອງທ່ຽວອື່ນໆ.



ສະຖານທີ່ທ່ອງທ່ຽວແຫ່ງນີ້ຫ່າງຈາກເທດສະບານເມືອງສາລະວັນ 28 ກິໂລແມັດ ແລະ ຫ່າງຈາກນະຄອນປາກເຊ ແຂວງຈຳປາສັກ 80 ກິໂລແມັດ. ນອກຈາກແຫລ່ງທ່ອງທ່ຽວແຫ່ງນີ້ແລ້ວ ແຂວງສາລະວັນ ຍັງມີແຫລງທ່ອງທ່ຽວທາງດ້ານວັດທະນະທຳ, ປະຫັວດສາດ ອີກຫລາຍແຫ່ງ ເປັນຕົ້ນ: ຂົວທ່ານ ສຸພານຸວົງ, ເສັ້ນທາງໂຮ່ຈີ່ມິງ, ແຫລ່ງທ່ອງທ່ຽວທາງທຳມະຊາດ ເຊັນ: ອຸທິຍານພູຜາສຸກ, ປາກເສັດ-ແກ້ງກຸ ແລະ ອື່ນໆໃຫ້ທ່ານ ໄດ້ມາທ່ອງທ່ຽວສຳຜັດບັນຍາກາດຕົວຈິງ.


ໂດຍ: ເກີດຂວັນໃຈ


KPL

ຂ່າວອື່ນໆ

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

ads
ads

Top