ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

20/08/2025 11:58
Email Print 5606
ຂປລ *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

*ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ ທັງນີ້ກໍເພື່ອໃຫ້ມີຄວາມພ້ອມ ໃນດ້ານມາດຕະຖານການບໍລິການ, ມີຄວາມຮັບປະກັນຄວາມປອດໄພ, ຮັບປະກັນຄວາມສະອາດສວຍງາມ, ໃນການລົງເຄື່ອນໄຫວຄັ້ງນີ້ ຄະນະໄດ້ໄປສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ.

ສຳລັບການຕິດຕາມບັນຍາກາດ ການທ່ອງທ່ຽວ ຢູ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ, ພ້ອມຮັບຟັງລາຍງານສະພາບ ການບໍລິການທ່ອງທ່ຽວ ໃນໄລຍະລະດູຝົນ ຈາກ ທ່ານ ສົມພອນໄຊ ໂພສາລາດຜູ້ອຳນວຍການບໍລິສັດຍິ່ງໂຊກໄຊ ຜູ້ສຳປະທານແຫລ່ງທ່ອງທ່ຽວ ວັດພູຈຳປາສັກ ກ່ຽວກັບສະພາບການບູລະນະ, ປັບປຸງປົກປັກຮັກສາ ແລະ ພັດທະນາການທ່ອງທ່ຽວ ໃນໄລຍະຜ່ານມາ ພ້ອມດ້ວຍທິດທາງແຜນການຕໍ່ໜ້າ ໂດຍສະເພາະ ການກໍ່ສ້າງພື້ນຖານໂຄງລ່າງ, ການຮັກສາຄວາມສະອາດ, ການຮັກສາສິ່ງແວດລ້ອມ, ສິ່ງອຳນວຍຄວາມສະດວກແກ່ ນັກທ່ອງທ່ຽວ ແລະ ອື່ນໆ ເຖິງແມ່ນລະດູຝົນແຕ່ກໍມີນັກທ່ອງທ່ຽວ ເຂົ້າທ່ຽວຊົມວັດພູຢ່າງຫລວງຫລາຍ.
ຂະນະທີ່ຢູ່ເມືອງສຸຂຸມາ ທ່ານຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄດ້ຕິດຕາມສະພາບການທ່ອງທ່ຽວຢູ່ພະທາດສາມປາງ, ບ້ານທາດສາມປາງ ຊຶ່ງມີອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ໜ່ວຍງານທີ່ກ່ຽວຂ້ອງ ຕະຫລອດຮອດປະຊາຊົນ ໄດ້ເປັນເຈົ້າການຊ່ວຍກັນ ໃນການປົກປັກຮັກສາ ແລະ ຜັດປ່ຽນກັນປະຈຳການບໍລິການນັກທ່ອງທ່ຽວ ທີ່ເຂົ້າມາຂາບໄຫວ້ພະທາດສາມປາງ. ນັບແຕ່ໄລຍະລະດູຝົນມີຜູ້ຄົນເຂົ້າ ມາທ່ຽວ-ຂາບໄຫວ້ພະທາດສາມປາງໜ້ອຍກວ່າລະດູແລ້ງ. ເນື່ອງຈາກເສັ້ນທາງເຂົ້າບ້ານເປ່ເພ ການສັນຈອນໄປມາມີຄວາມຫຍຸ້ງຍາກ.

ແນວໃດກໍດີ ທ່ານ ສຸລິນ ເພັດທານີ ຍັງໄດ້ແນະນຳ ໃຫ້ອຳນາດການປົກຄອງ ແລະ ປະຊາຊົນປັບປຸງພື້ນທີ່ທ່ອງທ່ຽວໃຫ້ເໝາະສົມ, ມີຄວາມເປັນລະບຽບຮຽບຮ້ອຍ, ຈັດວາງບ່ອນຖິ້ມຂີ້ເຫຍື້ອມໃຫ້ຫ່າງຈາກພະທາດ ແລະ ບ່ອນສັກກະລະບູຊາ, ປູກດອກໄມ້ດາວເຮືອງ ໃສ່ໜ້າພະທາດ ເພື່ອຄວາມສວຍງາມ ແລະ ເປັນສີລິມຸງຄຸນ ຍົກຍ້າຍ ແລະ ປັບປຸງປ້າຍໂຄສະນາຕ່າງໆ, ປ້າຍຊີ້ບອກສະຖານທີ່ທ່ອງທ່ຽວຄືນໃໝ່. ເຮັດໃຫ້ພະທາດສາມປາງສົມກັບ ທີ່ເປັນສະຖານທີ່ອັນຊົງຄຸນຄ່າ, ຄວາມສັດທາ ແລະ ໜ້າທ່ຽວຊົມຫລາຍຂຶ້ນ.

KPL

ຂ່າວອື່ນໆ

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

    • ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນທ່ອງທ່ຽວ

      ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

      7/8/2025 2:26:32 PM

      ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ

    • ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟທ່ອງທ່ຽວ

      ໄປສຳພັດກັບຄວາມງາມອັນມະຫັດສະຈັນ ຂອງຖໍ້ານໍ້າລອດ ເຊບັ້ງໄຟ

      7/7/2025 12:19:25 PM

      ຖ້ຳນ້ຳລອດ ເຊບັ້ງໄຟ, ຖ້ຳນີ້ບໍ່ຕັ້ງຢູ່ເມືອງເຊບັ້ງໄຟຕາມຊ່ື່ເລີຍ ແລະ ກໍບໍ່ແມ່ນຕົ້ນກຳເນີດຂອງນ້ຳເຊບັ້ງໄຟ ເພາະຄວາມຈິງແລ້ວຖ້ຳແຫ່ງນີ້ຕັ້ງຢູ່ບ້ານໜອງປີງ ເມືອງບົວລະພາ ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດຕາເວັນອອກສຽງເໜືອປະມານ 15 ກິໂລແມັດ.

    • 6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບທ່ອງທ່ຽວ

      6 ເດືອນຕົ້ນປີ ຫລວງພະບາງ ເກັບລາຍຮັບໄດ້ 1,2 ຕື້ກວ່າກີບ

      6/30/2025 1:22:05 PM

      ຂປລ. ໄລຍະ 6 ເດືອນຕົ້ນປີ 2025, ການຈັດຕັ້ງປະຕິບັດ-ຄຸ້ມຄອງ ການຈັດເກັບລາຍຮັບ ຢູ່ແຂວງຫລວງພະບາງ ປະຕິບັດໄດ້ 1,2 ຕື້ກວ່າກີບ, ເທົ່າກັບ 61,79% ເຊິ່ງທ່າແຮງພື້ນຖານ ໃນການສ້າງລາຍຮັບຫລັກ ແມ່ນການບໍລິການດ້ານການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ.

ads
ads

Top