ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ສໍາຫລວດເສັ້ນທາງການທ່ອງທ່ຽວຢູ່ແຂວງກຸຍໂຈວ ສປ ຈີນ

08/07/2025 14:26
Email Print 9983
ຂປລ ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ





ຂປລ. ໃນລະຫວ່າງ ວັນທີ 29 ມີຖຸນາ ຫາ 3 ກໍລະກົດ 2025 ຢູ່ແຂວງກຸຍໂຈວ ສປ ຈີນ. ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ເປັນບໍລິສັດໜຶ່ງທີ່ໄດ້ເຂົ້າຮ່ວມກອງປະຊຸມພົບປະການທ່ອງທ່ຽວ ລະຫວ່າງ ພະແນກການທ່ອງທ່ຽວແຂວງກຸຍໂຈວ ແລະ ບໍລິສັດທ່ອງທ່ຽວຈາກ ສປປ ລາວ, ໄທ ແລະ ມາເລເຊຍ ໃນຄັ້ງນີ້, ເພື່ອສໍາຫລວດເສັ້ນທາງການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວຕ່າງໆ ພາຍໃນແຂວງເຊັ່ນ: ສະຖານທີ່ທ່ອງທ່ຽວທາງທໍາມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເປັນຕົ້ນ ສະຖານທີ່ຖ່າຍທໍາຮູບເງົາ ຂອງລາດສະວົງຫັນ ຢູ່ເມືອງຊຽງຕົງນານ, ສະຖານທີ່ທ່ອງທ່ຽວບ້ານຊົນເຜົ່າມົ້ງ ເຊິ່ງເປັນຊົນເຜົ່າທີ່ອາໄສຢູ່ເປັນເວລາ 600 ກວ່າປີ ແລະ ໄດ້ເປີດເປັນສະ ຖານທີ່ທ່ອງທ່ຽວໃນປີ 2009, ນໍ້າຕົກຕາດຫວງກູສື, ຂົວປ່າຫລິນ ຈາກກຸຍໂຈວ ຫາ ຄຸນໝິງ ເຊິ່ງມີຄວາມສູງເສົາທາງຕາເວັນຕົກ 186 ແມັດ, ເສົາທາງຕາເວັນຕົກ 201 ແມັດ ສ້າງຂຶ້ນໃນປີ 2005 ແລະ ສໍາເລັດໃນປີ 2009, ພາຍໃນຂົວມີຈຸດຊົມວິວທໍາມະຊາດທີ່ສວຍສົດງົດງາມ ມີຄວາມຍາວ 1.088 ແມັດ ເມືອງອັນຊູນ, ເມືອງບູຮານຝູຫລົງຈ່ຽນ, ຕະຫລາດກາງຄືນຢູ່ເມືອງເກົ່າກຸຍຢາງ ມີຮ້ານຂາຍເຄື່ອງທີ່ລະນຶກ, ຮ້ານອາຫານ 3.000 ຮ້ານ ເພື່ອບໍລິສັດທ່ອງທ່ຽວ ໄດ້ແລກປ່ຽນໂຄສະນາການທ່ອງທ່ຽວຮ່ວມກັນ ແລະ ຕ່າງຝ່າຍໄດ້ສ້າງກິດຈະກໍາລາຍການທ່ອງທ່ຽວ ພານັກທ່ອງທ່ຽວມາສໍາຜັດບັນຍາກາດທີ່ສົດຊື່ນ, ອາຫານທີ່ເປັນເອກະລັກ, ໄດ້ເຫັນວິຖີຊີວິດ, ຮີດຄອງປະເພນີຂອງບັນດາເຜົ່າຢູ່ແຂວງກຸຍໂຈວ.








ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2014 ໂດຍໄດ້ບໍລິການນໍາສົ່ງນັກທ່ອງທ່ຽວຈາກ ສປ ຈີນ ເຂົ້າມາທ່ອງທ່ຽວຢູ່ ສປປ ລາວ ເປັນຕົ້ນ ຈາກກວາງໂຈ, ຄຸນໝິງ, ເສີນຕູ, ຫາງໂຈ ແລະ ນັກທ່ອງທ່ຽວຈາກໄທ ເຂົ້າມາທ່ອງ ທ່ຽວລາວ ແລ້ວຂີ່ລົດໄຟລາວ-ຈີນໄປທ່ອງທ່ຽວຢູ່ສິບສອງພັນນາ, ຄຸນໝິງ ສປ ຈີນ ແລະ ນໍານັກທ່ອງທ່ຽວລາວອອກໄປທ່ຽວ ສປ ຈີນ.

ຖ້າຜູ້ທີ່ສົນໃຈບໍລິການຈາກ ບໍລິສັດທ່ອງທ່ຽວ ລາວໂອເວີຊີ ຈໍາກັດ ພວກເຮົາ ສາ ມາດຕິດຕໍ່ໄດ້ທີ່ ເບີໂທລະສັບ : 020 521316666

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ຂປລ. ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top