ຄະນະລັດຖະບານໄທ ອະນຸມັດ ນະໂຍບາຍຄຸ້ມຄອງ ສູນຂໍ້ມູນແບບ 7 ລະດັບ

12/11/2026 10:29
ຂປລ ຄະ​ນະ​ລັດ​ຖະ​ບານ​ໄທ​ ໄດ້​ອະ​ນຸ​ມັດ ​ນະ​ໂຍ​ບາຍ ​ຄຸ້ມ​ຄອງ​ສູນ​ຂໍ້​ມູນ, ໂດຍ​ຕົກ​ລົງ​ຈັດ​ການ​ຄຸ້ມ​ຄອງ ແບບ​ແບ່ງ​ເປັນ 7 ລະ​ດັບ ​ຕາມ​ຂະ​ໜາ​ດ ​ການ​ໃຊ້​ໄຟ​ຟ້າ, ໂຄງ​ການ​ ທີ່​ມີ​ຂະ​ໜາດ​ ການ​ໃຊ້​ໄຟ​ຟ້າ​ ຫລາຍກວ່າ 20 ເມ​ກາ​ວັດ​ ຈະ​ຕ້ອງຜ່ານ​ ການ​ຄັດ​ເລືອກ ​ສະ​ຖານ​ທີ່​ຕັ້ງ ​ຢ່າງ​ເຂັ້ມ​ງວດ​ຂຶ້ນ​.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຄະ​ນະ​ລັດ​ຖະ​ບານ​ໄທ​ ໄດ້​ອະ​ນຸ​ມັດ ​ນະ​ໂຍ​ບາຍ ​ຄຸ້ມ​ຄອງ​ສູນ​ຂໍ້​ມູນ, ໂດຍ​ຕົກ​ລົງ​ຈັດ​ການ​ຄຸ້ມ​ຄອງ ແບບ​ແບ່ງ​ເປັນ 7 ລະ​ດັບ ​ຕາມ​ຂະ​ໜາ​ດ ​ການ​ໃຊ້​ໄຟ​ຟ້າ, ໂຄງ​ການ​ ທີ່​ມີ​ຂະ​ໜາດ​ ການ​ໃຊ້​ໄຟ​ຟ້າ​ ຫລາຍກວ່າ 20 ເມ​ກາ​ວັດ​ ຈະ​ຕ້ອງຜ່ານ​ ການ​ຄັດ​ເລືອກ ​ສະ​ຖານ​ທີ່​ຕັ້ງ ​ຢ່າງ​ເຂັ້ມ​ງວດ​ຂຶ້ນ​. ທ່ານ ​ເອກ​ນິ​ຕິ​ນິ​ຄິ​ທັນປະ​ກາ ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ ​ລັດ​ຖະ​ມົນ​ຕີ ກະ​ຊວງ​ການ​ເງິນ​ໄທ​ ກ່າວ​ວ່າ: ລັດ​ຖະ​ບານ​ໄທ ຈະ​ຈັດ​ຕັ້ງ​ສູນ​ບໍ​ລິ​ການ ​ແບບ​ປະ​ຕູ​ດຽວ ​ເພື່ອ​ປະ​ສານ​ງານ ​ການກວດ​ສອບ ແລະ ອະ​ນຸ​ມັດ​ ໂຄງ​ການ​ສູນ​ຂໍ້​ມູນ. ທ່ານ ດາ​ນຸ​ຊາ ພິ​ຊ​ຍະ​ນັນ ເລ​ຂາ​ທິ​ການ​​ ສະ​ພາ​ພັດ​ທະ​ນາ ​ເສດ​ຖະ​ກິດ ແລະ ສົງ​ຄັມ​ແຫ່ງ​ຊາດ​ໄທ ​ກ່າວ​ວ່າ: ສູນ​ຂໍ້​ມູນ​ ຈະ​ຖືກ​ແບ່ງ​ເປັນ 7 ລະ​ດັບ​ຕາມ​ຂະ​ໜາດ​ການ​ໃຊ້​ໄຟ​ຟ້າ, ໃນ​ນັ້ນ, ໂຄງ​ການ​ທີ່​ມີ​ຂະ​ໜາດ​ ກາ​ນ​ໃຊ້​ໄຟ​ຟ້າ ​ຕ່ຳ​ກວ່າ 20 ເມ​ກາ​ວັດ ​ສາ​ມາດ​ຕັ້ງ​ຢູ່​​ໃນເຂດ​ການ​ຄ້າ​ໄດ້, ສ່ວນ​ໂຄງ​ການ ​ທີ່​ມີ​ຂະ​ໜາດ​ ການ​ໃຊ້​ໄຟ​ຟ້າ​ ຫລາຍກວ່າ 20 ເມ​ກາ​ວັດ​ ຕ້ອງ​ຕັ້ງ​ຢູ່​​ໃນເຂດ​ອຸດ​ສາ​ຫະ​ກຳ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top