ຂປລ
ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ, ທ່ານ ຫລີຊຽງ ນາຍົກລັດຖະມົນຕີຈີນ ຈະເດີນທາງ ຢ້ຽມຢາມ ປະເທດໄທ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-15 ພະຈິກນີ້.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 11 ພະຈິກນີ້, ໂຄສົກກະຊວງການຕ່າງປະເທດຈີນ ໄດ້ປະກາດວ່າ: ໂດຍຕອບສະໜອງ ຕາມການເຊື້ອເຊີນຂອງ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີໄທ, ທ່ານ ຫລີຊຽງ ນາຍົກລັດຖະມົນຕີຈີນ ຈະເດີນທາງ ຢ້ຽມຢາມ ປະເທດໄທ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 13-15 ພະຈິກນີ້. ຫລັງຈາກນັ້ນ, ໂດຍຕອບສະໜອງ ຕາມການ ເຊື້ອເຊີນຂອງ ທ່ານ ເຟີດິນັນ ມາຄອດຈູເນຍ ປະທານາທິບໍດີ ຟິລິບປິນ ເຊິ່ງເປັນປະເທດ ປະທານໝູນວຽນ ອາຊຽນ, ທ່ານ ຫລີຊຽງ ນາຍົກ ລັດຖະມົນຕີຈີນຈະ ເດີນທາງໄປນະຄອນຫລວງ ມະນິລາ ປະເທດ ຟີລິບປິນ ໃນລະຫວ່າງ ວັນທີ 15-16 ພະຈິກນີ້ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 29./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL