ສປ ຈີນ ມີຍອດມູນຄ່າການຄ້າຕ່າງປະເທດ ເພີ່ມຂຶ້ນ 20%

12/11/2026 10:27
ຂປລ 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​ຄ້າ​​ສິນ​ຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ ​ເພີ່ມ​ຂຶ້ນ ຢ່າງ​ເຂັ້ມ​ແຂງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ອີງ​ຕາມ​ຕົວ​ເລກ​ ສະ​ຖິ​ຕິ​ ຫລ້າ​ສຸດ ​ທີ່​ອົງ​ການ​ພາ​ສີ​ ແຫ່ງ​ຊາດ​ຈີນ​ ເປີດເຜີຍ ​ໃນ​ວັນ​ທີ 11 ພະ​ຈິກ​ນີ້​ວ່າ: 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​ຄ້າ​​ສິນ​ຄ້າ ຂາ​ເຂົ້າ-ຂາ​ອອກ​ ຂອງ ສປ ​ຈີນ ​ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ, ສືບ​ຕໍ່​​ຮັກ​ສາ​ທ່າ​ອຽງ ​ເພີ່ມ​ຂຶ້ນ ຢ່າງ​ເຂັ້ມ​ແຂງ. ໃນ 10 ເດືອນ​ຂອງ​ປີ​ນີ້, ຍອດ​ມູນ​ຄ່າ ​ຂາ​ເຂົ້າ-ຂາ​ອອກ ​ຂອງ​ ສປ ຈີນ ​ກັບ 180 ກວ່າ​ປະ​ເທດ ແລະ ເຂດ​ແຄວ້ນ ​ມີ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ, ໃນ​ນັ້ນ, ຍອດ​ມູນ​ຄ່າ​ ຂາ​ເຂົ້າ-ຂາ​ອອກ​ ກັບ​ຕະຫລາດ​ ຈະ​ເລີນ​ໃໝ່​ຕ່າງໆ​ ຄື: ອາ​ຊຽນ, ອາ​ເມ​ລິກາລາ​ຕິນ ແລະ ອາ​ຟ​ຣິ​ກາ ຕ່າງ​ໄດ້​ເພີ່ມ​ຂຶ້ນ 24,2%, 14,4% ແລະ 17,6% ຕາມ​ລຳ​ດັບ, ສ່ວນ​ຍອດ​ມູນ​ຄ່າ ​ຂາ​ເຂົ້າ-ຂາ​ອອກ ​ກັບ​ສະ​ຫະ​ພາບ ​ເອີ​ຣົບ​ ແລະ ສ.ອາ​ເມ​ລິ​ກາ ເພີ່ມ​ຂຶ້ນ 8,5% ແລະ 6,3% ຕາມ​ລຳ​ດັບ. ໃນ​ໄລ​ຍະ​ດຽວ​ກັນ, ຍອດ​ມູນ​ຄ່າ​ຂາ​ເຂົ້າ-ຂາ​ອອກ​ ຂອງ​ ສປ ຈີນ ກັ​ບ​ເຂດ​ເສດ​ຖະ​ກິດ​ອື່ນ​ ໃນອົງການຮ່ວມມື ເສດຖະກິດ ອາຊີ ປາຊີຟິກ ຫລື APEC ມີ​ເຖິງ 27.080 ຕື້ຢວນ, ເພີ່ມ​ຂຶ້ນ 25.4% ແລະ ຍອດ​ມູນ​ຄ່າ​ ຂາ​ເຂົ້າ-ຂາ​ອອກ​ຂອງ ສປ ຈີນ ກັບປະ​ເທດ ​ທີ່​ຮ່ວມ​ກັນ​ສ້າງ “​ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ” ມີ​ເຖິງ 22.880 ຕື້ຢວນ, ເພີ່ມ​ຂຶ້ນ 18,5%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top