ຂປລ
* ເພື່ອຫວນຄືນຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນສາກົນ ແລະ ຜູ້ອອກແຮງງານລາວ. ຄືດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະພາບແວດລ້ອມທີ່ຊົນຊັ້ນ ກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສັດຕະວັດ ທີ XVIII ຫາຕົ້ນສັດຕະວັດທີ XIX ຫລາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ.

(ເນ່ືອງໃນໂອກາດວັນກຳມະກອນສາກົນຄົບຮອບ 140 ປີ 1 ພຶດສະພາ 1886-1 ພຶດສະພາ 2026)
* ເພື່ອຫວນຄືນຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນສາກົນ ແລະ ຜູ້ອອກແຮງງານລາວ. ຄືດັ່ງພວກເຮົາຮັບຮູ້ນໍາກັນແລ້ວວ່າ ສະພາບແວດລ້ອມທີ່ຊົນຊັ້ນ ກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສັດຕະວັດ ທີ XVIII ຫາຕົ້ນສັດຕະວັດທີ XIX ຫລາຍປະເທດໃນທະວີບເອີລົບ ແລະ ອາເມລິກາ ໄດ້ສຳເລັດການໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ. ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງສັງຄົມ ໃນການຕອບສະໜອງວັດຖຸ ແລະ ສິ່ງຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດ ປະຈຳວັນນັບມື້ສູງຂຶ້ນ ແລະ ບໍ່ສາມາດຕອບສະໜອງຕາມຄວາມ ຮຽກຮ້ອງຕ້ອງການຂອງສັງຄົມໄດ້, ຈຳນວນກຳມະກອນກໍມີການເຕີບໃຫຍ່ຂະຫຍາຍຕົວ ໄປພ້ອມໆກັບການຂະຫຍາຍຕົວຂອງການຜະລິດ. ພາຍໃຕ້ການປົກ ຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງ, ອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການກົດຂີ່ຂູດຮີດ, ບັງຄັບຂົ່ມເຫັງໃຫ້ກຳມະກອນ ອອກແຮງງານ ໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ, ອອກແຮງງານໜັກແຕ່ໄດ້ຮັບຄ່າແຮງງານໜ້ອຍ, ບໍ່ມີການປ້ອງກັນສຸຂະພາບ ແລະ ຄວາມປອດໄພແຮງງານ ໃນສະຖານທີ່ເຮັດວຽກ, ບໍ່ໄດ້ເອົາໃຈໃສ່ກ່ຽວກັບສະຫວັດດີການ-ສັງຄົມ, ເຮັດໃຫ້ຊີວິດການເປັນຢູ່ທຸກຍາກລໍາບາກ, ຈຶ່ງພາໃຫ້ເກີດມີຂໍ້ຂັດແຍ່ງຂຶ້ນ ແລະ ຂໍ້ຂັດແຍ່ງດັ່ງກ່າວນັບມື້ນັບຮຸນແຮງຂຶ້ນເລື້ອຍໆ, ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງ ໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນເພື່ອລຸກຮືຂຶ້ນ ຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫລຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຄັ້ງທຳອິດ ແມ່ນຢູ່ປະເທດອັງກິດໃນປີ 1764 ເພາະປະເທດອັງກິດ ໃນເວລານັ້ນເປັນປະເທດທີ່ຂະຫຍາຍຕົວ ທາງດ້ານອຸດສາຫະກຳໄວກ່ວາໝູ່. ໃນເດືອນພະຈິກ1884 ຢູ່ເມືອງຫລວງຊິກາໂກ ເປັນຈຸດໃຈກາງອຸດສາຫະກຳ ຂອງປະເທດອາເມລິກາ,ຂະບວນກຳມະກອນໄດ້ມີການຕໍ່ສູ້ກັບ ພວກນາຍທຶນຢ່າງຮຸນແຮງ, ຮຽກ ຮ້ອງ ແລະ ປຸກລະດົມໃຫ້ກຳມະກອນ, ຊາວຜູ້ອອກແຮງງານ ທຸກທົ່ວໜ້າກຽມພ້ອມຕໍ່ສູ້ ເພື່ອທວງເອົາສິດຂອງຕົນ.

ມາໃນວັນທີ 1 ພຶດສະພາ 1886 ເປັນເທື່ອທຳອິດ ທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນປະເທດອາເມລິກາ ຢູ່ເມືອງຫລວງຊິກາໂກ ໄດ້ມີການຕໍ່ສູ້ໂດຍອີງໃສ່ເນື້ອໃນ ຂອງຖະແຫລງການຮຽກຮ້ອງ ໃຫ້ພວກນາຍທຶນ ຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນ ຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້, 8 ຊົ່ວໂມງພັກຜ່ອນ ແລະ 8 ຊົ່ວໂມງຮໍ່າຮຽນ” ໃນມື້ນັ້ນໄດ້ມີກຳມະກອນນັດຢຸດງານເຖິງ 5.000 ແຫ່ງໃນຕົວເມືອງໃຫຍ່ ຂອງປະເທດອາເມລິກາ ເຊັ່ນ: ນິວຢອກ, ບານຕີມໍ, ວໍຊິງຕັນ ແລະ ອື່ນໆ, ມີຜູ້ເຂົ້າຮ່ວມເຖິງ 3 ແສນ 4 ໝື່ນຄົນ ໄດ້ຮຽກຮ້ອງ ແລະ ບັງຄັບໃຫ້ນາຍທຶນ ຕ້ອງຮັບຮອງເອົາສິດ ໃນການເຮັດວຽກຂອງກຳມະກອນ ໃນມື້ໜຶ່ງ 8 ຊົ່ວໂມງ. ຕໍ່ໜ້າສະພາບການຄືແນວນັ້ນ, ວັນທີ 1ພຶດສະພາ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ II ໄດ້ໄຂຂຶ້ນຢູ່ທີ່ນະຄອນຫລວງປາຣີ (ປະເທດຝຣັ່ງ), ມີຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ 393 ຄົນ ຊຶ່ງແມ່ນຜູ້ແທນມາຈາກ 22 ປະເທດ ເອີຮົບ, ອາເມລິກາ ແລະ ອາກຊັງຕິນ, ທີ່ປະຊຸມໄດ້ຜ່ານໂຄງການດຳເນີນງານສຳຄັນຄື: ຊົນຊັ້ນກຳມະກອນ ສາມັກຄີຕໍ່ສູ້ ເພື່ອປະຕິບັດຄຳຂວັນ “ ມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກຳນົດເອົາວັນທີ 1/5/1886 ເປັນວັນກຳມະກອນສາກົນ”. ແນັບແຕ່ນັ້ນມາ “ວັນທີ 1 ພຶດສະພາ ຂອງທຸກໆປີ ຈຶ່ງໄດ້ກາຍເປັນວັນບຸນໃຫຍ່ ຂອງຊົນຊັ້ນກຳມະກອນ, ເປັນວັນລະນຶກເຖິງມູນເຊື້ອສາມັກຄີຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດຂອງຕົນ; ປົກປັກຮັກສາສັນຕິພາບໃນທົ່ວໂລກ”.
ນັບແຕ່ມື້ມີວັນກຳມະກອນສາກົນເປັນຕົ້ນມາ, ຂະບວນການຕໍ່ສູ້ຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນບັນດາປະເທດນາຍທຶນ ແລະ ຫົວເມືອງຂຶ້ນໄດ້ກາຍເປັນກະແສຟອງຢ່າງຟົດເດືອດ ເປັນຕົ້ນແມ່ນພາຍຫລັງການປະຕິວັດເດືອນຕຸລາ ຣັດເຊຍ ສຳເລັດຜົນ ແລະ ພາຍຫລັງການກຳເນີດ “ສະພາແຮງງານສາກົນ” ຂະບວນການກຳມະບານໄດ້ກຳເນີດຂຶ້ນ ແລະ ໄດ້ຂະຫຍາຍຕົວຮອດພາກພື້ນອາຊີ ແລະ ອາເມລິກາ. ຫລັງສົງຄາມໂລກຄັ້ງທີ II, ຂະບວນການກຳມະບານກໍໄດ້ແຜ່ລາມໄປຮອດອາຟຣິກກາ ແລະ ການຕໍ່ສູ້ນັບມື້ນັບມີຫລາຍຮູບຫລາຍສີ ເປັນຕົ້ນ ຂະບວນການຕໍ່ສູ້ຕ້ານທຸກຮູບການກົດຂີ່ຂູດຮີດຂອງບັນດາບໍລິສັດ “ກວມໂລກ” ຂອງພວກນາຍທຶນຕໍ່ສູ້ ເພື່ອທວງໃຫ້ສ້າງພື້ນຖານເສດຖະກິດແບບກຸ້ມຕົນເອງ, ຕ້ານການເປັນລູກໜີ້ຂອງຕ່າງປະເທດ, ຕ້ານອັນທີ່ເອີ້ນວ່າ “ເຂດແລກປ່ຽນແບບເສລີ” ແລະ “ເຂດມີນະໂຍບາຍຕໍ່ສິນຄ້າຂາອອກ”. ຊົນຊັ້ນກຳມະກອນ ແລະ ກຳມະບານຢູ່ຫລາຍປະເທດກຳລັງພັດທະນາ ໄດ້ຮ່ວມກັນກັບບັນດາອົງການຈັດຕັ້ງທີ່ກ້າວໜ້າອື່ນໆ ນຳພາປະຊາຊາດຂອງຕົນໄປຕາມເສັ້ນທາງຂະຫຍາຍຕົວຂອງສັງຄົມນິຍົມ. ໃນສະຖານະການໃໝ່, ບັນດາປະເທດພັດທະນາໃນໂລກໄດ້ໃຫ້ຄວາມສຳຄັນຕໍ່ກັບຊົນຊັ້ນກຳມະກອນ, ໃຫ້ສິດກຳມະກອນມີຫຸ້ນໃນການລົງທຶນທຳການຜະລິດຢູ່ຫົວໜ່ວຍແຮງງານຕ່າງໆ, ໄດ້ເອົາໃຈໃສ່ທາງດ້ານສະຫວັດດີການສັງຄົມ, ການປ້ອງກັນສຸຂະພາບ ແລະ ຄວາມປອດໄພ ໃນສະຖານທີ່ອອກແຮງງານ, ຊົນຊັ້ນກຳມະກອນໄດ້ກາຍເປັນກຳລັງແຮງໃນການສ້າງ ແລະ ນຳໃຊ້ຜົນຳສເລັດເຕັກໂນໂລຊີທີ່ທັນສະໄໝເຂົ້າສູ່ການຜະລິດ.
ຕະຫລອດໄລຍະຜ່ານມາ, ພາລະກໍາປະຫວັດສາດ ຂອງຊົນຊັ້ນກໍາມະກອນສາກົນ ໄດ້ຊີ້ໃຫ້ພວກເຮົາເຫັນຢ່າງຈະແຈ້ງວ່າ: ຊົນຊັ້ນກໍາມະກອນແມ່ນຊົນຊັ້ນ ທີ່ນໍາໜ້າຂອງຍຸກສະໄໝ ຕິດພັນກັບພື້ນຖານການຜະລິດ, ມີລະບຽບວິໄນ, ເປັນຜູ້ມີຫົວຄິດປະດິດສ້າງ, ມີຄວາມສາມາດພຽງພໍທີ່ຈະລຶບລ້າງ ລະບອບການພົວພັນສັງຄົມແບບກົດຂີ່ ແລະ ສ້າງສັງຄົມໃໝ່ທີ່ກ້າວໜ້າ ສີວິໄລ ແລະ ຍຸຕິທໍາ ພາຍໃຕ້ການນໍາພາ ຂອງ ພັກກອມມູນິດ.
ປີ 1930 ພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນໂດຍແມ່ນປະທານ ໂຮ່ຈີ່ມິງ, ພັກໄດ້ ວາງແນວທາງອັນຖືກຕ້ອງ ເພື່ອນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານພວກລ່າເມືອງຂຶ້ນ, ພາຍຫລັງມີພັກນຳພາຂະບວນການ ຕໍ່ສູ້ຂອງປະຊາຊົນ, ຊົນຊັ້ນກໍາມະກອນ, ຜູ້ອອກແຮງງານ 3 ຊາດອິນດູ ຈີນ ໄດ້ມີຄຸນນະພາບໃໝ່ ສາມາດຍາດໄດ້ໄຊຊະນະເປັນກ້າວໆມາ. ຜົນງານອັນພົ້ນເດັ່ນໃນໄລຍະນັ້ນ ແມ່ນຂະບວນການລຸກຮືຂຶ້ນຢຶດອຳນາດການປົກຄອງໃນທົ່ວປະເທດ, ໄດ້ມີຂະບວນການກຳມະກອນໄຟຟ້າລາວ ເປີດສາກນຳໜ້າພາທາງໃຫ້ ຂະບວນການກຳມະກອນຢູ່ແຫ່ງອື່ນໆ ລຸກຂຶ້ນຕໍ່ສູ້ພ້ອມກັບການຕໍ່ສູ້ ຂອງປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ, ພາຍໃຕ້ການນຳພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນລາວ, ສາມາດໂຄ້ນລົ້ມລັດ ທິລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ໄດ້ຢ່າງສິ້ນເຊີງ, ສ້າງຕັ້ງລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາປີ 1975 ຊຶ່ງເປັນບາດລ້ຽວປະຫວັດສາດອັນສຳຄັນຂອງຊາດລາວເຮົາ.
KPL