ຂປລ
ພິທີເປີດກອງປະຊຸມສຸດຍອດ ອິນເຕີເນັດໂລກ ປະຈຳເຂດອາຊີ-ປາຊີຟິກ ປີ 2026 ໄດ້ຈັດຂຶ້ນ ເປັນເວລາ 2 ວັນ ຢູ່ສູນປະຊຸມ ແລະ ວາງສະແດງເຂດຮົງກົງ.
ຂປລ. ວິທະຍຸໂທລະພາບ ສູນກາງຈີນ (CMG):ວັນທີ 13 ເມສາ 2026, ພິທີເປີດກອງປະຊຸມສຸດຍອດ ອິນເຕີເນັດໂລກ ປະຈຳເຂດອາຊີ-ປາຊີຟິກ ປີ 2026ໄດ້ຈັດຂຶ້ນ ເປັນເວລາ 2 ວັນ ຢູ່ສູນປະຊຸມ ແລະ ວາງສະແດງເຂດຮົງກົງ. ໂດຍຈະເນັ້ນໜັກ ເຖິງເຕັກໂນໂລຊີ ນະວັດຕະກຳ ໃນເຂດອາຊີ-ປາຊີຟິກ, ບຸກທະລຸ ຂໍ້ຈຳກັດ ທາງດ້ານພູມີປະເທດ, ຊຸກຍູ້ການແລກປ່ຽນ ນະວັດຕະກຳດິຈີຕອນ ແລະ ເຕັກໂນໂລຊີ ທົ່ວໂລກ ໃຫ້ກ້າວຂຶ້ນສູ່ ລະດັບໃໝ່.ນອກຈາກນັ້ນ, ຍັງຈະມີ ການຈັດ ກອງປະຊຸມຍ່ອຍ 6 ຫົວຂໍ້ ກ່ຽວກັບ ນະວັດຕະກໍາ ແລະ ການປະຍຸກໃຊ້ ຕົວແທນ ອັດສະລິຍະ, ການທະນາຄານ ດິຈີຕອນ, ການຄຸ້ມຄອງ ຄວາມໝັ້ນຄົງ ຂອງ ປັນຍາປະດິດ, ການໃຊ້ຊີວິດ ແບບອັດສະລິຍະ , ການຫັນເປັນດິຈີຕອນ ແລະ ການເຜີຍແຜ່ເອກະສານບູຮານ ແລະ ອື່ນໆ./
KPL