ສອງຊາດ ລາວ-ຈີນ ໝາກຜົນການຮ່ວມມື 65 ປີ ມີຄວາມສໍາພັນອັນແໜ້ນແຟ້ນ

02/04/2026 11:13
ຂປລ ຂປລ. ລາວ ແລະ ຈີນ ເປັນປະເທດສັງຄົມນິຍົມ ທີ່ເປັນບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ສາຍນ້ຳຕິດຈອດກັນ; ການຍຶດໝັ້ນການນຳພາຂອງພັກ ແລະ ຍຶດໝັ້ນເດີນຕາມທິດສັງຄົມນິຍົມ ແມ່ນຈຸດພິເສດທາດແທ້ຂອງສາຍພົວພັນ ລາວ-ຈີນ.

ຂປລ.  ລາວ ແລະ ຈີນ ເປັນປະເທດສັງຄົມນິຍົມ ທີ່ເປັນບ້ານໃກ້ເຮືອນຄຽງທີ່ມີສາຍພູ ແລະ ສາຍນ້ຳຕິດຈອດກັນ; ການຍຶດໝັ້ນການນຳພາຂອງພັກ ແລະ ຍຶດໝັ້ນເດີນຕາມທິດສັງຄົມນິຍົມ ແມ່ນຈຸດພິເສດທາດແທ້ຂອງສາຍພົວພັນ ລາວ-ຈີນ. ບໍ່ວ່າຈະເປັນສະໄໝການປະຕິວັດຕໍ່ສູ້ກູ້ຊາດ ຫລື ສະໄໝການສ້າງສາພັດທະນາປະເທດຊາດ, ສອງພັກ, ສອງລັດ ລາວ-ຈີນ ໄດ້ຍຶດໝັ້ນຢ່າງສະເໝີຕົ້ນສະເໝີປາຍ ໃນການເຄົາລົບເຊິ່ງກັນ ແລະ ກັນ, ຈິງໃຈຕໍ່ກັນ, ສະໜັບສະໜູນເຊິ່ງກັນ ແລະ ກັນ, ໄດ້ຜູກມິດໄມຕີອັນເລິກເຊິ່ງ ແລະ ສ້າງສາຍພົວພັນທີ່ແໜ້ນແຟ້ນນຳກັນ. ກ້າວເຂົ້າສູ່ຍຸກສະໄໝໃໝ່, ໂດຍພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງທັງສອງຝ່າຍ, ການພົວພັນ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍຢ່າງມີໝາກຜົນທີ່ອຸດົມສົມບູນ ແລະ ເປັນໄລຍະທີ່ດີທີ່ສຸດ ຂອງປະຫວັດສາດ. ການມີຜົນສຳເລັດອັນດີງາມດັ່ງກ່າວ ຕະຫລອດໄລຍະ 65 ປີຜ່ານມາ ແມ່ນໄດ້ມາຈາກຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນຢ່າງສູງ ແລະ ການນຳພາທາງດ້ານການເມືອງຂອງ ສອງພັກ, ສອງລັດ ລາວ-ຈີນ ໄດ້ມາຈາກມູນເຊື້ອມິດຕະພາບ ແລະ ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ໄດ້ມາຈາກ ການທີ່ສອງ ຝ່າຍລາວ-ຈີນ ໄດ້ມີຄວາມເຂົ້າອົກເຂົ້າໃຈ ແລະ ຍຶດໝັ້ນສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດທີ່ເປັນໃຈ​ກາງ ຂອງທັງສອງຝ່າຍ.

ນັບຕັ້ງແຕ່ ລາວ-ຈີນ ໄດ້ລົງນາມ “ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນ ປະຕິວັດລາວ ແລະ ພັກກອມມູນິດຈີນ” ໃນເດືອນ ເມສາ 2019 ເປັນຕົ້ນມາ, ສອງຝ່າຍໄດ້ຮ່ວມແຮງຮ່ວມໃຈກັນ, ຈັບມືຄຽງບ່າຄຽງໄຫລ່ກັນ, ພ້ອມກັນໄຂສັງກາດໃໝ່ ແຫ່ງການພົວພັນ ສອງພັກ, ສອງລັດ ໂດຍສະເພາະແມ່ນ ຖືເອົາເສັ້ນທາງລົດໄຟ ລາວ-ຈີນ ເປັນເສັ້ນທາງແຫ່ງຄວາມຜາສຸກ, ພັດທະນາ ແລະ ເສັ້ນທາງມິດຕະພາບ ຂອງປະຊາຊົນສອງຊາດ ລາວ-ຈີນ; ການຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ປະກົດຜົນເປັນຈິງ ບໍ່ພຽງແຕ່ນຳເອົາຄວາມຈະເລີນສີວິໄລມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ, ຍັງໄດ້ເປັນແຮງຂັບເຄື່ອນທີ່ເຂັ້ມແຂງ ໃຫ້ແກ່ສັນຕິພາບທີ່ໝັ້ນທ່ຽງ ແລະ ການພັດທະນາທີ່ຈະເລີນຮຸ່ງເຮືອງ ຂອງພາກພື້ນ ແລະ ສາກົນ. ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໄດ້ເປັນການຢັ້ງຢືນທາງພຶດຕິກຳວ່າ, ມວນມະນຸດມີຊະຕາກຳຮ່ວມກັນ, ທຸກປະເທດ ມີຜົນປະໂຫຍດເຊື່ອມຕໍ່ເຂົ້າກັນ, ການສ້າງປະຊາຄົມຮ່ວມຊະຕາກຳ ຂອງມວນມະນຸດ ແມ່ນອະນາຄົດຂອງປະຊາຊົນທຸກປະເທດໃນໂລກ.

  ຕະຫລອດ 65 ປີ  ແຫ່ງການສ້າງສາຍພົວພັນການທູດ  ລາວ-ຈີນ  ເຕັມໄປດ້ວຍໄມຕີຈິດຖານບ້ານໃກ້ເຮືອນຄຽງ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຮ່ວມມືຮອບດ້ານ” ແລະ ບົນຈິດໃຈ “ບ້ານໃກ້ເຮືອນຄຽງທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ” ຍຶດໝັ້ນ ເຄົາລົບ ແລະ ໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດທາງດ້ານເສດຖະກິດ, ພ້ອມກັນປົກປ້ອງ ແລະ ຊ່ວຍເຫລືອກັນທາງ ດ້ານຄວາມສະ​ຫງົບ​ປອດ​ໄພ, ຮັບຮູ້ເຂົ້າໃຈ ແລະ ໃກ້ຊິດເຊື່ອມໂຍງກັນ ທາງດ້ານວັດທະນະທຳ-ສັງຄົມ, ຢູ່ຮ່ວມກັນ ແລະ ພ້ອມກັນແກ້ໄຂບັນຫາທາງດ້ານລະບົບນິເວດ; ຈັບມືກັນກໍ່ສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ ເພື່ອເປັນຕົວແບບ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ໃນຊຸມປີຜ່ານມາ,ສອງຝ່າຍ ລາວ-ຈີນ ໄດ້ຮ່ວມກັນລົງນາມ ໃນສັນຍາຮ່ວມມື ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ສູນກາງຊາວໜຸ່ມ ກອມມູນິດຈີນ, ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືພັດທະນາ ເຂດລຽບຕາມເສັ້ນທາງລົດໄຟ ລາວ-ຈີນ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາ (ສົກປີ 2022-2024), ໜັງສືມອບ-ຮັບ ໂຄງການກໍ່ສ້າງພື້ນຖານໂຄງລ່າງຫລຸດຜ່ອນຄວາມທຸກຍາກຢູ່ຊົນນະບົດລາວ ຊຸດທີ 1, ໜັງສືມອບ-ຮັບໂຄງການຊ່ວຍເຫລືອອຸປະກອນ ປ້ອງກັນພະຍາດໂຄວິດ-19 ໃນເຂດຊາຍແດນ ລາວ-ຈີນ, ບົດບັນທຶກຄວາມເຂົ້າໃຈວ່າດ້ວຍ ການສ້າງຕັ້ງໜ່ວຍງານຮ່ວມມືດ້ານການລົງທຶນ ແລະ ເສດຖະກິດ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ແຫ່ງ ສປປ ລາວ ແລະ ກະຊວງການຄ້າ ແຫ່ງ ສປ ຈີນ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານລະບົບການຄ້າເອເລັກໂຕຣນິກ ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກະຊວງການຄ້າ ສປ ຈີນ, ອະນຸສັນຍາກ່ຽວກັບຂໍ້ກໍານົດເງື່ອນໄຂສຸຂະນາໄມພືດ ສໍາລັບການສົ່ງອອກໃບຢາສູບລາວ ໄປ ສປ ຈີນ, ອະນຸສັນຍາວ່າດ້ວຍການສົ່ງອອກງົວ ຈາກ ສປປ ລາວ ໄປຍັງ ສປ ຈີນ ຄືນໃໝ່, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສົ່ງເສີມຮ່ວມມືພັດທະນາ ແລະ ຜັນຂະຫຍາຍຂໍ້ລິເລີ່ມ ການພັດທະນາທົ່ວໂລກ, ການແລກປ່ຽນສຶກສາຄວາມເປັນໄປໄດ້ ໂຄງການສາທິດຮ່ວມມືແກ້ໄຂຄວາມທຸກຍາກ ລາວ-ຈີນ ໄລຍະ 2, ແລກປ່ຽນສຶກສາຄວາມເປັນໄປໄດ້ໂຄງການຊ່ວຍເຫລືອດ້ານເຕັກນິກ ໂຄງການຫໍປະຊຸມແຫ່ງຊາດ ໄລຍະ 4, ແລກປ່ຽນໂຄງການກໍ່ສ້າງຫ້ອງທົດລອງ DNA, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານສື່ມວນຊົນ,​ ບົດບັນທຶກການສົ່ງເສີມການຮ່ວມມືດ້ານການເງິນ ແລະ ຕິດຕາມຄຸ້ມຄອງຮອບດ້ານ, ສັນຍາມອບສິດ ລະຫວ່າງ ທະນາຄານປະຊາຊົນຈີນ ແລະ ທະນາຄານອຸດສາຫະກໍາ ແລະ ການຄ້າ (ICBC) ໃນການມອບສິດໃຫ້ແກ່ ICBC ສາຂາ ນະຄອນຫລວງວຽງຈັນ ເປັນທະນາຄານຕົວແທນຊໍາລະສະສາງເງິນຢວນ ຢູ່ ສປປ ລາວ, ແຜນການຮ່ວມມືແລກປ່ຽນບົດຮຽນ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ແລະ ຄະນະພັກກອມມູນິດ ເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ໄລຍະປີ 2023-2025, ບົດບັນທຶກຄວາມເຂົ້າໃຈ ການຮ່ວມມືໄມຕີຈິດ ມິດຕະພາບ ລະຫວ່າງ ສະພາປະຊາຊົນ 4 ແຂວງຄື:​ ແຂວງຫລວງນໍ້າທາ, ອຸດົມໄຊ, ຜົ້ງສາລີ ແລະ ແຂວງຫລວງພະບາງ ແລະ ສະພາຜູ້ແທນປະຊາຊົນແຂວງຢຸນນານ ສປ ຈີນ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍສົ່ງເສີມການຮ່ວມມືແລກປ່ຽນ ພາກເອກະສານຊົນພົນລະເຮືອນ ລະຫວ່າງ ກອງທຶນພັດທະນາສັນຕິພາບແຫ່ງຊາດຈີນ ກັບຄະນະກຳມາທິການສັນຕິພາບ ແລະ ສາມັກຄີຂອງລາວ, ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ສັນຍາຮ່ວມມືໂຄງການແລກປ່ຽນພະລັງງານໄຟຟ້າ ໃນລະດັບແຮງດັນ 500 Kv, ສັນຍາມອບໂອນສິດນໍາໃຊ້ຊັບສິນ ຂອງໂຄງການສາຍສົ່ງໄຟຟ້າແຫ່ງຊາດ,​ ສັນຍາຈ່າຍຄ່າຜ່ານສາຍສົ່ງ ຂອງໂຄການສາຍສົ່ງໄຟຟ້າແຫ່ງຊາດ ແລະ ອື່ນໆ ຢ່າງຫລວງຫລາຍ.

           ໃນສະພາບການຂອງໂລກໄດ້ເພີ່ມທະວີການຜັນແປໄປຢ່າງໄວວາ, ສັງຄົມມະນຸດໄດ້ຢືນຢູ່ບາດລ້ຽວທາງປະຫວັດສາດທີ່ສໍາຄັນຄັ້ງໃໝ່ ຕໍ່ໜ້າສະພາບການປ່ຽນແປງຂອງໂລກ, ການປ່ຽນແປງຂອງຍຸກສະໄໝ ແລະ ການປ່ຽນແປງຂອງປະຫວັດສາດ, ສອງຝ່າຍ ຢືນຢັນຍຶດໝັ້ນການນຳພາຂອງພັກ ,ຍຶດໝັ້ນລັດທິມາກ, ຍຶດໝັ້ນເສັ້ນທາງສັງຄົມນິຍົມ ທີ່ສອດຄ່ອງກັບສະພາບການຕົວຈິງຂອງປະເທດຕົນ, ອອກແຮງສະແຫວງຫາກົດເກນການກຳອຳນາດຂອງພັກກອມມູນິດ, ກົດເກນການກໍ່ສ້າງສັງຄົມນິຍົມ ແລະ ກົດເກນການພັດທະນາສັງຄົມມະນຸດ; ຊຸກຍູ້ພາລະກິດການກໍ່ສ້າງພັກ ແລະ ພັດທະນາປະເທດຊາດຂອງຕົນ ໃຫ້ມີບາດກ້າວໃໝ່; ບັນລຸ, ປົກປັກຮັກສາ ແລະ ພັດທະນາຜົນປະໂຫຍດພື້ນຖານຂອງ ສອງພັກ ແລະ ປະຊາຊົນສອງຊາດ ໃຫ້ດີ; ປະກອບສ່ວນອັນໃໝ່ທີ່ໃຫຍ່ຫລວງກວ່າເກົ່າ ເຂົ້າໃນພາລະກິດອັນຍິ່ງໃຫຍ່ ແຫ່ງສັນຕິພາບ ແລະ ການພັດທະນາຂອງມວນມະນຸດ.

ໂດຍ:ວັນໄຊ ຕະວິນຍານ

KPL

ຂ່າວອື່ນໆ

ads
ads

Top