ຂປລ
ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຣັກ ໄດ້ມີການ ພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ Athanasios Plevris, ລັດຖະມົນຕີ ກະຊວງອົບພະຍົບ ແລະ ລີ້ໄພ ເກຣັກ ເພື່ອແລກປ່ຽນ ກ່ຽວກັບ ການຮ່ວມມື ດ້ານແຮງງານ ລະຫວ່າງ 2 ປະເທດ.
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານນາງ ຟ້າມທິທູເຮືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເກຣັກ ໄດ້ມີການ ພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ Athanasios Plevris, ລັດຖະມົນຕີ ກະຊວງອົບພະຍົບ ແລະ ລີ້ໄພ ເກຣັກ ເພື່ອແລກປ່ຽນ ກ່ຽວກັບ ການຮ່ວມມື ດ້ານແຮງງານ ລະຫວ່າງ 2 ປະເທດ.
ໃນການພົບປະ, ທ່ານເອກອັກ ຄະລັດຖະທູດ ນາງ ຟ້າມທິທູເຮືອງ ໃຫ້ຮູ້ວ່າ ຫວຽດນາມ ປາດຖະໜາ ຢາກລົງນາມ ໃນບົດບັນທຶກຊ່ວຍຈຳ ກ່ຽວກັບ ການຮ່ວມມື ດ້ານແຮງງານ ລະຫວ່າງ 2 ປະເທດ ຢ່າງວ່ອງໄວ ເພື່ອສ້າງຂອບເຂດໃຫ້ແກ່ ວິວັດການຮ່ວມມື ແລະ ສ້າງເງື່ອນໄຂ ຄວາມສະດວກ ກໍຄື ການຮັບປະກັນ ສິດທິຜົນປະໂຫຍດ ໃຫ້ແກ່ຜູ້ອອກແຮງງານ ເພື່ອໃຫ້ຄວາມສອດຄ່ອງກັບ ກົດໝາຍຂອງ 2 ຝ່າຍ.
ສ່ວນ ທ່ານ Athanasios Plevris ໃຫ້ຮູ້ວ່າ: ເກຣັກ ປາດຖະໜາ ຢາກເພີ່ມທະວີ ການຮ່ວມມື ແລະ ລົງນາມໃນຂໍ້ຕົກລົງຮ່ວມມື ດ້ານແຮງງານ ກັບ ບັນດາປະເທດ, ໃນນັ້ນ ລວມມີ ຫວຽດນາມ, ເພື່ອເຮັດໃຫ້ ຜູ້ອອກແຮງງານ ຕ່າງປະເທດ ຢູ່ ເກຣັກ ເຮັດວຽກ ຢ່າງຖືກຕ້ອງ ຕາມກົດໝາຍ, ຕອບສະໜອງ ຄວາມຕ້ອງການ ດ້ານແຫລ່ງຊັບພະຍາກອນມະນຸດ ໃຫ້ແກ່ ການເຕີບໂຕ ແລະ ພັດທະນາເສດຖະກິດ ຂອງປະເທດຊາດ./
KPL