ຂປລ
ທ່ານ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ເປີດເຜີຍວ່າ: ຍີ່ປຸ່ນ ຈະເລີ່ມປ່ອຍນໍ້າມັນ ຈາກສາງສຳຮອງ ຂອງ ລັດຖະບານ ໃນວັນທີ 26 ມີນານີ້.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ຊານາເອະ ທາຄາອິຈິ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ເປີດເຜີຍວ່າ: ຍີ່ປຸ່ນ ຈະເລີ່ມປ່ອຍນໍ້າມັນ ຈາກສາງສຳຮອງ ຂອງ ລັດຖະບານ ໃນວັນທີ 26 ມີນານີ້. ຂະນະທີ່ ຍີ່ປຸ່ນ ມີຄວາມກັງວົນຫລາຍຂຶ້ນ ກ່ຽວກັບ ພາວະ ການສະໜອງ ນໍ້າຢຸດຈຶ້ງ ເນື່ອງຈາກ ຄວາມຂັດແຍ່ງ ລະຫວ່າງ ອີຣານ ກັບ ສ.ອາເມລິກາ ແລະ ອິດສະຣາແອນ ທີ່ຍັງຄົງ ແກ່ຍາວ.
ມາດຕະການຫລ້າສຸດ ປະກາດ ໃນລະຫວ່າງ ກອງປະຊຸມ ສະມາຊິກ ຄະນະລັດຖະມົນຕີ ທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ກ່ຽວກັບ ແນວທາງ ການບັນເທົາ ຜົນກະທົບ ຈາກຄວາມ ເຄັ່ງຕຶງ ໃນຕາເວັນອອກກາງ ຕໍ່ເສດຖະກິດ ຍີ່ປຸ່ນ ເກີດຂຶ້ນ ຫລັງຈາກທີ່ ຍີ່ປຸ່ນ ເລີ່ມປ່ອຍນໍ້າມັນ ຈາກສາງສຳຮອງ ຂອງ ພາກເອກະຊົນ ເມື່ອອາທິດຜ່ານມາ. ໂດຍສາງນໍ້າມັນສຳຮອງຮ່ວມ ຂອງປະເທດ, ຜູ້ຜະລິດ ນໍ້າມັນ ໃນຕາເວັນ ອອກກາງ ທີ່ເກັບໄວ້ ໃນຍີ່ປຸ່ນ ຈະເລີ່ມ ນໍາມາໃຊ້ ໃນທ້າຍເດືອນນີ້./
KPL