ຫວຽດນາມ-ຣັດເຊຍ ຊຸກຍູ້ບັນດາໂຄງການອາຍແກັສທຳມະຊາດແຫລວ

25/03/2026 11:34
ຂປລ ການເດີນທາງ ຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ, ໃນວັນທີ 23 ມີນາ, ຢູ່ນະຄອນຫລວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດ Novatek, ເປັນກຸ່ມບໍລິສັດ ແຖວໜ້າ ຂອງ ຣັດເຊຍ ແລະ ໂລກ ໃນຂົງເຂດອາຍແກັສທຳມະຊາດ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ການເດີນທາງ ຢ້ຽມຢາມ ສະຫະພັນ ຣັດເຊຍ ຢ່າງເປັນທາງການ, ໃນວັນທີ 23 ມີນາ, ຢູ່ນະຄອນຫລວງ ມົດສະກູ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກຸ່ມບໍລິສັດ Novatek, ເປັນກຸ່ມບໍລິສັດ ແຖວໜ້າ ຂອງ ຣັດເຊຍ ແລະ ໂລກ ໃນຂົງເຂດອາຍແກັສທຳມະຊາດ ເພື່ອຊຸກຍູ້ໃຫ້ ບັນດາ ໂຄງການ ອາດແກັດທຳມະຊາດແຫລວ (LNG) ຂະໜາດໃຫຍ່ທີ່ສຸດ ຢູ່ ຫວຽດນາມ.

ທ່ານ ຟ້າມມິງຈິງ ໄດ້ຕີລາຄາສູງ ຕໍ່ Novatek ເປັນເຈົ້າການ ແລກປ່ຽນ, ການຮ່ວມມືກັບ ບັນດາ ຄູ່ຮ່ວມມື ຫວຽດນາມ ແລະ ເຊື່ອໝັ້ນ ຕໍ່ຄວາມເໝາະສົມ ໃນການ ກຳນົດທິດ ພັດທະນາ ຈະສ້າງຜົນກະທົບ, ປະສິດທິຜົນໃຫ້ແກ່ທັງສອງຝ່າຍ. ໂດຍ ທ່ານ ຟ້າມມິງຈິງ ໄດ້ສະເໜີ Novatek ໃຫ້ປະສານສົມທົບ ກັບ ບັນດາ ທ້ອງຖິ່ນ, ອົງການ ແລະ ລັດວິສາຫະກິດ ຢ່າງແໜ້ນແຟ້ນ ໃນຂົງເຂດ ພະລັງງານ, ນ້ຳມັນອາຍແກັສ ຂອງ ຫວຽດນາມ. ນອກຈາກນີ້ ຍັງສົ່ງເສີມ ບັນດາ ວິສາຫະກິດ ຫວຽດນາມ ໃຫ້ເພີ່ມທະວີ ການຮ່ວມມື ກັບ Novatek ກ່ຽວກັບ ເຕັກໂນໂລຢີ ຫັນອາຍແກັສທຳມະຊາດ ເປັນທາດແຫລວ.

ສ່ວນການນຳ Novatek ກໍສະແດງ ຄວາມເຫັນດີ ໃນລະດັບສູງ ແລະ ໄດ້ລະບຸວ່າ ຈະຕັ້ງໜ້າ ແລກປ່ຽນກັບບັນດາ ຄູ່ຮ່ວມມື ຫວຽດນາມ ເພື່ອຊຸກຍູ້ ບັນດາ ໂຄງການ, ການເຄື່ອນ ໄຫວຮ່ວມມື, ຊຶ່ງ ທ່ານ ຟ້າມມິງຈິງ ມີຄຳເຫັນສະເໜີ ໃນການ ປະຕິບັດງານ ຢູ່ ນະຄອນຫລວງ ມົດສະກູ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ໄປວາງພວງມາລາ ຢູ່ອະນຸສາວາລີ ປະທານໂຮ່ຈີມິນ./

KPL

ຂ່າວອື່ນໆ

ads
ads

Top