ໂຄສະນາເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພທາງຫລວງ ຢູ່ສອງເມືອງແຂວງວຽງຈັນ

25/03/2026 11:42
ຂປລ ຂປລ. ກັບມາພໍ້ກັນອີກເທ່ືອໜຶ່ງກັບຄໍລຳ“ທາງເລືອກ-ທາງລອດ ປອດໄພຈາກອຸບັດເຫດ” ໜັງສືພິມປະ ເທດລາວ ສະບັບມື້ນີ້ ຂໍພາທ່ານຜູ້ອ່ານໄປທີ່ແຂວງວຽງຈັນ ໂດຍພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ລົງແຜ່ເຜີຍ ປູກຈິດສຳນຶກດ້ານຄວາມປອດໄປທາງຫລວງໃຫ້ແກ່ນ້ອງໆນັກຮຽນ ຢູ່ໂຮງຮຽນ ມ.ສ ປາກກະຍຸງ ເມືອງວຽງຄຳ ແລະ ໂຮງຮຽນ ມ.ສ ບ້ານເກິນ ເມືອງທຸລະຄົມ

ຂປລ. ກັບມາພໍ້ກັນອີກເທ່ືອໜຶ່ງກັບຄໍລຳ“ທາງເລືອກ-ທາງລອດ ປອດໄພຈາກອຸບັດເຫດ” ໜັງສືພິມປະ ເທດລາວ ສະບັບມື້ນີ້ ຂໍພາທ່ານຜູ້ອ່ານໄປທີ່ແຂວງວຽງຈັນ ໂດຍພາກສ່ວນກ່ຽວຂ້ອງໄດ້ເອົາໃຈໃສ່ລົງແຜ່ເຜີຍ ປູກຈິດສຳນຶກດ້ານຄວາມປອດໄປທາງຫລວງໃຫ້ແກ່ນ້ອງໆນັກຮຽນ ຢູ່ໂຮງຮຽນ ມ.ສ ປາກກະຍຸງ ເມືອງວຽງຄຳ ແລະ ໂຮງຮຽນ ມ.ສ ບ້ານເກິນ ເມືອງທຸລະຄົມ ໂດຍການນໍາພາຂອງ ທ່ານ ອານົງ ອິນທະວົງ ຫົວໜ້າຂະແໜງຂົນສົ່ງ ພະແນກໂຍ ທາທິການ ແລະ ຂົນສົ່ງ ແຂວງວຽງຈັນ, ມີບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ, ຄູ-ອາຈານ, ພ້ອມດ້ວຍນັກຮຽນເຂົ້າຮ່ວມ. ທ່ານ ອານົງ ອິນທະວົງ ໄດ້ກ່າວວ່າ: ການລົງໂຄສະນາເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພ ທາງຫລວງຄັ້ງນີ້ ເພື່ອເຜີຍແຜ່ໂຄສະນາປູກຈິດສຳນຶກກ່ຽວກັບຄວາມປອດໄພຕາມທາງຫລວງໃຫ້ແກ່ຊາວ ໜຸ່ມ-ໄວໜຸ່ມ ແລະ ປະຊາຊົນ ໃນຂອບເຂດທົ່ວແຂວງວຽງຈັນ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກົດລະບຽບ ຂອງການຈະລາຈອນຕາມທ້ອງຖະໜົນ, ຮັບຮູ້ ແລະ ເຂົ້າໃຈຄວາມໝາຍ, ຄວາມສຳຄັນ ແລະ ການນຳໃຊ້ປ້າຍສັນຍານ ແລະ ຮູ້ ຈັກປະເມີນຜູ້ປະສົບໄພ ຫລື ເຄາະຮ້າຍ ແລະ ໃຫ້ການຊ່ວຍເຫລືອຊີວິດຂັ້ນພື້ນຖານ, ເພື່ອເປັນການຫລຸດຜ່ອນອຸບັດເຫດຕາມທ້ອງຖະໜົນ ໃຫ້ຫລຸດໜ້ອຍຖອຍລົງເທື່ອລະກ້າວ. ການລົງໂຄສະນາເຜີຍແຜ່ປູກຈິດສຳນຶກ ດ້ານຄວາມປອດໄພທາງໃນຄັ້ງນີ້ ບັນດາພະແນກການກ່ຽວຂ້ອງຂັ້ນແຂວງກໍໄດ້ຜັດປ່ຽນ ກັນຂຶ້ນເຜີຍແຜ່ບັນດາເອກະສານ ທີ່ນຳມາໂຄສະນາເຜີຍແຜ່ຄັ້ງນີ້ ປະກອບມີການຈັດຕັ້ງປະຕິບັດວຽກງານ ກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາ ຈອນ, ເອກະສານການນຳໃຊ້ປ້າຍສັນຍານ ແລະ ສາລະບານ, ກົດລະບຽບຂອງສະມາຊິກຊາວໜຸ່ມປະ ຊາຊົນຕິວັດລາວ, ການປະເມີນຄົນເຈັບ ແລະ ການຊ່ວຍເຫລືອຊີວິດຂັ້ນພື້ນຖານ ຊຶ່ງນຳສະເໜີໂດຍນັກສຳມະ ນາກອນຜູ້ມີປະສົບການຈາກພະ ແນກ ຍທຂ, ພະແນກຈາລະຈອນ ປກສ ແຂວງ, ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວແຂວງ ແລະ ໜ່ວຍງານກູ້ໄພ ອົງການກາແດງແຂວງວຽງຈັນ. ຂະນະທີ່ຕອນທ້າຍຍັງໄດ້ມີການຫລິ້ນກິດຈະກຳໃຫ້ນັກຮຽນ ຂອງທັງສອງໂຮງຮຽນມີສ່ວນຮ່ວມ ໃນການຖາມ-ຕອບ, ກ່ຽວກັບກົດລະບຽບຈະລາຈອນ, ການນຳໃຊ້ປ້າຍສັນຍານ, ປ້າຍເຕືອນ, ປ້າຍຫ້າມຂໍ້ກຳນົດຕ່າງໆ ເພື່ອຮັບລາງວັນຈາກຄະນະທີ່ລົງມາໂຄສະນາເຜີຍແຜ່ປູກຈິດສຳນຶກດ້ານຄວາມປອດໄພທາງຫລວງໃນຂອບເຂດທົ່ວແຂວງວຽງຈັນອີກຕື່ມ. 

ແນວໃດກໍດີ, ຖ້າທ່ານຜູ້ອ່ານມີຄວາມຄິດແນວໃດຕໍ່ກັບບັນຫາອຸບັດເຫດຕ່າງໆ ກໍສາມາດຂຽນເປັນບົດ-ຂ່າວ ສົ່ງມາຫາຄະນະ ບກ ໜັງສືພິມປະເທດລາວ ພວກເຮົາຍິນດີຕ້ອນຮັບ ແລະ ລົງໂຄສະນາຜົນງານຂອງທ່ານສູ່ສັງຄົມ. ນອກຈາກນີ້ ຍັງເປັນການປະກອບສ່ວນເຜີຍແຜ່ ໂຄສະນາດ້ານຄວາມປອດໄພໃຫ້ມີຫລາກຫລາຍສີສັນອອກສູ່ສັງຄົມ. ພໍ້ກັນໃໝ່ສະບັບໜ້າ. 

KPL

ຂ່າວອື່ນໆ

ads
ads

Top