ເອີຣົບ ລົງທຶນເຂົ້າໃນຂົງເຂດພະລັງງານ-ຄົມມະນາຄົມ ຫວຽດນາມ ກວ່າ 560 ລ້ານເອີໂຣ

25/03/2026 20:23
Email Print 101
ຂປລ ໃນເວທີປາໄສ ການດຳເນີນທຸລະກິດ ແລະ ການລົງທຶນສະຫະພາບ ເອີຣົບ (EU)-ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 24 ມີນາ, ຢູ່ນະຄອນຫລວງຮ່າໂນ້ຍ, ເອີຣົບ ປະກາດວົງເງິນ ລົງທຶນກວ່າ 560 ລ້ານເອີໂຣ ໃຫ້ແກ່ ຫວຽດນາມ

     ຂປລ. ວິທະຍຸກະຈາຍສຽງຫວຽດນາມ: ໃນເວທີປາໄສ ການດຳເນີນທຸລະກິດ ແລະ ການລົງທຶນສະຫະພາບ ເອີຣົບ (EU)-ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 24 ມີນາ, ຢູ່ນະຄອນ ຫລວງຮ່າໂນ້ຍ, ເອີຣົບ ປະກາດວົງເງິນ ລົງທຶນກວ່າ 560 ລ້ານເອີໂຣ ໃຫ້ແກ່ ຫວຽດນາມ, ເພື່ອຊຸກຍູ້ ການຫັນປ່ຽນ ພະລັງງານ, ພັດທະນາ ລະບົບ ຄົມມະນາຄົມ ແບບຍືນຍົງ ແລະ ຍົກສູງ ກຳລັງ ຄວາມສາມາດ ຂອງ ພື້ນຖານໂຄງລ່າງ.

ໄປຄຽງຄູ່ກັນນັ້ນ, ເອີຣົບ ກໍເລີ່ມຕົ້ນ ກົນໄກ ໜູນຊ່ວຍ ຄົມມະນາຄົມ ແບບຍືນຍົງ ລວມມີ ມູນຄ່າ 40 ລ້ານເອີໂຣ, ເພື່ອມຸ່ງໄປເຖິງ ການລະດົມເງິນ ຫລາຍກວ່າ 1 ຕື້ເອີໂຣ ໃຫ້ແກ່ ບັນດາ ໂຄງການ ເສັ້ນທາງລົດໄຟ ແລະ ຄົມມະນາຄົມ ຕົວເມືອງ ທີ່ມີ ຂອບຂະໜາດໃຫຍ່.

ໃນເວທີປາໄສດັ່ງກ່າວ ເອີຣົບ ກໍໄດ້ເຂົ້າຮ່ວມ ເປັນສັກຂີພິຍານ ການປະກາດ ຂໍ້ຕົກລົງ ຮ່ວມມື ຫລາຍສະບັບ ລະຫວ່າງ ວິສາຫະກິດ ເອີຣົບ ແລະ ຫວຽດນາມ ກ່ຽວກັບ ບັນດາ ຂົງເຂດ ຂົນສົ່ງ, ໂລຈິສະຕິກ, ສາທາລະນະສຸກ ດີຈີຕອນ ແລະ ອຸດສາຫະກຳ, ການປະກອບສ່ວນ ຊຸກຍູ້ ການເຊື່ອມຕໍ່ ເສດຖະກິດ ແລະ ອື່ນໆ./

 

KPL

ຂ່າວອື່ນໆ

ads
ads

Top