ໂຕໂຍຕ້າ ຈະປັບຫລຸດກຳລັງການຜະລິດລົດໃຫຍ່ສົ່ງອອກໄປຕາເວັນອອກກາງ 24.000 ຄັນ

25/03/2026 20:23
ຂປລ ບໍລິສັດ ໂຕໂຍຕ້າ ມໍເຕີຣ (Toyota Motor Corp) ຈະປັບຫລຸດກຳລັງ ການຜະລິດລົດໃຫຍ່ ຢູ່ໂຮງງານ ພາຍໃນປະເທດ ຍີ່ປຸ່ນ ເພື່ອຈະສົ່ງອອກ ໄປຍັງ ຕາເວັນອອກກາງ ປະມານ 24.000 ຄັນ ໃນເດືອນ ເມສານີ້

ຂປລ. ສຳນັກຂ່າວ ອິນໂຟເຄວສ: ບໍລິສັດ ໂຕໂຍຕ້າ ມໍເຕີຣ (Toyota Motor Corp) ຈະປັບຫລຸດກຳລັງ ການຜະລິດລົດໃຫຍ່ ຢູ່ໂຮງງານ ພາຍໃນປະເທດ ຍີ່ປຸ່ນ ເພື່ອຈະສົ່ງອອກ ໄປຍັງ ຕາເວັນອອກກາງ ປະມານ 24.000 ຄັນ ໃນເດືອນ ເມສານີ້, ຫລັງຈາກ ທີ່ ປັບຫລຸດ ກຳລັງ ການຜະລິດ ໄປແລ້ວ ປະມານ 20.000 ຄັນ ໃນເດືອນ ມີນາ. ຂະນະທີ່ ສະຖານະການ ຄວາມຂັດແຍ່ງ ໃນຕາເວັນອອກກາງ ເພີ່ມທະວີ ຄວາມຮຸນແຮງຂຶ້ນ.

ສ່ວນລາຍລະອຽດຕ່າງໆ ເຊັ່ນ ລຸ້ນລົດ ທີ່ໄດ້ຮັບ ຜົນກະທົບ ຈາກການຫລຸດ ການຜະລິດ ຍັງບໍ່ມີການເປີດເຜີຍ. ສຳລັບ ແຜນການ ຜະລິດ ດັ່ງກ່າວ ນັບຕັ້ງແຕ່ ເດືອນພືດສະພາ ເປັນຕົ້ນໄປນັ້ນ, ໂຕໂຍຕ້າ ຈະພິຈາລະນາ ຈາກ ສະຖານະການ ໃນຕາເວັນອອກກາງ ເປັນຫລັກ. ໃນຂະນະທີ່ ໂຕໂຍຕ້າ ສົ່ງອອກລົດໃຫຍ່ ໄປຍັງ ຕາເວັນອອກກາງ ປະມານ 320.000 ຄັນ ໃນປີ 2025./

KPL

ຂ່າວອື່ນໆ

ads
ads

Top