ຂປລ
ທ່ານ ແກ້ວ ລັດຕະນະ ລັດຖະມົນຕີ ພະລັງງານກຳປູເຈຍ ກ່າວວ່າ ປະເທດນີ້ ພວມນຳເຂົ້ານໍ້າມັນເຊື້ອໄຟ ຈາກຊັບພາຍເອີຣ ໃນສິງກະໂປ ແລະ ມາເລເຊຍ ຫລາຍຂຶ້ນ ເພື່ອຊົດເຊຍ ປະລິມານນໍ້າມັນ ທີ່ຂາດແຄນຈາກ ຫວຽດນາມ ແລະ ຈີນ
ຂປລ.ສຳນັກຂ່າວ ເອເອຟພີ ລາຍງານຈາກ ນະຄອນຫລວງ ພະນົມເປັນ ປະເທດກຳປູເຈຍວ່າ: ທ່ານ ແກ້ວ ລັດຕະນະ ລັດຖະມົນຕີ ພະລັງງານກຳປູເຈຍ ກ່າວວ່າ ປະເທດນີ້ ພວມນຳເຂົ້ານໍ້າມັນເຊື້ອໄຟ ຈາກຊັບພາຍເອີຣ ໃນສິງກະໂປ ແລະ ມາເລເຊຍ ຫລາຍຂຶ້ນ ເພື່ອຊົດເຊຍ ປະລິມານນໍ້າມັນ ທີ່ຂາດແຄນຈາກ ຫວຽດນາມ ແລະ ຈີນ ອັນເນື່ອງມາຈາກ ສົງຄາມ ສ.ອາເມລິກາ-ອິດສະຣາແອນ ກັບ ອີຣານ, ສົ່ງຜົນກະທົບ ຕໍ່ປະລິມານນໍ້າມັນ ເຊື້ອໄຟທົ່ວໂລກ.
ສະຖານິບໍລິການ ນໍ້າມັນປະມານ 1 ໃນ 3 ຈາກທັງໝົດ 6.300 ແຫ່ງ ໄດ້ປິດທຳການ ເມື່ອອາທິດຜ່ານມາ, ເນື່ອງຈາກຄວາມ ບໍ່ແນ່ນອນກ່ຽວກັບ ຜົນກະທົບ ຂອງຄວາມຂັດແຍ້ງ ຕໍ່ລາຕານໍ້າມັນ, ແຕ່ໃນປັດຈຸບັນ ມີສະຖານີບໍລິການນໍ້າມັນ ທີ່ເປີດທຳການພຽງ 5.77% ເທົ່ານັ້ນ.
ຂໍ້ມູນຂອງສຳນັກງານ ການຄ້າລະຫວ່າງປະເທດ ທີ່ເປັນໜ່ວຍງານ ການຄ້າຂອງ ອົງການການຄ້າໂລກ (ດັບເບີລຢູທີໂອ) ລະບຸ ເມື່ອປີ 2024 ໄທ ແລະ ຫວຽດນາມ ຮ່ວມກັນ ກວມເອົາອັດຕາສ່ວນ ຫລາຍກວ່າ 60% ຂອງການນຳເຂົ້າ ຜະລິດຕະພັນ ປິໂຕຣລ່ຽມ ປະຈຳປີຂອງ ກຳປູເຈຍ, ຂະນະທີ່ ສິງກະໂປ ແລະ ມາເລເຊຍ ກວມເອົາເກືອບ 1 ໃນ 3 ແລະ ຈີນ ກວມເອົາເປັນປະມານ 7%.
KPL