ອີຣານ ຢືນຢັນກຳປັ່ນທົ່ວໄປຜ່ານຊ່ອງແຄບຮໍມຸດ ໄດ້ປົກກະຕິ

23/03/2026 20:16
ຂປລ ທ່ານ ອາລີ ມູຊາວີ ຜູ້ແທນອີຣານປະຈຳອົງການ ທາງທະເລລະຫວ່າງປະເທດ (IMO) ເປີດເຜີຍວ່າ: ກຳປັ່ນຂົນສົ່ງສິນຄ້າຕ່າງໆ ສາມາດແລ່ນຜ່ານຊ່ອງແຄບຮໍມຸດ ໄດ້ປົກກະຕິ ໂດຍບໍ່ຕ້ອງມີການ ປະສານງານລ່ວງໜ້າ ກັບທາງການ ອີຣານ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ທ່ານ ອາລີ ມູຊາວີ ຜູ້ແທນອີຣານປະຈຳອົງການ  ທາງທະເລລະຫວ່າງປະເທດ (IMO) ເປີດເຜີຍວ່າ: ກຳປັ່ນຂົນສົ່ງສິນຄ້າຕ່າງໆ ສາມາດແລ່ນຜ່ານ ຊ່ອງແຄບຮໍມຸດ ໄດ້ປົກກະຕິ ໂດຍບໍ່ຕ້ອງມີການ ປະສານງານລ່ວງໜ້າ ກັບທາງການ ອີຣານ ເພື່ອຈັດກຽມ ມາດຕະການ ດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງ. ຍົກເວັ້ນກຳປັ່ນ ຈາກກຸ່ມປະເທດ ທີ່ເປັນສັດຕູ,

ຖະແຫລງການ ຂອງຜູ້ແທນ ອີຣານ ​ເມື່ອວັນທີ 22 ມີນາວ່າ: ການປະຕິເສດ ຕາມພັນທະ ກໍລະນີ ລະຫວ່າງປະເທດ ດ້ານການແລ່ນກຳປັ່ນ ຈະຕ້ອງດຳເນີນ ຄຽງຄູ່ກັບການ ເຄົາລົບໃນ ບູລະນະພາບ ແຫ່ງດິນແດນ ແລະ ສິດທິ ອະທິປະໄຕຂອງ ອີຣານ. ໂດຍອີຣານ ພ້ອມແລ້ວທີ່ຈະຮ່ວມມື ກັບ IMO ແລະ ປະເທດອື່ນໆ ເພື່ອຍົກລະດັບຄວາມປອດໄພທາງທະເລ ແລະ ຄຸ້ມຄອງບຸກຄະລາກອນ ປະຈຳກຳປັ່ນ. ຊຶ່ງອີຣານ ຍັງຄົງໃຫ້ຄວາມສຳຄັນ ກັບການທູດ, ຢ່າງໃດກໍ່ຕາມ ການຍຸດຕິການຮຸກຮານ ຢ່າງເດັດຂາດ ລວມເຖິງການໄວ້ວາງໃຈ ແລະ ຄວາມເຊື່ອໝັ້ນ ຕໍ່ກັນມີຄວາມສຳຄັນຫລາຍ.

KPL

ຂ່າວອື່ນໆ

ads
ads

Top