ເຟດ ຕັດສິນໃຈຮັກສາອັດຕາດອກເບ້ຍໄວ້ຄືເກົ່າ

21/03/2026 08:50
ຂປລ ກົມສະສົມ ສ.ອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍ ຄືດັ່ງການຄາດຄະເນ, ໃນສະພາບພື້ນຖານ ເສດຖະກິດໃຫຍ່ທີ່ສຸດ ໃນໂລກ ຍັງພວມຜະເຊີນໜ້າກັບສະພາບໄພເງິນເຟີ້ ທີ່ແກ່ຍາວ, ຄວາມຕ້ອງການ ດ້ານແຮງງານຫລຸດລົງ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ: ວັນທີ 18 ມີນາ, ກົມສະສົມ ສ.ອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍ ຄືດັ່ງການຄາດຄະເນ, ໃນສະພາບພື້ນຖານ ເສດຖະກິດໃຫຍ່ທີ່ສຸດ ໃນໂລກ ຍັງພວມຜະເຊີນໜ້າກັບສະພາບໄພເງິນເຟີ້ ທີ່ແກ່ຍາວ, ຄວາມຕ້ອງການ ດ້ານແຮງງານຫລຸດລົງ ແລະ ແງ່ຫວັງການເຕີບໂຕ ບໍ່ແນ່ນອນຍ້ອນການປະທະກັນຢູ່ ຕາເວັນອອກກາງ.

        ພາຍຫລັງ ການລົງຄະແນນສຽງ ດ້ວຍອັດຕາ 11 -1, ເຟດ ໄດ້ຕົກລົງຮັກສາ ອັດຕາດອກເບ້ຍ ຈາກລະດັບ 3,5% ຮອດ 3,75%, ພ້ອມກັນນັ້ນ ກໍ່ເປີດຄວາມສາມາດ ຫລຸດຜ່ອນອັດຕາດອກເບ້ຍ ໃນທ້າຍປີນີ້.

        ໃນຖະແຫລງການໜຶ່ງ, ເຟດໃຫ້ຮູ້ວ່າ:ຜົນກະທົບຂອງບັນດາ ການຜັນແປຢູ່ ຕາເວັນອອກາງ ຕໍ່ກັບພື້ນຖານເສດຖະກິດ ສ.ອາເມລິກາ ແມ່ນສິ່ງທີ່ບໍ່ແນ່ນອນ”.

ເຟດຖືວ່າຄວາມຂາດສະຖຽນລະພາບ ກ່ຽວກັບແງ່ຫວັງ ດ້ານເສດຖະກິດ ຍັງຢູ່ລະດັບສູງ”. ພ້ອມກັນນັ້ນ, ເຟດ ກໍ່ຍົກການຄາດຄະເນ ໄພເງິນເຟີ້ຂຶ້ນລະດັບ 2,7% ໃນທ້າຍປີນີ້, ພ້ອມທັງກ່າວເຕືອນ ຄວາມສ່ຽງເກີດສະພາບລາຄາຂຶ້ນລົງ ແບບຜິດປົກກະຕິ ຍ້ອນສົງຄາມຢູ່ ຕາເວັນອອກກາງ./.

KPL

ຂ່າວອື່ນໆ

ads
ads

Top