ຫວຽດນາມ ຈະປັບຫລຸດຖ້ຽວບິນພາຍໃນປະເທດ ເປັນການຊົ່ວຄາວ

25/03/2026 20:23
ຂປລ ສາຍການບິນ ຫວຽດນາມ ແອຣລາຍ(Vietnam Airlines) ຈະປັບຫລຸດຖ້ຽວບິນ ພາຍໃນປະເທດ ບາງເສັ້ນທາງ ເປັນການຊົ່ວຄາວ, ຫລັງຈາກ ຜະເຊີນ ພາວະຂາດແຄນ ເຊື້ອໄຟ ເຮືອບິນ ແລະ ລາຄາ ນໍ້າມັນ ເພີ່ມສູງຂຶ້ນ

ຂປລ.ສຳນັກຂ່າວ ອິນໂຟເຄວສ: ສາຍການບິນ ຫວຽດນາມ ແອຣລາຍ(Vietnam Airlines) ຈະປັບຫລຸດຖ້ຽວບິນ ພາຍໃນປະເທດ ບາງເສັ້ນທາງ ເປັນການຊົ່ວຄາວ, ຫລັງຈາກ ຜະເຊີນ ພາວະຂາດແຄນ ເຊື້ອໄຟ ເຮືອບິນ ແລະ ລາຄາ ນໍ້າມັນ ເພີ່ມສູງຂຶ້ນ ຈາກຄວາມຂັດແຍ່ງ ໃນຕາເວັນອອກກາງ, ຊຶ່ງເລີ່ມສົ່ງຜົນກະທົບ ຕໍ່ການເດີນທາງ ທາງອາກາດ ຂອງ ຫວຽດນາມ,

ຕາມຂໍ້ມູນຂອງ ສຳນັກ ງານການບິນ ພົນລະເຮືອນ ຫວຽດນາມ (Civil Aviation Authority of Vietnam), ສາຍການບິນ ແຫ່ງຊາດ ຈະປັບຫລຸດ ຖ້ຽວບິນ ປະມານ 23 ຖ້ຽວ ຕໍ່ອາທິດ, ຕັ້ງແຕ່ວັນທີ 1 ເມສາ ເປັນຕົ້ນໄປ, ເນື່ອງຈາກ ການສະໜອງ ເຊື້ອໄຟ ຢຸດຈຶ້ງ, ຂະະທີ່ ຫວຽດເຈັທ ເອວີເອຊັນ ເຈເອສຊີ(VietJet Aviation JSC) ກໍໄດ້ຫລຸດ ຈຳນວນ ຖ້ຽວບິນ ໃນບາງເສັ້ນທາງ ເຊັ່ນກັນ.

ສະຖານະການ ດັ່ງກ່າວ ໄດ້ເກີດຂຶ້ນ ທ່າມກາງ ຄວາມພະຍາຍາມ ຂອງ ຫວຽດນາມ ໃນການເພີ່ມຄວາມໝັ້ນຄົງ ດ້ານພະລັງງານ, ຫລັງສົງຄາມ ອີຣານ ສົ່ງຜົນໃຫ້ ການສົ່ງອອກ ນໍ້າມັນ ແລະ ແກັສ ຜ່ານຊ່ອງແຄບ ຮໍມຸດ ເກືອບຢຸດຈຶ້ງ, ຊຸກຍູ້ໃຫ້ ລາຄາ ນໍ້າມັນ ປັບຕົວສູງຂຶ້ນ ແລະ ມີການຕໍ່ຄີວເຕີມນໍ້າມັນຍາວ. ເຖິງແມ່ນວ່າ ຫວຽດນາມ ຈະມີໂຮງກັ່ນນໍ້າມັນ ພາຍໃນ ປະເທດ 2 ແຫ່ງ, ຊຶ່ງ ສາມາດ ຮອງຮັບ ຄວາມຕ້ອງການ ໄດ້ປະມານ 70% ຂອງ ການນຳໃຊ້ ພາຍໃນປະເທດ ແຕ່ໃນຂະນະດຽວກັນ ຫລາຍກວ່າ 80% ຂອງ ນໍ້າມັນດີບ ທີ່ນຳເຂົ້າ ຍັງຄົງມາຈາກ ຕາເວັນອອກກາງ./

KPL

ຂ່າວອື່ນໆ

ads
ads

Top