ຂປລ
ທ່ານ ແດນ ຍໍຣເກນເຊນ ກຳມະທິການ ດ້ານພະລັງງານ ຂອງ ຄະນະ ກຳມະທິການ ເອີຣົບ (ອີຊີ) ຊຶ່ງເປັນ ໜ່ວຍງານ ຝ່າຍບໍລິຫານ ຂອງ ສະຫະພາບ ເອີຣົບ (ອີຢູ) ໄດ້ສົ່ງ ໜັງສືດ່ວນ ເຖິງສະມາຊິກທັງ 27 ປະເທດ
ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກ ນະຄອນຫລວງ ບຣຸກແຊນ ປະເທດ ແບນຊິກວ່າ: ທ່ານ ແດນ ຍໍຣເກນເຊນ ກຳມະທິການ ດ້ານພະລັງງານ ຂອງ ຄະນະ ກຳມະ ທິການ ເອີຣົບ (ອີຊີ) ຊຶ່ງເປັນ ໜ່ວຍງານ ຝ່າຍບໍລິຫານ ຂອງ ສະຫະພາບ ເອີຣົບ (ອີຢູ) ໄດ້ສົ່ງ ໜັງສືດ່ວນ ເຖິງສະມາຊິກທັງ 27 ປະເທດ ໂດຍສະເໜີໃຫ້ ຫລຸດເປົ້າໝາຍ ການກັກເກັບ ແກັສ ຈາກເດີມ 90% ເຫລືອ 80% ໃນໄລຍະ ຕົ້ນລະດູການ ກັກເກັບ ເພື່ອຫລຸດການ ຍາດຊິງຊັບພະຍາກອນ ຊຶ່ງ ອາດຈະ ຊຸກຍູ້ລາຄາ ໃຫ້ເພີ່ມສູງຂຶ້ນ. ນອກຈາກນັ້ນ, ຍັງມີການແນະນຳ ໃຫ້ແຕ່ລະປະເທດ ເລີ່ມເຕີມແກັສສຳຮອງ ຕັ້ງແຕ່ໄວ ແລະ ຄ່ອຍໆເຕີມໃນໄລຍະຍາວ ເພື່ອຫລີກລ່ຽງ ການເລັ່ງຊື້ ໃນໄລຍະທ້າຍລະດູຮ້ອນ ຊຶ່ງຈະເຮັດໃຫ້ ລາຄາປັບຕົວສູງຂຶ້ນ./
KPL