ຂປລ
ບໍລິສັດ Alliance Laundry Systems (ALS) ຈາກລັດ ວິສຄອນຊິນ (Wisconsin) ຜູ້ໃຫ້ບໍລິການດ້ານອຸປະກອນຊັກ-ອົບຜ້າ ສຳລັບວິສາຫະກິດ ໄດ້ເປີດຕົວນະວັດຕະກຳໃໝ່ລ່າສຸດ ກໍຄື ເຄື່ອງຊັກ-ອົບຜ້າ ລຸ້ນ Stax-X ສູ່ປະເທດ ລາວ, ມຽນມາ ແລະ ກຳປູເຈຍ.
ຂປລ. ຊຶ່ງເປັນເຄື່ອງຊັກ-ອົບຜ້າແບບຊ້ອນກັນ (stacked washer dryer) ທີ່ອອກແບບມາສຳລັບຜູ້ທີ່ຢາກລິເລີ່ມທຸລະກິດໃໝ່ ຫລື ຜູ້ປະກອບການຂາດໜາດນ້ອຍ-ກາງ (SME) ແລະ ຜູ້ໃຫ້ບໍລິການຮ້ານຊັກເຄື່ອງນຸ່ງຫົ່ມຂະໜາດນ້ອຍ ທີ່ຕ້ອງການເລີ່ມຕົ້ນ ຫລື ຂະຫຍາຍທຸລະກິດບໍລິການຮ້ານຄ້າສະດວກຊັກດ້ວຍຕົນເອງພາຍໃນປະເທດ.

ເຄື່ອງຊັກ-ອົບຜ້າ Stax-X, ຖືກອອກແບບມາເພື່ອໃຫ້ເໝາະສົມສຳລັບການໃຊ້ງານໃນຮ້ານຄ້າທີ່ມີພື້ນທີ່ຈຳກັດໄດ້ຢ່າງມີປະສິດທິພາບ ໂດຍປະສານລະຫວ່າງຄວາມສາມາດການຊັກ ແລະ ອົບແຫ້ງ ໄວ້ໃນຮູບແບບຈັກຊ້ອນກັນ, ພ້ອມທັງການຮ່ວມມືກັບສິນຄ້າທີ່ໄດ້ຮັບຄວາມໜ້າເຊື່ອຖືືຫລາກຫລາຍ ເຊັ່ນ: Speed Queen, Huebsch, IPSO ແລະ Primus. ຕົວເຄື່ອງຊັກ-ອົບຜ້າຮຸ່ນນີ້ ມາພ້ອມກັບລະບົບບໍລິຫານຈັດການຂັ້ນສູງສຸດຂອງ ALS ທີ່ສາມາດຕັ້ງຄ່າຮູບແບບລະບົບຕ່າງໆໄດ້ເຊັ່ນ: ລະບົບການຊັກ, ລະບົບການເພີ່ມຍອດຂາຍ (upsell) ແລະ ເຄື່ອງມືກຳນົດລາຄາທີ່ຍືດຍຸນ ເພື່ອເພີ່ມປະສິດທິພາບໃນການດຳເນີນທຸລະກິດ ຕະຫລອດໄລຍະການໃຊ້ງານ.
ທ່ານ Eddie Tay, ຜູ້ອຳນວຍການອາວຸໂສ ຝ່າຍຂາຍ ປະຈຳອາຊີຕາເວັນອອກສຽງໃຕ້, ບໍລິສັດ Alliance Laundry Systems ໄດ້ກ່າວວ່າ: ໃນທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້, ພວກເຮົາໄດ້ເຫັນການເຕີບໂຕຂອງທຸລະກິດຂະໜາດນ້ອຍ ແລະ ການເພີ່ມຂຶ້ນຂອງຊ່ອງທາງການສ້າງລາຍໄດ້ເສີມຕ່າງໆ. ເຄື່ອງຊັກ-ອົບຜ້າ Stax-X ຖືກອອກແບບມາເພື່ອເວລານີ້ໂດຍສະເພາະ, ທັງໃຫ້ມີປະສິດທິພາບ, ຮອງຮັບການເຕີບໂຕ ແລະ ໃຊ້ງານງ່າຍ ຊຶ່ງເປັນຈຸດເລີ່ມຕົ້ນທີ່ດີຂອງຜູ້ປະກອບການໜ້າໃໝ່ທີ່ພ້ອມຈະເຕີບໂຕ. ເຄື່ອງຊັກ-ອົບຜ້າ Stax-X ພວກເຮົາຕັ້ງໃຈທີ່ຈະສະໜັບສະໜູນທ່າແຮງນີ້ ດ້ວຍນະວັດຕະກຳທີ່ລວມທັງຄຸນນະພາບ, ປະສິດທິພາບ ແລະ ລະບົບທີ່ເຂົ້າໃຈງ່າຍໄວ້ໃນເຄື່ອງດຽວ.

ເມື່ອຜູ້ປະກອບການຫັນມາຊອກຫາຮູບແບບທຸລະກິດທີ່ໝັ້ນຍືນ, ມີຕົ້ນທຶນການດຳເນີນງານຕ່ຳ ໂດຍສະເພາະໃນພາກສ່ວນບໍລິການ ແລະ ຂະແໜງ ທຸລະກິດຮ້ານຊັກ-ອົບຜ້າທີ່ບໍລິການດ້ວຍຕົນເອງ ຈຶ່ງໄດ້ຮັບຄວາມນິຍົມເພີ່ມຂຶ້ນ ເນື່ອງຈາກ ຍ້ອນມີຂໍ້ໄດ້ປຽບດ້ານການດຳເນີນງານຕ່າງໆເຊັ່ນ: ໃຊ້ພະນັກງານນ້ອຍ, ມີຄວາມຕ້ອງການຄົງທີ່ ແລະ ສາມາດສ້າງລາຍໄດ້ຢ່າງຕໍ່ເນື່ອງ.
ທ່ານ Eddie Tay ໄດ້ກ່າວອີກວ່າ: ເນື່ອງຈາກຄ່າເຊົ່າ-ຊື້ພື້ນທີ່ເພີ່ມສູງຂຶ້ນ, ເຈົ້າຂອງຮ້ານຕ່າງໆຈຳເປັນຕ້ອງໃຊ້ທຸກພື້ນທີ່ໃນຮ້ານໃຫ້ຄຸ້ມຄ່າທີ່ສຸດ. ເຄື່ອງຊັກ-ອົບຜ້າ Stax-X ຊ່ວຍແກ້ໄຂຂໍ້ຈຳກັດດ້ານພື້ນທີ່ ພ້ອມຍັງມີທ່າແຮງໃນການສ້າງລາຍໄດ້ ແລະ ການຂະຫຍາຍຕົວ ເພື່ອນໍາສະເໜີນະວັດຕະກຳທີ່ເໝາະສົມສຳລັບຜູ້ປະກອບການທີ່ມີພື້ນທີ່ຈໍາກັດ.
KPL