ຂປລ
ທ່ານ ດາວສະຫວັນ ເຄືອມີໄຊຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ: ເມື່ອພວກເຮົາເວົ້າເຖິງ “ຈີນໃນລະດູບານໃໝ່”,

ທ່ານ ດາວສະຫວັນ ເຄືອມີໄຊຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ: ເມື່ອພວກເຮົາເວົ້າເຖິງ “ຈີນໃນລະດູບານໃໝ່”, ພວກເຮົາບໍ່ໄດ້ໝາຍເຖິງພຽງແຕ່ການປ່ຽນແປງ ຂອງດິນຟ້າອາກາດ, ແຕ່ພວກເຮົາກຳລັງເວົ້າເຖິງ “ຍຸກສະໄໝໃໝ່” ຂອງການພັດທະນາທີ່ທົ່ວ ໂລກກຳລັງຕິດຕາມ ເບິ່ງຢ່າງໃກ້ຊິດຕິດແທດ ໂດຍພາຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫລາດສ່ອງໃສ ຂອງພັກກອມມູນິດຈີນ ທີມີສະຫາຍ ສີຈິ້ນຜິງ ເປັນແກນນໍາ, ປະເທດຈີນ ໄດ້ສ້າງສິ່ງມະຫັດສະຈັນຫລາຍຢ່າງ ທີ່ບໍ່ເຄີຍມີມາກ່ອນໃປະຫວັດສາດຂອງມວນມະນຸດ.
ຕະຫລອດໄລຍະຜ່ານມາ, ສາຍພົວພັນ ລາວ-ຈີນ ໄດ້ຮັບການຍົກລະດັບຂຶ້ນຢ່າງຕໍ່ເນື່ອງຈົນ ກາຍເປັນ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ທີ່ເປັນຮູບປະທຳ. ພວກເຮົາໄດ້ເຫັນໝາກຜົນອັນພົ້ນເດັ່ນ ທີ່ປ່ຽນແປງ ໂສມໜ້າ ການພັດທະນາຂອງປະເທດລາວ ຢ່າງສິ້ນເຊີງເຊັ່ນ: ໜຶ່ງ; ເສັ້ນທາງລົດໄຟ ລາວ-ຈີນ: ບໍ່ ແມ່ນ ພຽງແຕ່ພື້ນຖານໂຄງລ່າງ, ແຕ່ແມ່ນ “ເສັ້ນເລືອດໃຫຍ່” ທີ່ເຊື່ອມໂຍງລາວເຂົ້າກັບພາກພື້ນ ແລະ ໂລກ, ຫັນປ່ຽນລາວຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນສູນກາງການເຊື່ອມໂຍງທາງບົກ.
ສອງ; ການຮ່ວມມືດ້ານພະລັງ ງານ ແລະ ອຸດສາຫະກຳ: ໂຄງ ການເຂື່ອນໄຟຟ້າ, ທາງດ່ວນ ແລະເຂດເສດຖະກິດກວມລວມຕ່າງໆ ໄດ້ສ້າງວຽກເຮັດງານທຳ ແລະ ຍົກ ລະດັບຊີວິດການເປັນຢູ່ຂອງປະຊາ ຊົນລາວໃຫ້ດີຂຶ້ນເປັນກ້າວໆ.
ສາມ; ການຊ່ວຍເຫລືອດ້ານສັງຄົມ: ບໍ່ວ່າຈະເປັນດ້ານການສຶກ ສາ, ສາທາລະນະສຸກ ແລະ ການລົບລ້າງຄວາມທຸກຍາກ, ເພື່ອນຈີນໄດ້ຢືນຄຽງບ່າຄຽງໄຫລ່ກັບພວກເຮົາສະເໝີມາ ໂດຍສະເພາະໃນຍາມທີ່ພວກເຮົາຜ່ານຜ່າຄວາມຫຍຸ້ງຍາກຂອງພະຍາດລະບາດ ແລະ ວິກິດການເສດຖະກິດໂລກ.
ຫົວຂໍ້ “ຈີນໃນລະດູບານໃໝ່ ຮ່ວມກັນເປີດໜ້າໃໝ່ແຫ່ງການສ້າງສາຄູ່ຮ່ວມຊາຕາກໍາ ລາວ-ຈີນ” ໃນມື້ນີ້ ແມ່ນການກຳນົດທິດທາງໃນຕໍ່ໜ້າ. ພວກເຮົາຈະບໍ່ຢຸດຢູ່ພຽງແຕ່ຜົນສຳເລັດໃນອະ ດີດແຕ່ພວກເຮົາຈະຮ່ວມກັນສ້າງ “ມາດຕະຖານໃໝ່” ຂອງການຮ່ວມມື:
ໜຶ່ງ; ໜ້າໃໝ່ຂອງການຮ່ວມມື ແບບອັດສະລິຍະ: ພວກເຮົາຈະຮ່ວມກັບຈີນໃນການຫັນເປັນທັນສະໄໝ, ນຳໃຊ້ AI ແລະ ເຕັກໂນໂລຊີ 5G ເພື່ອພັດທະນາກະສິກຳສະອາດ ແລະ ການບໍລິຫານລັດ ທີ່ວ່ອງໄວ.
ສອງ; ໜ້າໃໝ່ຂອງການເຊື່ອມໂຍງຈິດໃຈ: ຜ່ານການທ່ອງທ່ຽວ ແລະ ການແລກປ່ຽນວັດທະນະທຳ ປີ 2024-2025 ແມ່ນປີທີ່ສຳຄັນໃນການຊຸກຍູ້ໃຫ້ປະຊາຊົນທັງສອງຊາດໄດ້ໃກ້ຊິດຕິດພັນກັນຫລາຍຂຶ້ນ.
ສາມ; ໜ້າໃໝ່ຂອງຄວາມຍືນຍົງ: ການສ້າງ “ແລວທາງເສດ ຖະກິດສີຂຽວ” ທີ່ເນັ້ນການປົກປັກຮັກສາສິ່ງ ແວດລ້ອມໄປພ້ອມໆກັບການສ້າງຄວາມຮັ່ງມີ.
ໃນຂະນະທີ່ໂລກພວມຜະເຊີນກັບຄວາມຜັນແປຫລາຍຢ່າງ ແລະ ສິ່ງທ້າທາຍທີ່ສະຫລັບສັບຊ້ອນ, ແຕ່ສາຍພົວພັນ ລາວ-ຈີນ ຍັງຄົງ ໜັກແໜ້ນຄືດັ່ງສາຍພູຫລວງ ແລະ ຍືນຍົງຄືດັ່ງສາຍນ້ຳຂອງ. ພວກເຮົາເຊື່ອໝັ້ນ ຢ່າງເດັດດ່ຽວວ່າ, ພາຍໃຕ້ແສງສະຫວ່າງຂອງ “ລະດູບານໃໝ່” ໃນປະເທດຈີນ ຈະນຳພາໃຫ້ ການສ້າງສາຄູ່ຮ່ວມຊາຕາກຳ ລາວ-ຈີນ ກ້າວຂຶ້ນສູ່ລະດັບໃໝ່ທີ່ສະຫວ່າງສະໄຫວ ແລະ ຮຸ່ງເຮືອງກວ່າເກົ່າ.

ທ່ານ ເຊິ້ນ ໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ປະທານວິທະຍຸໂທລະພາບສູນກາງຈີນ ກ່າວວ່າ: ກອງປະຊຸມສອງສະພາຂອງຈີນ ທີ່ຈັດຂຶ້ນປີລະເທື່ອໄດ້ດຶງດູດຄວາມສົນໃຈ ຈາກທົ່ວໂລກອີກຄັ້ງ, ກອງປະຊຸມປີນີ້ໄດ້ຮັບຮອງເອົາ ຫລາຍເອກະສານສຳຄັນເຊັ່ນ: ແຜນການພັດ ທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 15 ແລະ ອື່ນໆ. ແຜນຜັງການພັດທະນາທີ່ມີຄຸນນະພາບສູງຂອງຈີນ ໄດ້ສ້າງໂອກາດໃໝ່ໃຫ້ແກ່ໂລກ. ໃນໄລຍະໄຂກອງປະຊຸມສອງສະພາປີນີ້, ທ່ານປະທານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: ຈະເປີດກວ້າງການໄຂປະຕູສູ່ພາຍນອກ ໃນລະດັບສູງ, ບຸກເບີກຕະຫລາດໂລກຢ່າງກວ້າງຂວາງ ແລະ ເຊື່ອມຕໍ່ກັບວົງຈອນເສດຖະກິດສາກົນໃຫ້ດີຂຶ້ນ. ສິ່ງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຈີນອີກເທື່ອໜຶ່ງວ່າ “ປະຕູຂອງຈີນຈະເປີດກວ້າງຂຶ້ນຢ່າງບໍ່ຢຸດຢັ້ງ.” ນັບຕັ້ງແຕ່ຕົ້ນປີນີ້ມາ, ກຳລັງການຜະລິດໃໝ່ຂອງຈີນໄດ້ພັດທະນາຢ່າງວ່ອງໄວ ຊຶ່ງດິນແດນທີ່ເຕັມ ໄປດ້ວຍຄວາມ ມີຊີວິດຊີວາ ແຜ່ນນີ້ໄດ້ບົ່ມເພາະ ໂອກາດການພັດທະນາອັນໃໝ່ຂຶ້ນເລື້ອຍໆ. ວິທະຍຸໂທລະພາບສູນກາງຈີນຍິນດີເສີມຂະຫຍາຍທ່າແຮງໃນການເປັນສື່ສັງລວມທີ່ດີໃນສາກົນ, ອີງໃສ່ເຄືອຂ່າຍສື່ສານໃນທົ່ວ ໂລກດ້ວຍ 85 ພາສາຕ່າງປະເທດ, ສຳນັກງານປະຈຳຕ່າງປະເທດ 192 ແຫ່ງ ແລະ ເວທີລວມສູນສື່ຕ່າງໆຂອງ CGTN ເພື່ອປະກອບ ເປັນເວທີສື່ມວນຊົນໃນດ້ານການລາຍງານຂ່າວ, ລົງເລິກການເຊື່ອມໂຍງກັນດ້ານວັດທະນະທຳບວກກັບວິທະຍາສາດເຕັກນິກ, ສືບຕໍ່ຄົ້ນຄວ້າໃນຂົງເຂດໃໝ່ເຊັ່ນ: 5G,6G,ສັນຍານຄວາມລະອຽດ ສູງ ກໍ່ຄື ປັນຍາປະດິດ ແລະ ອື່ນໆ, ດໍາເນີນການແລກ ປ່ຽນດ້ານວັດ ທະນະທໍາ ທີ່ເຊື່ອມສານຈິດໃຈປະຊາຊົນ, ຕິດພັນ ກັບຊີວິດປະຈຳວັນ ແລະ ມີຄວາມອົບອຸ່ນຫລາຍຂຶ້ນ, ຮ່ວມກັບເພື່ອນມິດທັງຫລາຍໃນທົ່ວໂລກ ແຕ້ມຮູບພາບທີ່ສວຍງາມແຫ່ງຄວາມສີວິໄລຂອງມວນມະນຸດທີ່ມີເອກະລັກພິເສດຂອງຕົນ ແລະຮ່ວມມືຮ່ວມ ຈະເລີນນຳກັນ. ໃຫ້ພວກເຮົາຮ່ວມກັນສົ່ງ ເສີມສັນຕິພາບ ແລະ ການພັດທະນາຂອງໂລກ, ປະກອບສ່ວນ ເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດຈີນ ປະຈຳ ສປປ ລາວ ໄດ້ນຳສະເໜີຈິດໃຈຂອງກອງປະຊຸມສອງສະພາປີນີ້, ທ່ານກ່າວວ່າ: ກອງປະຊຸມສອງສະພາໃນປີນີ້ ມີຄວາມໝາຍພິເສດຫລາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 14 ຂອງຈີນ ໄດ້ສຳເລັດລົງຢ່າງຈົບງາມ ແລະ ແຜນ ການ 5 ປີ ຄັ້ງທີ 15 ໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ, ປະເທດຈີນໄດ້ຢືນຢູ່ໃນຈຸດເຊື່ອມຕໍ່ ທາງປະຫວັດສາດທີ່ສືບທອດ ອະດີດ ແລະ ເປີດອະນາຄົດ. ປີນີ້ກໍມີຄວາມໝາຍພິເສດ ສຳລັບປະເທດລາວເຊັ່ນດຽວກັນ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 ຂອງລາວ ໄດ້ສຳເລັດລົງຢ່າງມີໄຊ, ກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກໍໄດ້ຈັດຂຶ້ນຢ່າງສຳເລັດຜົນໃນຕົ້ນປີ ຊຶ່ງໄດ້ກຳນົດເປົ້າໝາຍສູ້ຊົນ ສຳລັບພາລະກິດຂອງພັກ ແລະ ລັດ ໃນ 5 ປີຕໍ່ໜ້າ.
ຂ້າພະເຈົ້າຍິນດີທີ່ຈະແບ່ງປັນບາງທັດສະນະໃນການເຊື່ອມຊຶມຈິດໃຈກອງປະຊຸມສອງສະພາຂອງຈີນໃນປີນີ້:
1. ການວາງແຜນແມ່ນເຄື່ອງມືອັນສຳຄັນຂອງລັດສັງຄົມນິຍົມໃນການຄຸ້ມຄອງລັດ ແລະ ບໍລິຫານປະເທດ. ທັງສອງປະເທດຈີນ ແລະ ລາວ ລ້ວນແຕ່ມີມູນເຊື້ອອັນດີງາມ ໃນການນຳໃຊ້ແຜນການ 5 ປີ ເພື່ອຊີ້ນຳການພັດທະນາປະເທດ, ແມ່ນຄຳໝັ້ນສັນຍາທີ່ພັກ ແລະ ລັດ ຖະບານມີຕໍ່ປະຊາຊົນ. ສະຫາຍ ເລຂາທິການ ໃຫຍ່ ສີຈິ້ນຜິງ ໄດ້ຊີ້ໃຫ້ເຫັນວ່າ, “ສັງຄົມນິຍົມແມ່ນໄດ້ມາຈາກການລົງມືເຮັດ, ຍຸກສະໄໝໃໝ່ແມ່ນໄດ້ມາຈາກການຕໍ່ສູ້ຊົນ”. ແຜນການຈະດີປານໃດກໍຕາມ, ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ຈຶ່ງແມ່ນຂໍກະແຈສຳຄັນ. ໂຄງການໃຫຍ່ 102 ໂຄງການຂອງ “ແຜນການ 5 ປີ ຄັ້ງທີ 14” ແມ່ນສຳເລັດຕາມລາທັງໝົດ, ນີ້ຄືການທີ່ປະເທດຈີນພິສູດດ້ວຍຂໍ້ເທັດຈິງວ່າ, ຕາບໃດທີ່ເປັນເປົ້າໝາຍທີ່ພັກກອມມູນິດຈີນ ໄດ້ກຳນົດໄວ້, ກໍຈະຖືກຈັດຕັ້ງປະຕິບັດໃຫ້ສຳເລັດຢ່າງເດັດຂາດ. ຫວັງວ່າການເລີ່ມຕົ້ນພ້ອມກັນຂອງ “ແຜນການ 5 ປີ ຄັ້ງທີ 15” ຂອງຈີນ ແລະ “ແຜນການ 5 ປີ ຄັ້ງທີ 10” ຂອງລາວໃນປີນີ້, ຈະກາຍເປັນໂອກາດໃໝ່ ສຳລັບ ທັງສອງຝ່າຍໃນການລົງເລິກການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ໃນດ້ານປະສົບການການຄຸ້ມຄອງລັດ ແລະ ບໍລິຫານປະເທດ.
2. ສະຫາຍ ເຕີ້ງສຽວຜິງ ເຄີຍກ່າວວ່າ: “ການປະຕິຮູບແມ່ນການປະຕິວັດຄັ້ງທີສອງຂອງຈີນ”. ໜຶ່ງໃນສັນຍານທີ່ແຮງທີ່ສຸດທີ່ສົ່ງອອກມາຈາກກອງປະຊຸມສອງສະພາຄັ້ງນີ້ ແມ່ນການປະຕິຮູບບໍ່ຢຸດຢັ້ງ ແລະ ການສ້າງນະວັດຕະກຳບໍ່ຢຸດພັກ. ຜົນສຳເລັດຂອງບໍລິສັດ Huawei ສະແດງໃຫ້ເຫັນວ່າ “ນະວັດຕະກຳບໍ່ແມ່ນ ສິ່ງທີ່ສາມາດລໍຖ້າໄດ້, ແຕ່ແມ່ນສິ່ງທີ່ຕ້ອງໄດ້ຮັບການລົງທຶນ, ບາກບັ່ນສູ້ຊົນ, ແລະ ອົດທົນຜ່ານຜ່າ.” ຈີນຍິນດີທີ່ຈະເພິ່ມການແລກປ່ຽນກັບລາວໃນດ້ານການລົງເລິກປະຕິຮູບ.
3. “ລັດຈະເລີນຮຸ່ງເຮືອງໄດ້, ແມ່ນຂຶ້ນກັບການຄ້ອຍຕາມໃຈປະຊາຊົນ”. ນີ້ແມ່ນສະຕິປັນຍາທາງການເມືອງຂອງຈີນ ເມື່ອສອງພັນປີກ່ອນ, ແລະ ມາຮອດມື້ນີ້ກໍຍັງຄົງເປັນຫລັກການພື້ນຖານໃນການຄຸ້ມຄອງລັດ ແລະ ບໍລິຫານປະເທດ. ສະຫາຍເລຂາທິການໃຫຍ່ ສີຈິ້ນຜິງ ໄດ້ເນັ້ນໜັກຊ້ຳແລ້ວຊ້ຳອີກວ່າ “ປະເທດຊາດ ກໍຄື ປະຊາຊົນ, ປະຊາຊົນກໍຄືປະເທດຊາດ”, ລັດຖະບານຈີນໄດ້ສະເໜີວ່າ, ໃນປີ 2026 ຈະເພີ່ມທະວີການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ແຂງແຮງກວ່າເກົ່າ, ເພີ່ມທະວີການກໍ່ສ້າງຊີວິດການເປັນຢູ່ຂອງປະຊາຊົນໃນລັກສະນະທົ່ວເຖິງ, ເປັນພື້ນຖານ ແລະ ເປັນຕາໜ່າງ ຄວາມປອດ ໄພຮອງ ຮັບ, ເພື່ອພະຍາຍາມເຮັດວຽກຕົວຈິງໃຫ້ແກ່ປະຊາຊົນໃຫ້ຫລາຍຂຶ້ນ.
ການເອົາປະຊາຊົນເປັນໃຈກາງ ກໍເປັນແນວຄວາມຄິດຫລັກໃນການຄຸ້ມຄອງລັດ ແລະ ບໍລິຫານປະເທດຂອງພັກປະຊາຊົນປະຕິວັດລາວເຊັ່ນກັນ. ຝ່າຍຈີນຍິນດີທີ່ຈະເພີ່ມທະວີການແລກປ່ຽນປະສົບການກັບຝ່າຍລາວໃນດ້ານການແກ້ໄຂ ແລະ ຫລຸດຜ່ອນຄວາມທຸກຍາກ, ການຟື້ນຟູຊົນນະບົດ ແລະ ອື່ນໆ, ເພີ່ມທະ ວີການຮ່ວມມືໃນຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ, ແລະ ຫັນຊັບພະຍາກອນການຊ່ວຍເຫລືອຂອງຝ່າຍຈີນຕໍ່ລາວ ໄປສູ່ຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ ແລະ ຊົນນະບົດຂອງລາວໃຫ້ຫລາຍຂຶ້ນ, ເພື່ອຊ່ວຍໃຫ້ປະຊາຊົນລາວຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ກາຍເປັນຄົນຮັ່ງມີໂດຍໄວ.
4. ການນຳໃຊ້ການເປີດປະຕູເພື່ອຊຸກຍູ້ການປະຕິຮູບ ແລະ ຊຸກຍູ້ການພັດທະນາ, ແມ່ນພຶດຕິກຳທີ່ປະສົບຄວາມສຳເລັດໃນການປະຕິຮູບ ແລະ ການພັດທະນາຂອງ ຈີນ. ບົດລາຍງານວຽກງານຂອງ ລັດຖະບານໃນປີນີ້ໄດ້ສະເໜີວ່າ, ປະເທດຈີນຈະເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງຕື່ມອີກ, ຍຶດໝັ້ນ ໃນການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອໃຫ້ໝາກຜົນຂອງການຮ່ວມມືໄດ້ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນທຸກປະເທດຫລາຍຂຶ້ນ. ກອງປະຊຸມສອງສະພາຄັ້ງນີ້ໄດ້ກຳນົດມາດຕະການສຳຄັນຈຳນວນໜຶ່ງສຳລັບການເປີດປະຕູສູ່ພາຍນອກໃນລະດັບສູງ, ສຳລັບສະຫາຍລາວແລ້ວ, ມີຜົນປະໂຫຍດ ໂດຍກົງຈຳນວນໜຶ່ງທີ່ຄວນໃຫ້ຄວາມສົນໃຈ:
ໜຶ່ງ; ແມ່ນເສັ້ນທາງທອງຄຳຂອງທາງລົດໄຟ ລາວ-ຈີນ ຈະຍິ່ງແລ່ນຍິ່ງກວ້າງຂວາງຂຶ້ນ. ສອງ; ແມ່ນ “ຍີ່ຫໍ້ລະບົບນິເວດ” (Ecological brand) ຂອງລາວນັບມື້ນັບມີມູນຄ່າສູງຂຶ້ນໃນປະເທດຈີນ. ສາມ; ແມ່ນອະນາຄົດຂອງການຮ່ວມມືຕົວຈິງ ຈີນ-ລາວ ນັບມື້ນັບກວ້າງຂວາງຂຶ້ນ.
ຝ່າຍຈີນຍິນດີທີ່ຈະຮ່ວມກັບຝ່າຍລາວ, ປະຕິບັດຕາມຄວາມຮັບຮູ້ຮ່ວມກັນອັນສຳຄັນທີ່ການນສູງສຸດຂອງສອງພັກ ສອງລັດບັນລຸໄດ້, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ອອກດອກອອກຜົນໃໝ່ຢ່າງບໍ່ຢຸດຢັ້ງໃນຍຸກສະໄໝໃໝ່, ເພື່ອສີດຊຸກຍູ້ຄວາມໝັ້ນທ່ຽງໃຫ້ແກ່ໂລກ ທີ່ພວມມີການປ່ຽນແປງ ແລະ ປັ່ນ ປ່ວນໃຫ້ຫລາຍຂຶ້ນ ແລະ ເສີມຂະຫຍາຍບົດບາດເປັນແບບຢ່າງທີ່ດີໃນການຊຸກຍ້ການສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດໃຫ້ໃຫຍ່ ຫລວງກວ່າເກົ່າ.

ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການແລະ ຂົນສົ່ງ ໄດ້ນຳສະເໜີລາຍລະອຽດກ່ຽວກັບ “ການກໍ່ສ້າງແລະ ການເຊື່ອມໂຍງເຊື່ອມຈອດທາງລົດໄຟ ລາວ-ຈີນ”, ທ່ານກ່າວວ່າ: ເສັ້ນທາງລົດໄຟ ລາວ-ຈີນ ໄດ້ເລີ່ມລົງມືຈັດຕັ້ງປະຕິບັດກໍ່ສ້າງເປັນທາງການໃນປີ 2016 ແລະ ສໍາເລັດເປີດບໍລິ ການຢ່າງເປັນທາງການນັບຕັ້ງແຕ່ວັນທີ 3 ທັນວາ 2021 ເປັນຕົ້ນມາ; ພາຍຫລັງເປີດການບໍລິການຈົນມາຮອດປັດຈຸບັນ, ເຫັນວ່າເສັ້ນທາງດັ່ງກ່າວນີ້ ໄດ້ປະກອບສ່ວນກະຕຸກຊຸກຍູ້ຢ່າງແຂງແຮງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະ ໄລຍະຂອງລັດຖະບານ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍໄດ້ສະແດງອອກໃນຕົວເລກການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າຄື: ໃນໄລຍະສີ່ປີກວ່າທີ່ຜ່ານມາ, ສະເພາະຢູ່ເບື້ອງລາວລົດ ໄຟ ລາວ-ຈີນ ສາມາດຂົນສົ່ງ ຜູ້ໂດຍສານໄດ້ຫລາຍກວ່າ 12.8 ລ້ານກວ່າເທື່ອຄົນ, ຂົນສົ່ງສິນຄ້າໄດ້ຫລາຍກວ່າ 18 ລ້ານກວ່າໂຕນ; ຖ້າໄລ່ສະເລ່ຍທັງເບື້ອງລາວ ແລະ ເບື້ອງຈີນ ນະຄອນຫລວງວຽງຈັນ-ຄຸນໝິງ ການຂົນສົ່ງໂດຍສານໄດ້ 62 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ 72 ລ້ານໂຕນ; ການຂົນສົ່ງທາງລົດໄຟທີ່ທັນສະໄໝນີ້ ໄດ້ເຮັດໃຫ້ລະບົບ ການຂົນສົ່ງມີຄວາມປອດໄພສູງ, ມີຜົນກະທົບຕໍ່ສິ່ງແວດລ້ອມຕໍ່າ, ຫລຸດຜ່ອນຄວາມແອອັດໃນການສັນຈອນທາງຖະໜົນ, ຄ່າຂົນສົ່ງຖືກກວ່າ, ໄລຍະເວລາການຂົນສົ່ງສັ້ນກວ່າ, ຂົນສົ່ງໄດ້ຈຳນວນຫລວງຫລາຍ ແລະ ຕົງຕໍ່ເວລາກວ່າ ແນ່ນອນ ເສັ້ນທາງດັ່ງກ່າວນີ້ ກໍ່ໄດ້ຫັນປ່ຽນ ຮູບ ໂສມຂະແໜງການບໍລິການຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນພື້ນຖານໂຄງລ່າງດ້ານຄົມມະນາຄົມ-ຂົນສົ່ງຂອງ ສປປ ລາວ ໃຫ້ກາຍເປັນໃຈກາງສຳຄັນຂອງການເຊື່ອມຈອດ ແລະ ເຊື່ອມໂຍງດ້ານການຄ້າ, ການຜະ ລິດ, ການທ່ອງທ່ຽວ ແລະ ໂລຈິດສະຕິກຂອງພາກພື້ນ ແລະ ສາກົນ ເຮັດໃຫ້ ສປປ ລາວ ກ້າວເຂົ້າສູ່ຍຸກ ສະໄໝໃໝ່ ຂອງການ ບໍລິການຂົນສົ່ງທາງລາງຢ່າງແທ້ຈິງ. ອີງໃສ່ສະຖິຕິແລ້ວເຫັນວ່າ ປະລິມານການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ ໄດ້ມີການເພີ່ມຂຶ້ນໃນແຕ່ລະປີ ຊຶ່ງໄດ້ເປັນຂີດໝາຍທີ່ສຳຄັນທີ່ຊີ້ບອກໃຫ້ເຫັນເຖິງປະສິດທິພາບ ແລະ ປະສິດທິຜົນຂອງການຂົນສົ່ງທາງລົດໄຟ ເວົ້າລວມ, ເວົ້າສະເພາະແມ່ນເສັ້ນທາງລົດໄຟ ລາວ-ຈີນ ສາຍນີ້ ສາມາດບັນລຸຕາມເປົ້າໝາຍຂອງການສຶກສາໃນເບື້ອງຕົ້ນ. ທັງໝົດນັ້ນ, ມັນໄດ້ສະແດງໃຫ້ເຫັນເຖິງຜົນສໍາເລັດຂອງການຮ່ວມມືຂອງສອງພັກ-ສອງລັດຖະບານ ລາວ-ຈີນ ເວົ້າລວມ, ເວົ້າສະເພາະແມ່ນຜົນສໍາເລັດຂອງໂຄງການທີ່ສາມາດສ້າງຜົນປະໂຫຍດໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ຄຽງຄູ່ກັນນັ້ນ, ເສັ້ນທາງລົດ ໄຟ ລາວ-ຈີນ ຍັງໄດ້ຊ່ວຍສ້າງວຽກ ເຮັດງານທໍາໃຫ້ແກ່ສັງຄົມ ກໍ່ຄື ປະ ຊາຊົນຂອງ ສປປ ລາວ.

ທ່ານ ຄໍາມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ໄດ້ມີຄຳເຫັນປິ່ນອ້ອມຫົວຂໍ້ຫລັກຄື “ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່” ໄດ້ບັນຍາຍແນວຄວາມຄິດຮ່ວມກັນຂອງການວາງແຜນຜັງການພັດທະນາຂອງສອງປະເທດ ພ້ອມດ້ວຍອະນາຄົດການ ຮ່ວມມື ລາວ-ຈີນ. ໃນຄຳປາໄສ, ທ່ານໄດ້ອ້າງເຖິງຄຳເວົ້າສຳຄັນຂອງເລຂາທິການໃຫຍ່ສີ ຈິ້ນຜິງທີ່ວ່າ”ພັກຂອງພວກເຮົາມາຈາກປະຊາຊົນ, ມີຮາກຖານຢູ່ໃນປະຊາຊົນ, ແລະ ຮັບໃຊ້ປະຊາ ຊົນ. ພື້ນຖານ, ເລືອດ, ຊີວິດ, ແລະ ຄວາມເຂັ້ມແຂງຂອງພັກແມ່ນຢູ່ໃນປະຊາຊົນ. ຖ້າບໍ່ມີການສະໜັບສະໜູນຈາກປະຊາຊົນ, ອຸດົມການ ແລະ ວຽກງານຂອງພັກຈະບໍ່ມີຄວາມໝາຍຫຍັງ.” ແລະ ໃຊ້ສິ່ງນີ້ເປັນຈຸດເລີ່ມຕົ້ນເພື່ອບັນຍາຍຢ່າງເລິກເຊິ່ງວ່າການວາງແຜນສຳລັບແຜນ 5 ປີ ຄັ້ງທີ 15 ຂອງຈີນ ແມ່ນກວມເອົາແນວຄວາມຄິດນີ້ເຂົ້າໃນທຸກດ້ານຂອງການພັດທະນາເສດຖະກິດ ແລະ ສັງຄົມ, ໂດຍຍຶດໝັ້ນຫລັກການ ທີ່ວ່າການພັດ ທະນາ ແມ່ນເພື່ອປະຊາຊົນ, ອາໄສປະຊາຊົນ, ແລະ ໝາກຜົນຂອງການພັດທະນາແມ່ນໃຫ້ປະຊາຊົນຊົມໃຊ້ຮ່ວມກັນ ແລະ ທ່ານເນັ້ນໜັກວ່າ, ແຜນ 5 ປີຄັ້ງທີ X ຂອງລາວໄດ້ເນັ້ນໃສ່: ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດໄດ້ຮັບການພັດ ທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມ ທຸກ ຍາກ ຂອງປະຊາຊົນຫລຸດລົງເທື່ອລະກ້າວ.
ຈີນ-ລາວ ແມ່ນລ້ວນແຕ່ມີເປົ້າໝາຍຮັບໃຊ້ປະຊາຊົນຢ່າງຊັດ ເຈນ. ທັດສະນະການພັດທະນາຂອງຈີນທີ່ຖືປະຊາຊົນສຳຄັນກວ່າໝູ່ນັ້ນສາມາດຖອດໄດ້ບາງບົດຮຽນຄື:1). ບົດຮຽນການນຳພາຂອງພັກໃນການແກ້ໄຂຄວາມທຸກຍາກຖືກເປົ້າໝາຍຂອງຈີນແມ່ນບົດຮຽນອັນລໍ້າຄ່າໃຫ້ແກ່ລາວ; 2). ແນວຄິດຖືປະ ຊາຊົນເປັນສິ່ງສຳຄັນໄດ້ສະແດງອອກຢ່າງເປັນຮູບປະທຳໃນການປັບປຸງລະບຽບການແບ່ງລາຍຮັບໃຫ້ສົມບູນ; ການປະຕິບັດນະໂຍບາຍປະກອບອາຊີບ; ການປະຕິບັດລະບົບປະກັນສັງຄົມທີ່ຄົບຖ້ວນ ແລະ ລົງເລິກປະຕິຮູບສາທາລະນະສຸກ 3). ການຍຶດຖືຫລັກການຫັນເປັນທັນສະໄໝແບບຈີນ ທີ່ປະຊາຊົນທຸກທົ່ວໜ້າ ຮັ່ງມີໄປພ້ອມກັນໄດ້ເປັນການຢັ້ງຢືນເຖິງການເອົາໃຈໃສ່ປະຊາຊົນເໜືອກວ່າສິ່ງອື່ນໃດທັງໝົດ.
ແຜນພັດທະນາ 5 ປີຄັ້ງທີ 15 ຂອງພັກກອມມູນິດຈີນ ໄດ້ສົ່ງຜົນທີ່ດີໃຫ້ແກ່ການພັດທະນາຢູ່ ສປປລາວ ດັ່ງນີ້:1). ດ້ານການເມືອງ: ການກຳນົດທິດທາງພັດທະນາທີ່ມີຄຸນນະພາບສູງໃນ 5 ປີຂ້າງໜ້າຂອງຈີນ ບໍ່ພຽງແຕ່ໄດ້ວາດພາບອັນຍິ່ງໃຫຍ່ແຫ່ງການຫັນເປັນທັນ ສະໄໝແບບຈີນເທົ່ານັ້ນ, ຍັງຈະເພີ່ມເນື້ອ ໃນອັນອຸດົສົມບູນໃນຍຸກໃໝ່ໃຫ້ແກ່ການຮ່ວມກັນສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ອີກໃຫ້ໄດ້ຮັບໝາກຜົນ ແລະ ຈະຊຸກຍູ້ສາຍພົວພັນລະຫວ່າງ ຈີນ-ລາວ ເຂົ້າສູ່ລວງເລິກຢ່າງເປັນຮູບປະທຳ.2). ດ້ານເສດຖະກິດ: ການຮ່ວມກັນສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງເປັນ ທິດທາງສຳຄັນ ສຳລັບການຮ່ວມ ມືລະຫວ່າງ ຈີນ-ລາວ. ໃນ 5 ປີຂ້າງໜ້າການຮ່ວມມືຈີນ-ລາວ ຈະບໍ່ຖືກຈຳກັດຢູ່ພຽງແຕ່ການສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຢ່າງດຽວເທົ່ານັ້ນ, ຫາກຈະຫັນໄປສູ່ການຍົກລະດັບຢ່າງຮອບດ້ານເຊັ່ນ: ເປັນສູນກາງຈໍລະຈອນສິນຄ້າ, ນິຄົມອຸດສາຫະກຳ, ເສດຖະກິດດິຈີຕອນ ແລະ ອື່ນໆ. ສິ່ງນີ້ຖືເປັນປ່ອງຢ້ຽມ ໃໝ່ແຫ່ງການພັດທະນາແບບກ້າວກະໂດດສໍາລັບລາວ.3). ດ້ານວັດທະນະທຳ-ສັງຄົມ: ຈີນໄດ້ມີບົດຮຽນໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນທີ່ປະສົບຜົນສຳເລັດ; ຈີນມີບົດຮຽນໃນການພັດທະນາການສຶກສາ, ການແພດ, ການປິ່ນປົວ ແລະ ການປົກປັກຮັກ ສາອະລິຍະທຳຂອງຈີນ, ພ້ອມທັງມີບົດ ຮຽນໃນ ການພັດທະນາວັດທະນຳດ້ານວັດຖຸ ແລະ ຈິດໃຈໄປກົມກຽວກັນ.4). ດ້ານການພົວພັນຕ່າງປະເທດ: ປີ 2026 ເປັນປີແຫ່ງການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຈີນ-ລາວ ຄົບຮອບ 65 ປີທັງເປັນປີມິດຕະພາບ ຈີນ-ລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ XV ຂອງຈີນ ຈະເພີ່ມຄວາມ ໝາຍສໍາຄັນພິເສດ ກໍຄື ເພີ່ມແຮງຂັບເຄື່ອນທີ່ແຂງແຮງໃຫ້ການພົວພັນລະຫວ່າງສອງປະເທດແຕກດອກອອກຜົນຍິ່ງຂຶ້ນ.

ທ່ານ ວົງສະຫວັນ ໄຊຍະວົງປະທານປົກຄອງແຂວງອຸດົມໄຊ ໄດ້ກ່າວຄຳປາໄສທີ່ໜ້າສົນໃຈກ່ຽວກັບ “ການພັດທະນາພະລັງງານສີຂຽວ ກັບການພັດທະນາເສດຖະກິດໃນພາກເໜືອຂອງລາວ.” ທ່ານຊີ້ໃຫ້ເຫັນວ່າ: ການພັດທະນາສີຂຽວ ແມ່ນທ່າອ່ຽງລວມທີ່ຕ້ອງເປັນໄປ, ແມ່ນເນື້ອໃນພື້ນຖານ ຂອງການພັດ ທະນາຢູ່ ສປປ ລາວ ຕາມແນວທາງປ່ຽນແປງໃໝ່. ແຂວງອຸດົມໄຊ ມີຄວາມອຸດົມສົມບູນໄປດ້ວຍແຫລ່ງຊັບພະຍາກອນທໍາມະຊາດ ມີພື້ນທີ່ເໜາະສົມໃນການພັດທະນາພະລັງງານສະອາດ ແລະ ອຶ່ນໆມີຍຸດທະສາດທີ່ສຳຄັນທາງດ້ານຄົມມະນາຄົມເປັນຈຸດເຊື່ອມໂຍງພະລັງງານ ກັບ ສປ ຈີນ ແລະ ບັນດາແຂວງພາກ ເໜືອ. ໃນປັດຈຸບັນທົ່ວແຂວງອຸດົມໄຊ ມີໂຄງການພັດທະນາພະລັງງານສະອາດທັງໝົດ 15 ໂຄງການ, ສໍາລັບໂຄງການພັດທະນາພະລັງງານແສງຕາເວັນ ໄດ້ຈັດຕັ້ງປະຕິບັດສໍາເລັດແລ້ວ 1 ໂຄງການ, ມີກໍາລັງຕິດຕັ້ງເຖິງ 1.000 ເມກາວັດ ແມ່ນໂຄງການຜະລິດພະລັງງານສະອາດ, ເປັນມິດກັບສິ່ງແວດລ້ອມທີ່ມີຂະໜາດ ໃຫຍ່ທີ່ສຸດໃນ ສປປ ລາວ ແລະ ໃຫຍ່ທີ່ສຸດໃນ 11 ປະເທດອາຊຽນ ຊຶ່ງສ່ວນໃຫຍ່ແມ່ນການລົງທຶນຈາກ ສປ ຈີນ.
ຜົນສໍາເລັດໃນການພັດທະນາ ໂຄງການພັດທະນາພະລັງງານແສງຕາເວັນຢູ່ແຂວງອຸດົມໄຊ ແມ່ນຜົນສໍາເລັດທີ່ສໍາຄັນ, ກາຍເປັນພື້ນຖານທີ່ສໍາຄັນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມຢູ່ພາຍໃນແຂວງອຸດົມໄຊ ແລະ ການຊ່ວຍໜູນໃຫ້ແກ່ການພັດທະນາບັນດາແຂວງໃນເຂດພາກເໜືອຂອງ ສປປ ລາວ. ອັນສໍາຄັນແມ່ນໄດ້ຕິດພັນຢ່າງສະໜິດແໜ້ນກັບການປະຕິບັດຍຸດທະສາດການພັດທະນາຊົນນະບົດ, ການສ້າງບ້ານພັດທະນາ, ການສ້າງວຽກເຮັດງານທໍາ, ການສ້າງລາຍຮັບ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ.
ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງທີ່ເຫັນວ່າ: ຜົນສໍາເລັດໃນການພັດທະນາພະລັງງານແສງຕາເວັນ ໄດ້ສ້າງພື້ນຖານທີ່ສໍາຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຢູ່ພາຍໃນແຂວງອຸດົມໄຊ, ໂຄງການພັດທະນາໄຟຟ້າແສງຕາເວັນ ໄດ້ກະທົບໃນທາງບວກຢ່າງແຂງແຮງເຂົ້າໃສ່ຂະບວນ ການພັດທະ ນາຊົນນະບົດ, ເຮັດໃຫ້ການພັດທະນາຊົນນະບົດມີບັນຍາ ກາດຟົດຟື້ນ ແລະ ມີຄວາມຕັ້ງໜ້າຫລາຍ. ອັນສໍາຄັນແມ່ນມັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນ, ສ້າງການຫັນປ່ຽນວິທີການທໍາມາຫາກິນຂອງປະຊາຊົນບັນດາເຜົ່າຢ່າງຈະແຈ້ງ, ມີຫລາຍບ້ານ, ຫລາຍຄອບຄົວ ກາຍເປັນ ຕົວແບບທີ່ດີໃນການປູກຝັງ, ການລ້ຽງສັດ, ການເຮັດຫັດຖະກຳ ແລະ ການຜະ ລິດເປັນສິນຄ້າ.
ປີ 2026 ແມ່ນປີໜຶ່ງທີ່ມີຄວາມສໍາຄັນສໍາລັບການພົວພັນລາວ-ຈີນ ນັ້ນຄື ການສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ໄດ້ວຽນ ມາຄົບຮອບ 65 ປີ, ຂ້າພະເຈົ້າຢືນຢັນວ່າ: ການພົວພັນຖານຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຈີນ”ໄດ້ເປັນເງື່ອນໄຂໃໝ່, ເປັນການສ້າງໂອກາດເຮັດໃຫ້ການພົວພັນ, ຮ່ວມມືກ້າວ ເຂົ້າສູ່ຍຸກສະໄໝໃໝ່ແຫ່ງການພົວພັນລະຫວ່າງ ລາວ-ຈີນ ສຳລັບທິດທາງໜ້າທີ່ໃນຕໍ່ໜ້າ, ແຂວງອຸດົມໄຊ ພວກຂ້າພະເຈົ້າ ຈະສືບຕໍ່ຜັນຂະຫຍາຍທິດທາງ, ໜ້າທີ່ ແລະ ຄາດໝາຍລວມ ຊຶ່ງໄດ້ກຳນົດໄວ້ຢູ່ໃນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ. ສຸມໃສ່ພັດທະນາວຽກ ງານພະລັງງານໃຫ້ກົມກຽວກັບແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ບົນພື້ນຖານພັດ ທະນາໃຫ້ຂະຫຍາຍຕົວດ້ວຍຈັງ ຫວະທີ່ໜັກແໜ້ນ, ມີຄຸນນະພາບ, ຍືນຍົງ, ສີຂຽວ ແລະ ສອດຄ່ອງກັບທ່າອ່ຽງລວມຂອງການເຊື່ອມໂຍງພາກພື້ນ ແລະ ສາກົນ.

ທ່ານ ນາງ ແສງເດືອນໄຊຍະສອນ ຮອງປະທານ, ຜູ້ປະຈຳການຄະນະກຳມະການຮ່ວມມືລາວ-ຈີນ ໄດ້ຍ້ອງຍໍຊົມເຊີຍຈີນທີ່ໄດ້ສ້າງມະຫັດສະຈັນອັນຍິ່ງໃຫຍ່ໃນການເຮັດໃຫ້ປະຊາຊົນຫລາຍຮ້ອຍລ້ານຄົນຫລຸດພົ້ນຈາກຄວາມທຸກຍາກພາຍໃຕ້ການນຳພາຂອງປະທານ ສີ ຈິ້ນຜິງ ທ່ານໄດ້ນຳເອົາຄຳເວົ້າທີ່ສຳຄັນ ຂອງ ປະທານ ສີ ຈິ້ນຜິງ ໃນລະຫວ່າງການໄປຢ້ຽມຢາມເຮັດວຽກງານຢູ່ແຂວງກຸຍໂຈ່ວ ໃນເດືອນມິຖຸນາ ປີ 2015 ວ່າ: “ວຽກງານທີ່ກ່ຽວພັນກັບປະຊາຊົນແມ່ນຕ້ອງເຮັດແທ້ທຳຈິງ, ນະໂຍບາຍ ແລະ ມາດຕະການຕ່າງໆຕ້ອງເປັນຮູບປະທຳ ແລະ ມີປະສິດທິພາບແທ້.” ຜ່ານຂະບວນວິວັດແຫ່ງການ ຫັນເປັນທັນສະໄໝແບບ ຈີນ, ພວກເຮົາໄດ້ເຫັນບົດຮຽນອັນລ້ຳຄ່າທີ່ວ່າ “ການຖືເອົາປະຊາ ຊົນເປັນໃຈກາງ” ບໍ່ແມ່ນພຽງແຕ່ຄຳຂວັນ, ແຕ່ແມ່ນເຂັມທິດເຍືອງທາງທີ່ມີຢູ່ໃນແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຂອງຈີນ ໃນຕະຫລອດ 2 ສະໄໝທີ່ຜ່ານມາ.
ໃນຊຸມປີຜ່ານມາ,ການຮ່ວມມືລະຫວ່າງ ລາວ-ຈີນ ໄດ້ນໍາເອົາໝາກຜົນຕົວຈິງຢ່າງຫລວງຫລາຍ ທີ່ສາມາດຈັບຕ້ອງໄດ້ມາສູ່ປະຊາ ຊົນສອງຊາດ, ທັງໄດ້ເປັນກໍາລັງແຮງທີ່ສໍາຄັນຊ່ວຍໃນການພັດທະ ນາເສດຖະກິດ-ສັງຄົມຂອງປະເທດລາວເຮົາ. ອັນພົ້ນເດັ່ນກໍ່ແມ່ນການຈັດຕັ້ງປະຕິບັດ 8 ໂຄງການໃຫຍ່ ທີ່ທ່ານປະທານ ສີ ຈິ້ນຜິງ ໄດ້ປະ ກາດໃຫ້ການຊ່ວຍເຫລືອ ຊຶ່ງໃນນີ້ “ໂຄງການ 4x100” ທີ່ມີຜົນປະໂຫຍດໂດຍກົງກັບປະຊາຊົນຄື: ການເຂົ້າເຖິງໄຟຟ້າໃຫ້ແກ່ 100 ບ້ານ, ການສະໜອງນ້ຳໃຫ້ແກ່ 100 ບ້ານ, ການກໍ່ສ້າງສຸກສາລາ 100 ແຫ່ງ, ແລະ ການຕິດຕັ້ງໂທລະພາບດີຈິຕອນດາວທຽມໃນ 100 ບ້ານ ປັດຈຸບັນໄດ້ ກວມເອົາ 6 ແຂວງພາກເໜືອຂອງລາວແລ້ວ, ສະເພາະໂຄງການ ຊຸດທີ 2 ແມ່ນໄດ້ປະຕິບັດຢູ່ແຂວງຜົ້ງສາລີ, ຫລວງນໍ້າທາ, ອຸດົມໄຊ ແລະ ຫົວພັນ ຊຶ່ງຫາກໍ່ຈັດພິທີມອບ-ຮັບໃນເດືອນສິງຫາ 2025 ທີ່ຜ່ານມາ; ພາຍຫລັງໂຄງການ ຊຸດທີ 2 ໄດ້ສໍາເລັດການກໍ່ສ້າງແມ່ນໄດ້ເປັນປະໂຫຍດຕໍ່ຫລາຍໝື່ນຄົວເຮືອນ ແລະ ປັບປຸງສະພາບຊີວິດການເປັນຢູ່ຂອງພວກເຂົາຢ່າງຊັດເຈັນ. ໃນຕໍ່ໜ້າພວກເຮົາຍັງຈະສືບຕໍ່ຈັດຕັ້ງປະຕິບັດໂຄງການ ຊຸດທີ 3 ຢູ່ ອີກ 4 ແຂວງພາກເໜືອ ທີ່ຍັງເຫລືອ.
ການຊ່ວຍເຫລືອຈາກເພື່ອນຈີນ ຜ່ານການປະຕິບັດໂຄງການຊ່ວຍ ເຫລືອລ້າ ທີ່ຕິດພັນກັບການປັບປຸງຊີວິການເປັນຢູ່ຂອງປະຊາຊົນດັ່ງກ່າວມານັ້ນ, ຖືເປັນການນໍາເອົາບົດຮຽນຕົວ ຈິງບາງສ່ວນໃນການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນຈີນຫລາຍຮ້ອຍລ້ານຄົນທີ່ໄດ້ປະຕິບັດສໍາເລັດຜົນຢ່າງຍິ່ງໃຫຍ່ຢູ່ປະ ເທດຈີນມາແລ້ວມາຖ່າຍທອດໃຫ້ແກ່ປະຊາຊົນລາວ ເພື່ອປັບໃຊ້ຕາມສະພາບຈຸດພິເສດຂອງຕົນເອງ. ຜົນສໍາເລັດເຫລົ່ານີ້ ບໍ່ພຽງແຕ່ແມ່ນຕົວເລກ ແລະ ຄໍາເວົ້າອັນຈົບງາມຢູ່ໃນບົດລາຍງານ, ແຕ່ຫາກແມ່ນ“ຮອຍຍິ້ມ ແລະ ຄວາມສຸກ” ຂອງປະຊາຊົນລາວ ຊຶ່ງພວກເຮົາສາມາດເວົ້້າໄດ້ວ່າ: ການຮ່ວມມື ລາວ-ຈີນ ບໍ່ແມ່ນ ພຽງແຕ່ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ແຕ່ຫາກແມ່ນການອຸ້ມຊູຊ່ວຍເຫລືອເຊິ່ງກັນ ແລະ ກັນຢ່າງແທ້ຈິງ,ທາດແທ້ຂອງການຮ່ວມມືຊ່ວຍເຫລືອກໍ່ບໍ່ພຽງແຕ່ ໃຫ້ການຊ່ວຍເຫລືອໄປລະແລ້ວ, ແຕ່ຫາກແມ່ນການຊ່ວຍ “ສອນວິທີຫາປາ” ຫລາຍກວ່າ “ການຢື່ນປາໃຫ້” ຮັບປະກັນໃຫ້ໝາກຜົນ ຂອງການຮ່ວມ ມືຊ່ວຍເຫລືອມີຄວາມຍືນຍົງ ແລະ ສາມາດຕໍ່ຍອດໄດ້ດ້ວຍຕົນເອງ.

ທ່ານ ໄຊຊະນະ ສິດທິພອນຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກ່າວໃນຫົວຂໍ້ “ການເຊື່ອມຕໍ່ແບບອັດສະລິຍະ,” ທ່ານກ່າວວ່າ: ທາງລົດໄຟ ລາວ-ຈີນ ໄດ້ເຮັດໃຫ້ໄລຍະທາງ ລະຫວ່າງສອງປະເທດຍັບໃກ້ເຂົ້າກັນຫລາຍຂຶ້ນ, ເຮັດໃຫ້ການເຊື່ອມຕໍ່ກັນທາງດ້ານໂຄງລ່າງປະກົດຜົນເປັນຈິງ ແລະ ນໍາເອົາຜົນປະໂຫຍດອັນອຸດົມສົມບູນມາໃຫ້ປະຊາຊົນສອງຊາດ. ປັດຈຸບັນ, ພວກເຮົາພວມເລີ່ມຕົ້ນໃໝ່, ຈັບມືກັນເປີດຍຸກສະໄໝໃໝ່ແຫ່ງການຮ່ວມມື ລາວ-ຈີນ, ນັ້ນກໍ່ຄື “ການເຊື່ອມຕໍ່ດ້ານອັດສະລິຍະ” ທີ່ໄດ້ຂັບເຄື່ອນດ້ວຍປັນຍາປະດິດ.
ຂ້າພະເຈົ້າຂໍໃຊ້ຄໍາເວົ້າທີ່ເຂົ້າໃຈງ່າຍ, ຍົກ 3 ເລື່ອງທີ່ເກີດຂຶ້ນຈິງ ກ່ຽວກັບ “ການເຊື່ອມຕໍ່ດ້ານອັດສະລິຍະ” ລະຫວ່າງ ລາວ-ຈີນ, ພ້ອມທັງເວົ້າເຖິງຄວາມຄາດຫວັງຕໍ່ການຮ່ວມມືທາງດ້ານນີ້ຂອງສອງຝ່າຍໃນຕໍ່ຫນ້າ.
1, ກ່ຽວຂ້ອງກັບ “ການສື່ສານຜ່ານພາສາ, ເປັນການສ້າງຂົວແຫ່ງມິດຕະພາບ”. ໃນປີ 2025, ກະຊວງ ຕສ ຂອງພວກຂ້າພະເຈົ້າໄດ້ຮ່ວມມືກັບເຂດປົກຄອງຕົນເອງກວາງຊີຂອງ ສປ ຈີນ, ໄດ້ເຊັນສັນຍາຮ່ວມມືສ້າງຕັ້ງ “ສູນຮ່ວມມື AI ລາວ-ຈີນ” ຢ່າງເປັນທາງການ, ແລະ ໄດ້ອາໄສສູນກາງດັ່ງກ່າວ ຄົ້ນຄວ້າ ແລະ ພັດ ທະນາ ໂມເດວຂະໜາດໃຫຍ່ຂອງພາສາລາວ ສຳເລັດຜົນ ຊຶ່ງນີ້ແມ່ນໂມເດວຂະ ໜາດໃຫຍ່ຂອງພາສາລາວອັນທຳອິດ ໃນບັນດາປະເທດອາຊຽນ. ຄຸນຄ່າຫລັກຂອງໂມເດວຂະໜາດໃຫຍ່ພາສາລາວນີ້, ແມ່ນສາມາດແປພາສາແບບສົດໆລະຫວ່າງ ພາ ສາຈີນ, ລາວ ແລະ ອັງກິດ 3 ພາສາໄດ້ຢ່າງສະບາຍ.
2. ແມ່ນເລື່ອງກ່ຽວຂ້ອງກັບ “ກະສິກຳອັດສະລິຍະ, ເສີມສ້າງຮາກຖານທີ່ແຂງແກ່ນແກ່ການດຳ ລົງຊີວິດຂອງປະຊາຊົນ”. ພວກເຮົາໄດ້ເພີ່ມທະວີການຮ່ວມມືກັບວິສາຫະກິດຈີນ, ນຳເອົາລະບົບຕິດຕາມກວດກາກະສິກຳດ້ວຍປັນ ຍາປະດິດໄປນໍາໃຊ້ຢູ່ບາງຟາມໃນນະຄອນຫລວງວຽງຈັນ ແລະ ແຂວງຫລວງພະບາງ ເຊິ່ງ ໄດ້ຮັບຜົນສຳເລັດດີ, ເຮັດໃຫ້ກະສິກຳລາວ ກ້າວໄປສູ່ທິດທາງຫັນເປັນອັດສະລິຍະ. ຕົວຢ່າງໜຶ່ງ ຄື: ຢູ່ສວນກ້ວຍ ເນື້ອທີ່ເກືອບ 300 ຮຕ ແຫ່ງໜຶ່ງ, ຫລັງຈາກນຳໃຊ້ລະບົບຊົນລະປະທານແບບກຳນົດເປົ້າໝາຍດ້ວຍ AI ແລ້ວ, ປະສິດທິຜົນຂອງການນຳໃຊ້ນ້ຳ ໄດ້ເພີ່ມສູງຂຶ້ນຢ່າງຈະແຈ້ງ, ອັດ ຕາປະຢັດ ນ້ຳເພີ່ມ ຂຶ້ນສູງກວ່າ 40%; ພ້ອມດຽວກັນນັ້ນ, ເທັກໂນໂລຢີ AI ຍັງສາມາດເຕືອນໄພສັດຕູພືດ ແລະ ພະຍາດໄດ້ຢ່າງຖືກຕ້ອງແມ່ນຍຳ, ຄາດຄະເນປະລິມານຜົນຜະລິດດ້ານກະສິກຳຢ່າງມີວິທະຍາສາດ.
3. ແມ່ນເລື່ອງກ່ຽວກັບ “ການກວດກາສິນຄ້າຜ່ານແດນແບບອັດສະລິຍະ, ສາມາດຍົກລະດັບປະສິດທິພາບຂອງການຄ້າ”. ດ່ານຊາຍແດນທາງບົກ ບໍ່ເຕ່ນ-ບໍ່ຫານ ເມື່ອກ່ອນລົດຂົນສົ່ງຕ້ອງຕໍ່ແຖວຍາວ ເນື່ອງຈາກໃຊ້ຄົນກວດມີປະສິດທິພາບຕໍ່າ. ປັດຈຸບັນຢູ່ເບື້ອງຈີນ, ໄດ້ຕິດຕັ້ງອຸປະກອນກວດກາອັດສະລິຍະ, ໂດຍໃຊ້ ເທັກໂນໂລຢີການຈັບພາບດ້ວຍປັນຍາປະດິດ, ສາມາດເຮັດໃຫ້ເວລາໃນການກວດກາພາຫະນະສັ້ນເຂົ້າຢ່າງຫລວງຫລາຍ, ຈາກເດີມ 8-10 ນາທີ ມາເຫລືອບໍ່ເຖິງ 4 ນາທີ. ການຫລຸດເວລາພຽງບໍ່ເທົ່າໃດນາທີນີ້, ບໍ່ພຽງແຕ່ເຮັດໃຫ້ສິນຄ້າຂ້າມແດນລ່ຽນໄຫລ ແລະ ມີປະສິດທິພາບ ສູງຂຶ້ນເທົ່ານັ້ນ,ຍັງຊ່ວຍຫລຸດ ຕົ້ນທຶນ ຂອງການຄ້າຂ້າມແດນໄດ້ນໍາອີກ, ເຮັດໃຫ້ການຄ້າສາ ກົນລະຫວ່າງ ລາວ-ຈີນ ມີຄວາມສະດວກຄ່ອງຕົວຍິ່ງຂຶ້ນ ແລະ ຍົກປະສິດທິຜົນຢ່າງເຫັນໄດ້ຊັດເຈນ, ນີ້ຄືການປ່ຽນແປງຕົວຈິງເນື່ອງຈາກມີ “ການເຊື່ອມຕໍ່ດ້ານອັດສະລິຍະ” ທີ່ປະກອບສ່ວນໃຫ້ແກ່ການຮ່ວມມືຂອງສອງປະເທດດີຂຶ້ນ.

ທ່ານ ຫລີຈື້ ຜູ້ຊ່ວຍຫົວໜ້າສະ ຖາບັນຄົ້ນຄວ້າແຜນພັດທະນາຈີນຂອງມະຫາວິທະຍາໄລຊິງຮວາກ່າວວ່າ: ແຜນ 5 ປີຂອງຈີນ ແມ່ນເຄື່ອງມືການຄຸ້ມຄອງເສດຖະກິດມະຫາພາກທີ່ເປັນເອກະລັກ, ເປັນຜົນຜະລິດຂອງການປະຕິບັດການຄຸ້ມຄອງເສດຖະກິດ. ການວາງແຜນພັດທະນາ 5 ປີຄັ້ງທີ 15 ຄັ້ງນີ້, ທ່ານ ສີຈິ້ນຜິງ ຜູ້ນຳສູງສຸດຂອງຈີນໄດ້ກ່າວເນັ້ນໜັກເປັນພິເສດວ່າຕ້ອງເອົາການອອກແບບຂັ້ນສູງສຸດເຂົ້າກັບການຮັບຟັງຄວາມເຫັນຈາກປະຊາຊົນສົມທົບກັນ, ພຽງແຕ່ການຂໍຄວາມເຫັນຈາກປະຊາຊົນທາງອິນເຕີເນັດ. ພວກເຮົາກໍໄດ້ຮັບຂໍ້ສະເໜີຈາກປະຊາຊົນຫລາຍກວ່າ 3 ລ້ານຂໍ້, ໂດຍຜ່ານການຄັດຈ້ອນຢ່າງຈິງຈັງ, ມີຂໍ້ສະເໜີທີ່ດີຈາກຊາວເນັດທົ່ວໄປ 1.500 ກວ່າຂໍ້, ຖືກບັນຈຸເຂົ້າໃນແນວທາງນະໂຍບາຍຂອງລັດຖະບານ, ນີ້ໄດ້ສະແດງໃຫ້ເຫັນເຖິງປະຊາທິປະໄຕແບບຈີນຢ່າງມີຊີວິດຊີວາ, ລັກສະນະພິເສດທີ່ໃຫຍ່ທີ່ສຸດຂອງແຜນພັດທະນາ 5 ປີຄັ້ງທີ 15 ແມ່ນເດີນຕາມເສັ້ນທາງຂອງຕົນ, ສ້າງກຳລັງຕົວຈິງທີ່ເຂັ້ມແຂງດ້ວຍ ການປະ ດິດສ້າງໃໝ່ດ້ານວິທະຍາສາດເຕັກໂນໂລຊີ, ເພື່ອສະໜອງຄວາມແນ່ນອນໃຫ້ແກ່ໂລກທ່າມກາງສະພາບຄວາມປັ່ນປ່ວນວຸ່ນວາຍ.
ທ່ານໄດ້ຍົກເອົາປະເທດລາວ ທີ່ເປັນປະເທດເພື່ອນມິດຂອງຈີນເປັນຕົວຢ່າງໃນຫລາຍປີຜ່ານມາ, ຜ່ານການສ້າງເສັ້ນທາງລົດໄຟ ລາວ-ຈີນ, ລາວໄດ້ຂົນສົ່ງບໍ່ແຮ່ ແລະ ຜະ ລິດຕະພັນກະສິກໍາທີ່ອຸດົມສົມບູນເຂົ້າມາຈີນ, ໄດ້ຊຸກຍູ້ເສດຖະກິດຂອງລາວໃຫ້ໄດ້ຮັບການພັດທະນາຢ່າງຫລວງຫລາຍ.ໃນໄລຍະຈັດ ຕັ້ງປະຕິບັດແຜນພັດທະນາ 5 ປີຄັ້ງທີ 15 ຂອງຈີນ, ການຮ່ວມມືແບບນີ້ຈະເຂົ້າສູ່ລວງເລິກຫລາຍກວ່າເກົ່າ.
ເປີດປະຕູສູ່ພາຍນອກຂອງຈີນ, ບໍ່ແມ່ນການເຮັດໃຫ້ຈີນໂດດເດັ່ນແຕ່ປະເທດດຽວເທົ່ານັ້ນ, ຫາກແມ່ນເຮັດໃຫ້ທົ່ວໂລກໄດ້ຮັບຜົນປະໂຫຍດຮ່ວມກັນ ແລະ ແຜນພັດທະນາ 5 ປີຄັ້ງທີ 15 ຂອງຈີນບໍ່ພຽງແຕ່ເປັນແຜນແມ່ບົດສະບັບໜຶ່ງທີ່ມີຈຸດປະສົງເພື່ອວາງແຜນກ່ຽວກັບຊີວິດການເປັນ ຢູ່ອັນດີງາມຂອງ ປະຊາຊົນຈີນເທົ່ານັ້ນ, ຍັງເປັນບັດເຊີນທີ່ຈີນສົ່ງເຖິງທົ່ວໂລກທີ່ໄດ້ສື່ເຖິງຄໍາໝັ້ນສັນຍາໃນການເປີດປະຕູສູ່ພາຍນອກຂອງຈີນ, ພ້ອມທັງໄດ້ເຊີນບັນດາປະເທດຄູ່ຮ່ວມມືຢູ່ພາກພື້ນອາຊີ-ອາຟຣິກາກໍຄືທົ່ວໂລກເຂົ້າມາຊົມໃຊ້ໂອກາດການພັດທະນາຂອງຈີນ ແລະ ຮ່ວມກັນຊົມໃຊ້ຜົນປະໂຫຍດ ຈາກຕະຫລາດຂອງຈີນ.
KPL