ຂປລ
ອິນເດຍ ເລັ່ງເພີ່ມກຳລັງການຜະລິດ ແກັສປິໂຕຣລ່ຽມແຫລວ (LPG) ພາຍໃນປະເທດ ເພື່ອຮັບມືກັບ ພາວະຄວາມຕ້ອງການ ທີ່ຢຸດຈຶ້ງ ເນື່ອງມາຈາກ ຄວາມຂັດແຍ້ງ ໃນຕາເວັນອອກກາງ. ເຊິ່ງເມື່ອບໍ່ດົນມານີ້ ອິນເດຍ ໄດ້ປະກາດໃຊ້ກົດໝາຍ ພິເສດທີ່ເອີ້ນວ່າ ກົດໝາຍສິນຄ້າຈຳເປັນ
ຂປລ. ສຳນັກຂ່າວ ອິນໂຟເຄວສ: ອິນເດຍ ເລັ່ງເພີ່ມກຳລັງການຜະລິດ ແກັສປິໂຕຣລ່ຽມແຫລວ (LPG) ພາຍໃນປະເທດ ເພື່ອຮັບມືກັບ ພາວະຄວາມຕ້ອງການ ທີ່ຢຸດຈຶ້ງ ເນື່ອງມາຈາກ ຄວາມຂັດແຍ້ງ ໃນຕາເວັນອອກກາງ. ເຊິ່ງເມື່ອບໍ່ດົນມານີ້ ອິນເດຍ ໄດ້ປະກາດໃຊ້ກົດໝາຍ ພິເສດທີ່ເອີ້ນວ່າ ກົດໝາຍສິນຄ້າຈຳເປັນ (Essential Commodities Act) ເພື່ອຈັດຫາແກັສ ໃຫ້ພຽງພໍ ກັບຄວາມຕ້ອງການ ໃນປະເທດ ຫລັງຈາກນັ້ນ ໃນວັນທີ 17 ມິນາ ລັດຖະບານກາງ ລາຍງານວ່າ ການຜະລິດ LPG ໃນປະເທດ ເພີ່ມຂຶ້ນ 38% ເປັນຫລາຍກວ່າ 48.000 ໂຕນຕໍ່ວັນ.
ໂດຍທົ່ວໄປແລ້ວ ອິນເດຍໃຊ້ LPG ສະເລ່ຍ ວັນລະປະມານ 90.000 ໂຕນ, ໂດຍໃນຈຳນວນນີ້ເປັນ LPG ນຳເຂົ້າ 55.000 ໂຕນ ແລະ ຜະລິດໃນປະເທດ 35.000 ໂຕນ.
ໂດຍມີລາຍງານວ່າ ພາກຄົວເຮືອນຂອງ ອິນເດຍ ບໍລິໂພກ LPG ກວມເອົາອັດຕາສ່ວນ ປະມານ 85%-90% ຂອງທັງໝົດ, ໂດຍສ່ວນທີ່ເຫລືອ ຖືກຈັດສັນ ໃຫ້ກັບພາກທຸລະກິດ ແລະ ພາກອຸດສາຫະກຳ ແລະ ດ້ວຍມາດຕະການ ຈຳກັດການໃຊ້ LPG ໃນພາກທຸລະກິດ ແລະ ພາກອຸດສາຫະກຳ ຄາດວ່າ ຄວາມຕ້ອງການ ນຳເຂົ້າ LPG ລາຍວັນ ຫລຸດລົງເຫລືອ ປະມານ 30.000 ໂຕນ.
KPL