ລາຄານ້ຳມັນເພີ່ມຂຶ້ນເກີນ 100 ໂດລາສະຫະລັດຕໍ່ຖັງ ເປັນຄັ້ງທຳອິດ

11/03/2026 21:24
Email Print 613
ຂປລ ລາຄານ້ຳມັນຂອງໂລກ ເພີ່ມຂຶ້ນ ຢ່າງຫລວງຫລາຍ ແລະ ເກີນ 100 ໂດລາ ສະຫະລັດຕໍ່ຖັງ ເມື່ອຕະຫລາດ ເປີດປະຕູ ການແລກປ່ຽນ ການຄ້າ ໃນວັນທີ 08 ມີນາ, ໃນສະພາບ ບັນດານັກລົງທຶນ ມີຄວາມວິຕົກ ກັງວົນວ່າ ແຫລ່ງສະໜອງ ພະລັງງານທົ່ວໂລກ ຕ້ອງຜະເຊີນກັບຄວາມຫຍຸ້ງຍາກ

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ລາຄານ້ຳມັນຂອງໂລກ ເພີ່ມຂຶ້ນ ຢ່າງຫລວງຫລາຍ ແລະ ເກີນ 100 ໂດລາ ສະຫະລັດຕໍ່ຖັງ ເມື່ອຕະຫລາດ ເປີດປະຕູ ການແລກປ່ຽນ ການຄ້າ ໃນວັນທີ 08 ມີນາ, ໃນສະພາບ ບັນດານັກລົງທຶນ ມີຄວາມວິຕົກ ກັງວົນວ່າ ແຫລ່ງສະໜອງ ພະລັງງານທົ່ວໂລກ ຕ້ອງຜະເຊີນກັບຄວາມຫຍຸ້ງຍາກ, ຍ້ອນສະພາບຄວາມເຄັ່ງຕຶງ ຢູ່ ຕາເວັນອອກກາງ ເພີ່ມຂຶ້ນ. ນີ້ເປັນ ຄັ້ງທຳອິດ ທີ່ ລາຄານ້ຳມັນລື່ນກາຍລະດັບ ນັບແຕ່ ເກີດການປະທະກັນ ລະຫວ່າງ ຣັດເຊຍ-ອູແກຣນ ໃນເດືອນ ກຸມພາ 2022.

ລາຄາ ນ້ຳມັນເຊື້ອໄຟ ແລະ ນ້ຳມັນດິບ (WTI) ເພີ່ມຂຶ້ນ ເຖິງ 20%, ຂຶ້ນເປັນ 109,17 ໂດລາ ສະຫະລັດຕໍ່ຖັງ ເຊິ່ງເປັນຕົວເລກ ສູງສຸດ ນັບແຕ່ ເດືອນກຸມພາ 2022. ໃນຂະນະນັ້ນ, ລາຄານໍ້າມັນແອັດຊັງ ເພີ່ມຂຶ້ນປະມານ 19%, ຂຶ້ນເປັນ 110,35 ໂດລາ ສະຫະລັດຕໍ່ຖັງ.

ລາຄານ້ຳມັນ ເພີ່ມຂຶ້ນຢ່າງແຮງ ໃນສະພາບ ທີ່ການປະທະກັນ ຢູ່ພາກພື້ນ ຕາເວັນອອກກາງ ໄດ້ກ້າວເຂົ້າສູ່ອາທິດທີ 2. ບັນດາ ນັກຊ່ຽວຊານ ສາກົນ ກ່າວເຕືອນວ່າ ຖ້າລາຄານ້ຳມັນ ຮັກສາກວ່າ 100 ໂດລາ ສະຫະລັດຕໍ່ຖັງ ໃນໄລຍະຍາວນັ້ນ, ເສດຖະກິດ ທົ່ວໂລກ ອາດຈະຖືກ ຄວາມກົດດັນ ຫລາຍພໍສົມຄວນ ຍ້ອນລາຄາພະລັງງານ ເພີ່ມຂຶ້ນຢ່າງຫລວງຫລາຍ./

KPL

ຂ່າວອື່ນໆ

    • ເປີດສັບປະດາໂຄງການພັດທະນາຊາວໜຸ່ມ ຈີນ-ອາຊຽນຂ່າວຕ່າງປະເທດ

      ເປີດສັບປະດາໂຄງການພັດທະນາຊາວໜຸ່ມ ຈີນ-ອາຊຽນ

      9/21/2026 8:43:14 AM

      ພິ​ທີ​ເປີດ​ສັບ​ປະ​ດາ​ ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈີນ-ອາ​ຊຽນ​ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີຂອງ ສປ ​ຈີນ ໂດຍ​ມີ ​​ຫົວ​ໜ້າ​ອົງ​ການ​ຈັດ​ຕັ້ງ​ຊາວ​ໜຸ່ມ ແລະ ຜູ້​ຕາງ​ໜ້າ​ໂຄງ​ການ​ພັດ​ທະ​ນາ​ຊາວ​ໜຸ່ມ​ຈາກ​ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ ປະ​ມານ 120 ຄົນ​ເຂົ້​າ​ຮ່ວມ.

    • ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58ຂ່າວຕ່າງປະເທດ

      ຟີລິບປິນ ຈັດກອງປະຊຸມລັດຖະມົນຕີ ເສດຖະກິດ ອາຊຽນ ຄັ້ງທີ 58

      9/21/2026 7:49:34 AM

      ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ​ ເສດ​ຖະ​ກິດ​ ອາ​ຊຽນ ​ຄັ້ງ​ທີ 58 ແລະ ກອງ​ປະ​ຊຸມ​ຕ່າງໆ ​ທີ່​ປິ່ນ​ອ້ອມ ໄດ້​ຈັດ​ຂຶ້ນ ເມື່ອບໍ່ດົນ ມານີ້ ​ຢູ່ຟີ​ລິບ​ປິນ ​ເຊິ່ງ​ເປັນ​ປະ​ເທດ ​ປະ​ທານ​ໝູນ​ວຽນ ອາ​ຊຽນ. ​ໂດຍທຸ​ກຝ່າຍ​ ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ ຂອງ​ເສດ​ຖະ​ກິດ​ພາກ​ພື້ນ, ການ​ຄ້າ ແລະ ການ​ລົງ​ທຶນ, ເສດ​ຖະ​ກິດ ​ດີ​ຈີ​ຕອນ, ການ​ປະ​ດິດ​ສ້າງ​ໃໝ່, ການ​ພັດ​ທະ​ນາ ​ແບບ​ຍືນ​ຍົງ ແລະ ຫົວ​ຂໍ້​ອື່ນໆ.

    • ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ຂ່າວຕ່າງປະເທດ

      ເປີດສັບປະດາ ການອອກແບບອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026

      9/21/2026 7:49:12 AM

      ພິທີເປີດສັບປະດາ ການອອກແບບ ອຸດສາຫະກໍາຈີນ(ກວາງຊີ)-ອາຊຽນປີ 2026 ໄດ້ຈັດຂຶ້ນຢູ່ ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜ່າຈວ້າງກວາງຊີ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ເຊື່ອມໂຍງອາຊຽນ ດ້ວຍຄວາມອັດສະລິຍະ, ການສ້າງສັນຮ່ວມກັນ ຜ່ານການອອກແບບ”

    • ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງຂ່າວຕ່າງປະເທດ

      ສປ ຈີນ ມີການນຳເຂົ້າສິນຄ້າ ຈະບັນລຸລະດັບສູງສຸດ ເປັນປະຫວັດສາດອີກຄັ້ງ

      9/21/2026 7:48:48 AM

      ໃນຖານະເປັນປະເທດການຄ້າສິນຄ້າ ທີ່ໃຫຍ່ທີ່ສຸດໃນໂລກ, ສປ ຈີນ ຍັງ​ສືບ​ຕໍ່​ເປັນ​ແຮງ​ຂັບ​ເຄື່ອນ​ ທີ່​ສຳ​ຄັນ​ໃນ​ການ​ເຕີບ​ໂຕ​​ ຂອງການຄ້າໂລກ. ຜູ້​ຮັບ​ຜິດ​ຊອບ​ດັ່ງ​ກ່າວ ກ່າວວ່າ: ນັບ​ແຕ່​ເດືອນ​ມັງ​ກອນ ​ຫາ​ເດືອນ​ສິງ​ຫາ​ປີ​ນີ້, ການນຳ ເຂົ້າສິນ​ຄ້າຂອງ ສປ ຈີນ ​ໄດ້ເພີ່ມຂຶ້ນ 22%, ເຊິ່ງເປັນຈັງຫວະ ທີ່ໄວທີ່ສຸດ ນັບຕັ້ງແຕ່ປີ 2021 ເປັນ​ຕົ້ນ​ມາ

    • ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່ຂ່າວຕ່າງປະເທດ

      ສປ ຈີນ-ສ.ອາເມລິກາ ຈະຈັດການເຈລະຈາ ດ້ານເສດຖະກິດການຄ້າ ຮອບໃໝ່

      9/21/2026 7:48:15 AM

      ​ຕາມການຕົກ​ລົງ​ຂອງ ສປ ​ຈີນ-ສ.ອາ​ເມ​ລິກາ​, ​ທ່ານ​ ເຮີ​ລີ້​ເຟີ່ງ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ​ຈະ​ນຳ​ພາ​ຄະ​ນະ​ເດີນ​ທາງ​ໄປ ສ.​ອາ​ເມ​ລິກາ ເພື່ອ​ດຳ​ເນີນ​ການ​ເຈ​ລະ​ຈາ​​ ດ້ານເສດ​ຖະ​ກິດ​ການ​ຄ້າ​ໃນ​ ລະ​ຫວ່າງ ວັນ​ທີ 19 ຫາ 23 ກັນ​ຍາ​ນີ້.

ads
ads

Top