ຂປລ
ພິທີເປີດສັບປະດາ ໂຄງການພັດທະນາຊາວໜຸ່ມຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງ ສປ ຈີນ ໂດຍມີ ຫົວໜ້າອົງການຈັດຕັ້ງຊາວໜຸ່ມ ແລະ ຜູ້ຕາງໜ້າໂຄງການພັດທະນາຊາວໜຸ່ມຈາກຈີນ ແລະ ບັນດາປະເທດສະມາຊິກອາຊຽນ ປະມານ 120 ຄົນເຂົ້າຮ່ວມ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ,ພິທີເປີດສັບປະດາ ໂຄງການພັດທະນາຊາວໜຸ່ມຈີນ-ອາຊຽນ ໄດ້ຈັດຂຶ້ນຢູ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂອງ ສປ ຈີນ ໂດຍມີ ຫົວໜ້າອົງການຈັດຕັ້ງຊາວໜຸ່ມ ແລະ ຜູ້ຕາງໜ້າໂຄງການພັດທະນາຊາວໜຸ່ມຈາກຈີນ ແລະ ບັນດາປະເທດສະມາຊິກອາຊຽນ ປະມານ 120 ຄົນເຂົ້າຮ່ວມ. ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ໄດ້ກ່າວວ່າ: ສັບປະດາໂຄງການດັ່ງກ່າວ ແມ່ນເວທີອັນລ້ຳຄ່າສຳລັບຊາວໜຸ່ມ ໃນການແລກປ່ຽນຄວາມຄິດ ແລະ ຮ່ວມກັນເສີມສ້າງວິໄສທັດໃໝ່ ສຳລັບ ອະນາຄົດ. ພາຍໃຕ້ສະພາບການຂອງໂລກ ແລະ ພາກພື້ນມີການປ່ຽນແປງຢ່າງວ່ອງໄວ, ການພັດທະນາຂອງຊາວໜຸ່ມ ແລະ ການເພີ່ມທະວີການພົວພັນ ລະຫວ່າງ ສປ ຈີນ-ອາຊຽນ ຄວນຖືກເບິ່ງວ່າ ເປັນຄວາມພະຍາຍາມທີ່ມີຄວາມໝາຍ ທາງຍຸດທະສາດ ແລະ ຕໍ່ເນື່ອງ. ສັບປະດາໂຄງການ ໄດ້ຄັດເລືອກໂຄງການພັດທະນາຊາວໜຸ່ມ 50 ກວ່າໂຄງການຈາກ ສປ ຈີນ ແລະ ບັນດາປະເທດສະມາຊິກອາຊຽນ ເພື່ອຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງ ຊາວໜຸ່ມຈີນກັບ ອາຊຽນ ໂດຍຜ່ານຮູບການຕ່າງໆ ເຊັ່ນ: ການຝຶກອົບຮົມຈາກຄູອາຈານ, ການທົດລອງໂຄງການ, ການແບ່ງປັນກໍລະນີສຶກສາ ແລະ ການຈັບຄູ່ໂຄງການເປັນຕົ້ນ./.
ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL