ວັນແມ່ຍິງສາກົນ 8 ມີນາ 2026

10/03/2026 14:02
Email Print 1192
ຂປລ ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ !


ຂປລ. ໃນໂອກາດວັນແມ່ຍິງ ສາກົນ 8 ມີນາ 2026 ຈະໝູນວຽນ ມາບັນຈົບຄົບຮອບອີກວາລະໜຶ່ງ, ໃນນາມຜູ້ຂຽນຂ້າພະເຈົ້າຂໍສົ່ງຄຳ ອວຍພອນອັນປະເສີດມາຍັງບັນດາ ທ່ານ ແມ່ຍິງລາວທຸກໆທ່ານ ທີ່ຢູ່ ພາຍໃນ ແລະ ຕ່າງປະເທດ ຈົ່ງປະ ສົບແຕ່ຄວາມສຸກ, ຄວາມຈະເລີນ, ຄວາມສົມຫວັງດັ່ງທີ່ມຸ່ງມາດປາ ຖະໜາໃນການຕໍ່ສູ້ເພື່ອສິດສະເໝີ ພາບ ຍິງ-ຊາຍ ! ປີນີ້ ວັນແມ່ຍິງສາກົນ 8 ມີນາ 2026 ແມ່ນວັນທີ່ໝົດໂລກສະ ເຫລີມສະຫລອງຄວາມສຳເລັດ ຂອງແມ່ຍິງພ້ອມທັງຮຽກຮ້ອງ ສິດ ແລະ ໂອກາດອັນເທົ່າທຽມ ກັນສຳລັບແມ່ຍິງທຸກໆຄົນ. ວັນສະ ເຫລີມສະຫລອງ 8 ມີນາ ແມ່ນຖືກ ຮັບຮູ້ໂດຍ ສປຊ ໃນປີ 1977 ແລະ ມື້ 8 ມີນານີ້ ໄດ້ກາຍມາເປັນຊ່ວງ ເວລານາທີຂອງໂລກໃນການສົ່ງ ເສີມຄວາມກ້າວໜ້າດ້ານຄວາມສະ ເໝີພາບລະຫວ່າງຍິງ-ຊາຍ. ປີນີ້ ຄຳຂວັນວັນແມ່ຍິງສາກົນ ທີ່ ສປຊ ວາງອອກແມ່ນ “Give to Gain” = “ໃຫ້ເພື່ອໄດ້ຮັບ”. ຄໍາ ຂວັນນີ້ແມ່ນເນັ້ນເຖິງຄວາມສຳຄັນ ຂອງການລົງທຶນຢ່າງຕັ້ງໜ້າໃນ ການສ້າງຄວາມເຂັ້ມແຂງໃຫ້ແກ່ ແມ່ຍິງ ເພາະເວລາແມ່ຍິງໄດ້ຮັບ ການສຶກສາ, ແມ່ຍິງໄດ້ມີໂອກາດ, ແມ່ຍິງໄດ້ຮັບຄວາມເຄົາລົບນັບຖື ແລະ ແມ່ຍິງມີປາກສຽງ ມັນໝາຍ ເຖິງທຸກໆຄົນກໍໄດ້ຮັບຜົນປະໂຫຍດ ເຊັ່ນກັນ. “Give to Gain” = “ໃຫ້ເພື່ອໄດ້ຮັບ” ສົ່ງເສີມຄວາມ ຄິດເລື່ອງການເອື້ອເຟື້ອເພື່ອແຜ່ ແລະ ການຮ່ວມມືກັນ. ເນື້ອໃນບຸລິມະສິດ ຂອງຫົວຂໍ້ທີສປຊ ວາງອອກປີນີ້ ແມ່ນຮັບປະ ກັນ ແລະ ເສີມສ້າງການເຂົ້າເຖິງ ຄວາມຍຸຕິທຳສຳລັບແມ່ຍິງ ແລະ ເດັກຍິງທຸກຄົນ ໂດຍການສົ່ງເສີມ ລະບົບກົດໝາຍທີ່ມີສ່ວນຮ່ວມ ແລະ ສະເໝີພາບ, ຈຳກັດກົດໝາຍ, ນະ ໂຍບາຍ, ການປະຕິບັດທີ່ຈຳແນກ ແລະ ແກ້ໄຂອຸປະສັກທາງດ້ານ ໂຄງສ້າງ. ໃນໂອກາດວັນແມ່ຍິງສາກົນ 8 ມີນາ 2026 ປີນີ້, ແມ່ຍິງລາວເຫັນ ດີຮ່ວມກັບແມ່ຍິງໃນທົ່ວໂລກເພື່ອ ຮຽກຮ້ອງສິດທິທີ່ເທົ່າທຽມກັນ ແລະ ຄວາມຍຸຕິທຳທີ່ເທົ່າທຽມກັນ ເພື່ອບັງຄັບໃຊ້, ໃຊ້ສິດ ແລະ ຊົມຊື່ນ ກັບສິດທິເຫລົ່ານັ້ນ. ຂ້າພະເຈົ້າຂໍຍົກບາງຕອນເນື້ອ ໃນທີ່ ສປຊ ເວົ້າເຖິງແມ່ຍິງໃນທົ່ວ ໂລກປີນີ້, ໃນຂະນະທີ່ພວກເຮົາ ເລີ່ມຕົ້ນໄຕມາດທີສອງຂອງສະ ຕະວັດທີ 21, ແມ່ນຍັງບໍ່ມີປະເທດ ໃດທີ່ສາມາດປິດຊ່ອງຫວ່າງທາງ ກົດໝາຍລະຫວ່າງ ຜູ້ຊາຍ ແລະ ແມ່ຍິງໄດ້ສຳເລັດ. ໃນປັດຈຸບັນນີ້, ໃນປີ 2026, ແມ່ຍິງມີສິດທິທາງົດໝາຍພຽງແຕ່ 64% ຂອງສິດ ທິທີ່ຜູ້ຊາຍມີ. ໃນດ້ານພື້ນຖານຂອງ ຊີວິດລວມທັງເລື່ອງການງານ, ການເງິນ, ຄວາມປອດໄພ, ຊັບສິນ ຂອງຄອບຄົວ, ການເດີນທາງໄປ ມາ ແລະ ການກະສຽນ ອາຍຸ-ກົດ ໝາຍມັກສ້າງຄວາມເສຍປຽບແກ່ ແມ່ຍິງຢ່າງເປັນລະບົບ. ຈາກມາດ ຕະຖານທາງສັງຄົມທີ່ເປັນອັນຕະ ລາຍໄປຮອດກົດໝາຍທີ່ມີການຈຳ ແນກ, ແມ່ຍິງ ແລະ ເດັກນ້ອຍ ຍັງ ສືບຕໍ່ຜະເຊີນໜ້າອຸປະສັກທີ່ຝັງ ຮາກເລິກຈະໄດ້ຮັບຄວາມຍຸຕິທຳ ຢ່າງເທົ່າທຽມກັນ. ຖ້າວ່າຄວາມ ຄືບໜ້າຫາກຍັງຄົງດຳເນີນໄປໃນ ອັດຕາປັດຈຸບັນ ກໍຈະຕ້ອງໃຊ້ເວລາ ອີກຮອດ 286 ປີ ຈຶ່ງຈະສາມາດ ອັດຊ່ອງຫວ່າງດ້ານການຄຸ້ມຄອງ ທາງກົດໝາຍໄດ້ສຳລັບແມ່ຍິງ ແລະ ເດັກຍິງ. ນີ້ບໍ່ແມ່ນເລື່ອງການ ລໍຖ້າໃຫ້ເວລາຜ່ານໄປຕາມເວລາ (timeline) ເພາະມັນຈະເປັນ ການຍອມຈຳນົນດີໆນີ້ເອງ. ຖ້າບໍ່ມີ ລະບົບຍຸຕິທຳທີ່ຕອບສະໜອງໃຫ້ ແກ່ແມ່ຍິງ, ສິດທິກໍຈະກາຍເປັນພຽງ ຄຳສັນຍາທີ່ບໍ່ມີວັນຈະເກີດເປັນຈິງ. ຈາກຕົວເລກການຈັດອັນດັບ ບົດບາດຂອງແມ່ຍິງລາວເຮົາຢູ່ໃນ ໂລກ ກໍຄື ໃນກອບຂອງອາຊຽນ ຈະ ເຫັນວ່າ ແມ່ຍິງລາວເຮົາກໍຢູ່ໃນອັນ ດັບທີ່ມີກຳລັງໃຈ ເຊັ່ນ: ຈາກສະຖິຕິ ຂອງດັດຊະນີສັນຕິພາບ ແລະ ຄວາມ ໝັ້ນຄົງຂອງແມ່ຍິງ (Women Peace and Security Index) ປີ 2025-2026 ຊຶ່ງເພິ່ນອີງໃສ່ 3 ປັດໄຈຄື: ການມີສ່ວນຮ່ວມ (inclusion), ຄວາມຍຸຕິທໍາ (justice) ແລະ ຄວາມໝັ້ນຄົງ (security), ໃນຈໍານວນ 181 ປະ ເທດຢູ່ໃນໂລກຈະເຫັນວ່າ ແມ່ຍິງ ລາວເຮົາແມ່ນຢູ່ໃນອັນດັບທີ 83 ແລະ ຖ້າຢູ່ໃນຈໍານວນ 11 ປະເທດ ອາຊຽນ ແມ່ຍິງລາວເຮົາແມ່ນຢູ່ໃນ ອັນດັບ 5 ຊຶ່ງຖືວ່າຢູ່ໃນອັນດັບສູງ ກວ່າເຄິ່ງໜຶ່ງຂຶ້ນເມືອ. ຂ້າພະເຈົ້າໃນນາມແມ່ຍິງລາວ, ເວລາໃດກໍມີຄວາມພາກພູມໃຈ ທີ່ ໂຊກດີໄດ້ເກີດມາເປັນແມ່ຍິງລາວ, ຍາມໃດກໍສໍານຶກສະເໝີໃນບຸນຄຸນ ຂອງພັກ-ລັດທີ່ໃຫ້ສິດ ແລະ ໂອກາດ ອັນເທົ່າທຽມແກ່ແມ່ຍິງລາວ. ແມ່ ຍິງລາວ ແລະ ເດັກຍິງລາວ ໄດ້ຮັບ ສິດ ແລະ ໂອກາດຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍກ່ຽວກັບແມ່ຍິງ 4 ສະບັບ ຄື: ກົດໝາຍກ່ຽວກັບຄວາມ ສະເໝີພາບ ຍິງ-ຊາຍ, ກົດໝາຍ ກ່ຽວກັບການຕ້ານການໃຊ້ຄວາມ ຮຸນແຮງຕໍ່ແມ່ຍິງ, ກົດໝາຍວ່າ ດ້ວຍສະຫະພັນແມ່ຍິງລາວ ແລະ ກົດໝາຍສິດທິເດັກ. ກົດໝາຍແມ່ນ ຕົວໜັງສື ຖ້າຫາກຂາດເຈດຕະນາ ໃນການບັງຄັບປະຕິບັດ, ຄຳສັນຍາ ນັ້ນກໍຈະບໍ່ມີວັນກາຍເປັນຈິງ. ສປຊ ໄດ້ກຳນົດສີຂອງວັນ ແມ່ຍິງສາກົນ ມີ 3 ສີ ຄື: ສີມ້ວງ, ສີຂຽວ ແລະ ສີຂາວ ຊຶ່ງແຕ່ລະສີມີ ຄວາມໝາຍຄື: ສີມ້ວງ ໝາຍເຖິງ ຄວາມຍຸຕິທຳ, ກຽດສັກສີ ແລະ ຄວາມຈົງຮັກພັກດີຕໍ່ອຸດົມການ; ສີຂຽວ ແມ່ນສັນຍະລັກຂອງຄວາມ ຫວັງ ແລະ ສີຂາວ ໝາຍເຖິງ ຄວາມບໍລິສຸດ. ຊົມເຊີຍວັນແມ່ຍິງສາກົນ 8 ມີນາ ຢ່າງສຸດໃຈ!
KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top