ສະຫະນະຄອນ ເອມີເຣດ ອາຣັບ ປະກາດຈະຖອນຕົວອອກຈາກ ໂອເປັກ-ກົນໄກໂອເປັກ+

29/04/2026 19:50
Email Print 254
ຂປລ ສະຫະນະຄອນ ເອເມເຣັດ ອາຣັບ ປະກາດວ່າ ຈະຖອນຕົວ ອອກຈາກ ກຸ່ມປະເທດ ຜະລິດນ້ຳມັນ ສົ່ງອອກ ເປັນສິນຄ້າ ຫລື ໂອເປັກ ແລະ ກົນໄກ “ໂອເປັກ+” ນັບແຕ່ ວັນທີ 1 ພຶດສະພາ 2026 ເປັນຕົ້ນໄປ.

ຂປລ.ວິທະຍຸ ໂທລະພາບສູນກາງຈີນ (CMG): ວັນ​ທີ 28 ເມ​ສາ​ນີ້, ສະ​ຫະນະຄອນ ເອເມເຣັດ ອາຣັບ ​ປະ​ກາດ​ວ່າ ຈະ​ຖອນ​ຕົວ​ ອອກ​ຈາກ​ ກຸ່ມ​ປະ​ເທດ​ ຜະ​ລິດ​ນ້ຳ​ມັນ ​ສົ່ງ​ອອກ ​ເປັນ​ສິນ​ຄ້າ ຫລື ​ໂອ​ເປັກ ແລະ ກົນ​ໄກ ໂອ​ເປັກ+ນັ​ບ​ແຕ່​ ວັນ​ທີ 1 ພຶດ​ສະ​ພາ 2026 ເປັນ​ຕົ້ນ​ໄປ.

ທ່ານ​ ຊູ​ເຮວ ອັນ ມາ​ສ​ຣູ​ເອ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ ພະ​ລັງ​ງານ ແລະ ພື້ນ​ຖານ​ໂຄງ​ລ່າງ ​ ສະ​ຫະນະຄອນ ເອເມເຣັດ ອາຣັບ ກ່າວ​ວ່າ: ເມື່ອບໍ່ດົນມານີ້ ທີ່​ ສະ​ຫະນະຄອນ ເອເມເຣັດ ອາຣັບ ​ເປັນ​ສະ​ມາ​ຊິກ​ ຂອງ​ ໂອ​ເປັກ ແລະ ກົນ​ໄກ ໂອ​ເປັກ+”, ໃນ​ອະ​ນາ​ຄົດ ຄວາມ​ຕ້ອງ​ການ ​ຂອງ​ ໂລກ ​ຕໍ່​ພະ​ລັງ​ງານ​ ຈະ​ເພີ່ມ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ, ໂລກ​ຕ້ອງ​ການ​ ກາ​ນ​ສະ​ ໜອງ​ພະ​ລັງ​ງານ ຫລາຍກວ່າ​ເກົ່າ.

ໂອ​ເປັກ​ ໄດ້​ຮັບ​ການ​ ສ້າງ​ຕັ້ງ​ຂຶ້ນ ​ຢູ່​ນະ​ຄອນຫລວງ ບັກດາດ ​ປະ​ເທດ​ ອີ​ຣັກ​ ໃນ​ເດືອນ​ກັນ​ຍາ​ ປີ 1960, ໂດຍຈຸດ​ປະ​ສົງ ​ແມ່ນ​ເພື່ອ ​​ຜ່ານການ​ ປະ​ສານ​ງານ, ກຳ​ນົດ ​ນະ​ໂຍ​ບາຍ ແລະ ລາ​ຄາ​ ນ້ຳ​ມັນ​ເຊື້ອ​ໄຟ​ ຂອງ​ ປະ​ເທດ ​ສະ​ມາ​ຊິກ​ ຢ່າງ​ເປັນ​ເອ​ກະ​ພາບ​ກັນ, ເພື່ອ​ຮັບ​ປະ​ກັນ​ ຄວາມ​ໝັ້ນ​ຄົງ ​ຂອງ ​ລາ​ຄາ​ນ້ຳ​ມັນ ​ເຊື້ອ​ໄຟ​ ໃນ​ຕະຫລາດ​ສາ​ກົນ./.
KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top