ຫວຽດນາມ ເປັນປະທານວາລະໄຂກອງປະຊຸມ ກວດກາຕີລາຄາສົນທິສັນຍາ ເອັນພີທີ ຄັ້ງທີ 11

29/04/2026 19:50
Email Print 173
ຂປລ ກອງປະຊຸມ ພິຈາລະນາ ຕີລາຄາ ສົນທິ ສັນຍາບໍ່ ເຜີດແຜ່ອາວຸດ ນິວເຄລຍ (NPT) ຄັ້ງທີ 11 ໄດ້ໄຂຂຶ້ນ ຢູ່ສຳນັກງານ ສປຊ ທີ່ ນະຄອນນິວຢອກ (ສ.ອາເມລິກາ). ພາຍໃຕ້ ການເປັນ ປະທານ ຂອງ ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ

ຂປລ. ທະຍຸກະຈາຍສຽງ ຫວຽດນາມ: ວັນ​ທີ 27 ເມ​ສາ, ກອງ​ປະ​ຊຸມ ພິ​ຈາ​ລະ​ນາ​ ຕີ​ລາ​ຄາ ສົນ​ທິ​ ສັນ​ຍາ​ບໍ່​ ເຜີດ​ແຜ່​ອາ​ວຸດ​ ນິວ​ເຄລຍ (NPT) ​ຄັ້ງ​ທີ 11 ໄດ້​ໄຂ​ຂຶ້ນ ​ຢູ່​ສຳ​ນັກ​ງານ​ ສ​ປ​ຊ ທີ່​ ນະຄອນນິວຢອກ (ສ.ອາ​ເມ​ລິ​ກາ). ພາຍ​ໃຕ້​ ການ​ເປັນ​ ປະ​ທານ ​ຂອງ ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ​ຮຸ່ງ​ຫວຽດ, ຫົວ​ໜ້າ​ ຄະ​ນະ​ ຜູ້​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ ສ​ປ​ຊ, ໂດຍການ​ແຕ່ງ​ຕັ້ງ​ ຂອງ ກອງ​ປະ​ຊຸມ, ການພິ​ຈາ​ລະ​ນາ​ ຕີ​ລາ​ຄາ​ ໃນຄັ້ງ​ນີ້ ໄດ້​ດຳ​ເນີນ​ ນັບແຕ່ ​ວັນ​ທີ 27 ເມ​ສາ ຫາ ວັນ ທີ 22 ພຶດ​ສະ​ພາ, ດ້ວຍ​ການ​ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ ຂອງ​ ຜູ້​ຕາງ​ໜ້າ​ຂັ້ນ​ສູງ​​ ທີ່ມາ​ຈາກ 191 ປະ​ເທດ ສະ​ມາ​ຊິກ NPT.

 ຫວຽດ​ນາມ ໃນ​ບົດ​ບາດ ​ເປັນ​ປະ​ທານ ກອງ​ປະ​ຊຸມ ໄດ້​ສະ​ແດງ​​ໃຫ້​ເຫັນ ການ​ປະ​ກອບ​ສ່ວນ ​ຢ່າງ​ຕັ້ງ​ໜ້າ ແລະ ​ການກະ​ກຽມ​ ຢ່າງ​ຮອບ​ດ້ານ. ທ່ານ​ ໂດ​ຮຸ່ງ​ຫວຽດ ໄດ້ກ່າວ​ເນັ້ນ​ໜັກ ​ເຖິງ​ ຈິດ​ໃຈ​ສ້າງ​ສັນ, ​ການໂອ້​ລົມ ​ສົນ​ທະ​ນາ ແລະ ​ການຮ່ວມ​ມື ຫລາຍ​​ຝ່າຍ ໃນ​ບັນ​ດາ​ບົດ​ ກ່າວ​ຄຳ​ເຫັນ​ ກ່ອນ​ດຳ​ເນີນ ກອງ​ປະ​ຊຸມ, ທ່ານຍັງໄດ້​ຢັ້ງ​ຢືນ ຫລັກ​ໝັ້ນ ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ຂອງ ຫວຽດ​ນາມ ແມ່ນການ ​ສະ​ໜັບ​ສ​ະໜູນ​ ການ​ປົດ​ອາ​ວຸດ ​ນິວ​ເຄລຍ​ ຢ່າງ​ຮອບ​ດ້ານ ແລະ ອ່ື່ນໆ./

KPL

ຂ່າວອື່ນໆ

    • ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນຂ່າວຕ່າງປະເທດ

      ຍອດຜູ້ເສຍຊີວິດ ລົດໄຟຕຳກັນ ຢູ່ ອິນໂດເນເຊຍ ເພີ່ມຂຶ້ນເປັນ 16 ຄົນ

      4/30/2026 5:33:08 PM

      ທາງການ ອິນໂດເນເຊຍ ເປີດເຜີຍວ່າ: ຍອດຜູ້ເສຍຊີວິດຈາກ ເຫດການ ລົດໄຟຕຳກັນ ໃກ້ກັບ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນເຊຍ ເພີ່ມຂຶ້ນ ເປັນ 16 ຄົນ, ໂດຍທັງໝົດ ເປັນແມ່ຍິງ ແລະ ໄດ້ຮັບບາດເຈັບ 90 ຄົນ.

    • ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາຂ່າວຕ່າງປະເທດ

      ສປ ຈີນ ຈະປະຕິບັດນະໂຍບາຍຍົກເວັ້ນພາສີ ຢ່າງຮອບດ້ານຕໍ່ 53 ປະເທດໃນອາຟຣິກາ

      4/30/2026 5:30:00 PM

      ເລີ່ມແຕ່ ​ວັນ​ທີ 1 ພຶດ​ສະ​ພາ 2026 ​ເປັນ​ຕົ້ນ​ໄປ, ນະ​ໂຍ​ບາຍ ​ຍົກ​ເວັ້ນ​ພ​າ​ສີ​ ຢ່າງ​ຮອບ​ດ້ານ​ທີ່​ ສປ ຈີນ ​ຈະ​ປະ​ຕິ​ບັດ​ຕໍ່ 53 ປະ​ເທດ ​ອາ​ຟ​ຣິ​ກາ​ ທີ່ໄດ້​ສ້າງ​​ຕັ້ງສາຍ​ພົວ​ພັນ ​ທາງ​ການ​ທູດ​ກັບ ສປ ​ຈີນ​ ຈະ​ມີ​ຜົນ​ບັງ​ຄັບ​ໃຊ້ ​ຢ່າງ​ເປັນ​ທາງ​ການ, ເສດ​ຖະ​ກິດ​ ອາ​ຟ​ຣິ​ກາ ​ກໍ​ຈະ​ມີ​ຄວາມ​ໝັ້ນ​ທ່ຽງ ແລະ ຄາດ​ຄະ​ເນ​ ໄດ້​ຫລາຍ​ຂຶ້ນ.

    • ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູຂ່າວຕ່າງປະເທດ

      ສສ ຫວຽດນາມ ຊຸກຍູ້ການເຊື່ອມໂຍງ-ຮ່ວມສຳພັນເສດຖະກິດ ລະຫວ່າງ ອາຊຽນ-ອີຢູ

      4/30/2026 5:29:57 PM

      ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານໂດລາສະຫະລັດ ໃນ​ໄລ​ຍະ 2025–2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ ແບບ​ຍືນ​ຍົງ​ ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ​ລະ​ຫວ່າງ​ສອງ​ພາກ​ພື້ນ.

    • ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%ຂ່າວຕ່າງປະເທດ

      ໂຄງການກໍ່ສ້າງເສັ້ນທາງລົດໄຟແຄມທະເລຕາເວັນອອກມາເລເຊຍສຳເລັດ 93%

      4/30/2026 5:29:55 PM

      ທ່ານ ເຢ້ຊ້ຽວ​ຢາງ ຮອງຜູ້​ອຳ​ນວ​ຍການ​ໃຫຍ່ ​ໂຄງ​ການກໍ່ສ້າງ​ເສັ້ນ​ທາງລົດ​ໄຟ ​ແຄມ​ທະ​ເລ​ຕາ​ເວັນ​ອອກ​ ມາ​ເລ​ເຊຍ ເຊິ່ງ​ຮັບ​ເໝົາກໍ່​ສ້າງ​ ໂດຍ​ບໍ​ລິ​ສັດ​ການ​ກໍ່​ສ້າງ​ຄົມ​ມະ​ນາ​ຄົມ​ຈີນ ​ຫຸ້ນ​ສ່ວນ​ຈຳ​ກັດ ໄດ້​ຢືນ​ຢັນ​ຢູ່​ນະ​ຄອນຫລວງ​ ກົວ​ລາ​ລຳ​ເປີ​ ຂອງ​ມາ​ເລ​ເຊຍ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ມີ​ນາ​ປີ​ນີ້, ​ໂດຍ​ລວມ​ແລ້ວ ໂຄງ​ການ​ດັ່ງ​ກ່າວ​ໄດ້​ສຳ​ເລັດ​ ການກໍ່​ສ້າງ 93% ເຊິ່ງ​ຢູ່​ໃນ​ໄລ​ຍະ​ສຳ​ຄັນຂອງ​ໂຄງ​ການ​ເພື່ອ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ.

    • ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍຂ່າວຕ່າງປະເທດ

      ຣັດເຊຍ ຮຽກຮ້ອງສ້າງໂລກປອດອາວຸດນິວເຄຼຍ

      4/30/2026 5:29:52 PM

      ທ່ານ ວາລາດີເມຍ ປູຕິນ(Vladimir Putin), ປ​ະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ຢັ້ງ​ຢືນ​ວ່າ: ດ້ວຍ​ຖາ​ນະ ​ເປັນ​ປະ​ເທດ ​ເຂົ້າ​ຮ່ວມ​ ທີ່​ມີ​ຄວາມ​ຮັບ​ຜິ​ດ​ຊອບ ​ຕໍ່​ສົນ​ທິ​ສັນ​ຍາ ​ແຜ່​ຂະ​ຫຍາຍອາ​ວຸດ​ນິ​ວ​ເຄຼຍ (NPT), ຣັດ​ເຊຍ ຍາມ​ໃດ​ກໍ​ປະ​ຕິ​ບັດ ​ບັນ​ດາ​ຂໍ້​ກຳ​ນົດ ແລະ ເນື້ອ​ໃນ​ຈິດ​ໃຈ ​ຂອງ​ສົນ​ທິ​ສັນ​ຍາ​ດັ່ງ​ກ່າວ ​ຢ່າງ​ເຂັ້ມ​ງວດ.

ads
ads

Top