ເມືອງຈຳພອນ ປະກາດ ຫໍໄຕປີດົກ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ

10/03/2026 13:56
Email Print 1054
ຂປລ ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ.


ຂປລ. ເມືອງຈຳພອນ ແຂວງ ສະຫວັນນະເຂດ ໄດ້ຈັດພິທີປະກາດ ຮັບຮອງເອົາ ຫໍໄຕປີດົກ ບ້ານໜອງ ລຳຈັນ ແລະ ວັດເກົ່າຕາແຫລວ ເປັນມໍລະດົກແຫ່ງຊາດລະດັບຊາດ ຂຶ້ນຢ່າງເປັນທາງການໃນວັນທີ 02-04 ມີນາ 2026 ໂດຍຕິດພັນ ກັບບຸນປະເພນີແຫ່ໜັງສືຜູກໃບລານ ອັນເປັນເອກະລັກທີ່ຫາເບິ່ງໄດ້ຍາກ ໃນປັດຈຸບັນ. ເພື່ອສືບສານຕຳນານ ມໍລະດົກອັນລ້ຳຄ່າ ອາຄານໄມ້ກາງ ນ້ຳ ແລະ ສິລະປະຝາພະໜັງອັນສັກ ສິດ ແລະ ຄວາມສວຍງາມຂອງ ຫໍໄຕ ປີດົກ ບ້ານໜອງລຳຈັນ (ອາຄານ ໄມ້ບູຮານທີ່ຕັ້ງເດັ່ນສະຫງ່າງາມ ຢູ່ກາງນ້ຳ) ຊຶ່ງສະຖານທີ່ແຫ່ງນີ້ ໄດ້ ເປັນບ່ອນເກັບຮັກສາຄຳພີ ແລະ ໜັງ ສືຜູກໃບລານ ເຖິງ 219 ເລື່ອງ. ສ່ວນ ວັດເກົ່າຕາແຫລວ ກໍໂດດເດັ່ນດ້ວຍ ສິລະປະການແຕ້ມຝາພະໜັງ ແລະ ຮູບຊົງອາຄານທີ່ມີເອກະລັກສະ ເພາະຕົວມາຫລາຍສັດຕະວັດ, ເຮັດ ໃຫ້ທັງສອງແຫ່ງກາຍເປັນຈຸດໝາຍ -u;yf{;afmtotme ໂດຍ: ພອນສະຫວັນ ມະນີສີ ປາຍທາງທີ່ນັກທ່ອງທ່ຽວສາຍ ວັດທະນະທຳບໍ່ຄວນພາດ. ຫໍໄຕປີດົກ ບ້ານໜອງລຳຈັນ ເປັນອາຄານໄມ້ບູຮານກາງນ້ຳ, ເປັນບ່ອນເກັບຮັກສາຄຳພີ ແລະ ໜັງສືຜູກໃບລານເກົ່າແກ່ເຖິງ 219 ເລື່ອງ. ຫໍໄຕປີດົກຫລັງນີ້ໄດ້ກໍ່ສ້າງ ມາແຕ່ສັດຕະວັດທີ 17 ເປັນຕົ້ນມາ ຊຶ່ງແມ່ນຍາທ່ານ ຫລັກຄຳພາ ເປັນ ຜູ້ນຳພາສ້າງ ຕໍ່ມາກໍໄດ້ປະຕິສັງ ຂອນຄືນໃໝ່ ໃນສັດຕະວັດທີ 19 ນັບແຕ່ເວລານັ້ນເປັນຕົ້ນມາ ກໍໄດ້ມີ ຍາທ່ານຂຽວ, ຍາທ່າພຸ່ນ, ຍາທ່ານ ຈວງ, ຍາທ່ານນວນ, ຍາທ່ານພົມ ມາ ໄດ້ເປັນຜູ້ອຸປະຖຳປົກປັກຮັກ ສາສືບຕໍ່ກັນມາຕາມລຳດັບ.



ມາໃນ ປີ ຄສ 1990-2001 ໂຄງການປົກ ປັກຮັກສາໜັງສືຜູກໃບລານລາວ ກະຊວງຖະແຫລງຂ່າວ ແລະ ວັດ ທະນະທຳ ໂດຍໄດ້ຮັບການສະໜັບ ສະໜູນ ຈາກມູນນິທິໂຕໂຍຕ້າ ຂອງ ປະເທດຍີ່ປຸ່ນ ແລະ ລັດຖະບານແຫ່ງ ສະຫະພັນເຢຍລະມັນ ຮ່ວມກັບພະ ແນກຖະແຫລງຂ່າວ- ວັດທະນະທຳ ແຂວງສະຫວັນນະເຂດ ແລະ ຫ້ອງ ການຖະແຫລງຂ່າວ-ວັດທະນະທໍາ ເມືອງຈຳພອນ ໄດ້ລົງສໍາຫລວດ ຂຶ້ນບັນຊີຕົວຈິງ ຊຶ່ງສາມາດແຍກ ແລະ ຈັດລຳດັບໄດ້ດັ່ງນີ້: ໜັງສືຜູກ ໃບລານທັງໝັດມີ 219 ເລື່ອງ, ມີ 326 ມັດ, ມີ 2.391 ຜູກ, ແຕ່ຍ້ອນ ອາຍຸການໃຊ້ງານ ເປັນເວລາຫລາຍ ສິບປີ ຈຶ່ງເຮັດໃຫ້ສະພາບ ຫໍໄຕປີ ດົກ ຊຸດໂຊມລົງ, ຍ້ອນມີຄວາມ ສຳຄັນທາງດ້ານວັນນະຄະດີບູຮານ ແລະ ທາງດ້ານວັດທະນະທຳຂອງ ຄູບາ, ນັກປາດ, ອາຈານ ທີ່ໄດ້ສຶກສາ ຮ່ຳຮຽນຢູ່ທີ່ນີ້ບວກໃສ່ຄວາມເປັນ ຫ່ວງເປັນໃຍຂອງຂັ້ນເທິງນັບແຕ່ ສູນກາງລົງຮອດທ້ອງຖິ່ນ ເພື່ອອະ ນຸລັກປົກປັກຮັກສາວັດຖຸບູຮານ ທາງວັດທະນະທຳນີ້ໃຫ້ຢູ່ກັບຄົນ ລາວຕະຫລອດໄປ, ຕົກມາປີ 2006 ຫໍໄຕປີດົກ ຈຶ່ງໄດ້ຮັບການປະຕິສັງ ຂອນຄືນໃໝ່ ໂດຍໄດ້ຮັບທຶນຊ່ວຍ ເຫລືອຈາກລັດຖະບານ ລາຊະອາ ນາຈັກໄທ, ມາຮອດປັດຈຸບັນນີ້ຫໍໄຕ ປີດົກ ຈຶ່ງໄດ້ກາຍເປັນຈຸດເຕົ້າໂຮມ ໜັງສືຜູກໃບລານທີ່ຫລາຍກວ່າໝູ່ ແຫ່ງດຽວພາຍໃນເມືອງຈຳພອນ ແລະ ເປັນແຫລ່ງທ່ອງທ່ຽວທາງ ວັດທະນະທຳອີກດ້ວຍ. ເຖິງແນວໃດກໍຕາມ, ໃນພິທີຄັ້ງ ນີ້ໄດ້ຈັດໃຫ້ມີຂະບວນແຫ່ຄຳພີໜັງ ສືຜູກໃບລານທີ່ນຳໜ້າໂດຍຄະນະ ສົງ, ການນຳຂັ້ນສູງຂອງແຂວງ, ຂອງເມືອງ ພ້ອມດ້ວຍພໍ່ແມ່ປະຊາ ຊົນທີ່ແຕ່ງກາຍດ້ວຍຊຸດພື້ນເມືອງ ລາວຢ່າງຈົບງາມ. ພາຍໃນງານຍັງ ມີການສະແດງສິລະປະພື້ນເມືອງ ເຊັ່ນ: ການຟ້ອນ, ເປົ່າແຄນປະກອບ ສຽງລຳສາວຜູ້ໄທເຂັນຝ່າຍ ທີ່ສ່ອງ ແສງເຖິງປະເພນີວິຖີການດຳລົງ ຊີວິດຂອງຊາວເມືອງຈຳພອນ ຊຶ່ງ ງານຄັ້ງນີ້ໄດ້ສ້າງຄວາມປະທັບໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ ແລະ ນັກທ່ອງ ທ່ຽວຢ່າງຫລວງຫລາຍ. ທ່ານນາງ ດາວວອນ ໄຊສຸລຽນ ຮອງເລຂາພັກແຂວງ ປະທານຄະ ນະກຳມະການປົກຄອງແຂວງສະ ຫວັນນະເຂດ ໄດ້ໃຫ້ກຽດມອບໃບ ຢັ້ງຢືນມໍລະດົກແຫ່ງຊາດ ໃຫ້ແກ່ ຄະນະນຳເມືອງຈຳພອນ ຊຶ່ງໃນ ພິທີດັ່ງກ່າວໄດ້ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມົງຄຸນ ແລະ ປະກາດ ໃຫ້ໂລກຮັບຮູ້ເຖິງຄຸນຄ່າຂອງຊັບ ສົມບັດທາງປັນຍາຂອງຊາວເມືອງ ຈຳເມືອງ. ການຮັບຮອງມໍລະດົກ ໃນຄັ້ງນີ້ ບໍ່ພຽງແຕ່ເປັນການອະນຸ ລັກຮັກສາຮີດຄອງປະເພນີເທົ່ານັ້ນ, ແຕ່ຍັງເປັນການເປີດປະຕູຕ້ອນຮັບ ນັກທ່ອງທ່ຽວໃຫ້ເຂົ້າມາສຳຜັດ ຄວາມງາມຂອງສະຖາປັດຕະຍະ ກຳບູຮານ, ຮຽນຮູ້ປະຫວັດສາດ ຜ່ານໃບລານ ແລະ ຊົມວິຖີຊີວິດ ອັນສະຫງົບສຸກຂອງຊາວບ້ານ ໜອງລຳຈັນ ແລະ ບ້ານຕາແຫລວ ນຳອີກ.

KPL

ຂ່າວອື່ນໆ

    • ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດບົດ-ສາລະຄະດີ

      ສສຊ ແຂວງຈຳປາສັກ ສະເໜີຫລາຍວຽກຕໍ່ແຜນເຄື່ອນໄຫວວຽກງານ 5 ປີ ຂອງສານປະຊາຊົນສູງສຸດ

      4/7/2026 11:56:25 AM

      ຂປລ. ໃນກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດ (ສສຊ) ເຂດເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງສຸດ (ອອປສ)

    • ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງບົດ-ສາລະຄະດີ

      ສສຊ ສະເໜີປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຢ່າງແທ້ຈິງ

      4/7/2026 11:53:56 AM

      ຂປລ. ໃນກອງປະຊຸມຄັ້ງປະ ຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໃນອາທິດຜ່ານມາ, ທ່ານ ນາງ ພອນເພັດ ອຸ່ນແກ້ວ ສະມາຊິກ ສະພາແຫ່ງຊາດ (ສສຊ) ເຂດ ເລືອກຕັ້ງທີ 15 ແຂວງຈຳປາສັກ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ (2026-2030) ຂອງສານປະ ຊາຊົນສູງສຸດ (ສປສສ) ແລະ ອົງການໄອຍະການປະຊາຊົນສູງ ສຸດ (ອອປສ) ວ່າ: ຕົນເອງ ເຫັນດີເປັນເອກະພາບຕໍ່ແຜນ ບົດລາຍງານການເຄື່ອນໄຫວ ວຽກງານ 5 ປີ (2026- 2030) ຂອງສານປະຊາຊົນສູງສຸດ

    • ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນບົດ-ສາລະຄະດີ

      ພະຍາດທີ່ມາພ້ອມອາກາດຮ້ອນ ແລະ ມາດຕະການປ້ອງກັນ

      4/7/2026 11:46:49 AM

      ຂປລ. ໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ຂອງທຸກໆປີ ປະເທດລາວຈະຜະເຊີນກັບສະ ພາບອາກາດຮ້ອນອົບເອົ້າ ຊຶ່ງບາງ ແຂວງອຸນຫະພູມອາດສູງທະລຸ 40 ອົງສາ ຊຶ່ງສະພາບອາກາດຮ້ອນດັ່ງ ກ່າວ ບໍ່ພຽງແຕ່ສ້າງຄວາມລຳບາກ ໃນການດຳລົງຊີວິດ, ແຕ່ຍັງຕ້ອງ ພົບກັບບາງພະຍາດທີ່ມັກຈະມາ ພ້ອມກັບອາກາດຮ້ອນອີກ, ຍ້ອນ ວ່າລະດູຮ້ອນແມ່ນລະດູທີ່ເໝາະໃນ ການຂະຫຍາຍຕົວຂອງເຊື້ອແບັກ ທີເຣຍບາງຊະນິດ

    •  ຫວນຄືນມູນເຊື້ອການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບບົດ-ສາລະຄະດີ

      ຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບ

      4/7/2026 11:43:28 AM

      ຂປລ. ພັກປະຊາຊົນປະຕິວັດ ລາວ ໄດ້ນຳພາປວງຊົນລາວທັງ ຊາດດຳເນີນພາລະກິດປ່ຽນແປງ ໃໝ່ຢ່າງ ຮອບດ້ານ ແລະ ມີຫລັກ ການຂອງພັກໃນເງື່ອນໄຂສະພາບ ແວດລ້ອມສາກົນ ທີ່ມີການຜັນແປ ໄປຢ່າງໄວວາ ແລະ ສະຫລັບຊັບ ຊ້ອນ ເຊິ່ງມີທັງກາລະໂອກາດທີ່ ເອື້ອອຳນວຍ ແລະ ສິ່ງທ້າທາຍ ທົດສອບນາໆປະການຕໍ່ພາລະກິດ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດຂອງພວກເຮົາ, ພວກ ເຮົາໄດ້ຜະເຊີນໜ້າໂດຍກົງກັບກົນ ອຸບາຍຫັນປ່ຽນ ໂດຍສັນຕິຢ່າງ ຮອບດ້ານຂອງພວກຈັກກະພັດ ແລະ ອິດທິກຳລັງປໍລະປັກ.

    • ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນບົດ-ສາລະຄະດີ

      ງານເທສະການແຟຊັນ ແລະ ວັດທະນະທຳ ຈັດຂຶ້ນທີ່ປະເທດຍີ່ປຸ່ນ

      4/7/2026 11:38:24 AM

      ຂປລ. ທ້າຍເດືອນຜ່ານມາ, ທີ່ ນະຄອນຫລວງໂຕກຽວ ປະເທດ ຍີ່ປຸ່ນ ໄດ້ຈັດງານມະໂຫລານ ແຟຊັນ ແລະ ວັດທະນະທຳລາວ (Lao Fashion and Culture Festival) ເພື່ອປະກອບສ່ວນ ເຂົ້າໃນການສະເຫລີມສະຫລອງ ຄົບຮອບ 70 ປີ ແຫ່ງສາຍພົວພັນ ທາງການທູດລະຫວ່າງ ລາວ-ຍີ່ປຸ່ນ, ພ້ອມທັງເປັນການຊຸກຍູ້ສົ່ງເສີມໃຫຜະລິດຕະພັນແຜ່ນແພລາວ ໃຫ້ສາ ມາດກ້າວເຂົ້າສູ່ຕະຫລາດສາກົນ ນັບມື້ນັບຫລາຍຂຶ້ນ.

ads
ads

Top