ຂປລ
ລັດຖະມົນຕີ ການຕ່າງປະເທດ ຂອງ ບັນດາປະເທດ ອາຊຽນ ໄດ້ອອກຖະແຫລງການຮ່ວມ ໂດຍສະແດງຄວາມວິຕົກກັງວົນ ຢ່າງເລິກເຊິ່ງ ຕໍ່ສະພາບການ ປະທະກັນ ຢູ່ ຕາເວັນອອກກາງ ທີ່ພວມເຄັ່ງຕຶງຂຶ້ນ.
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ວັນທີ 04 ມີນາ, ລັດຖະມົນຕີ ການຕ່າງປະເທດ ຂອງ ບັນດາປະເທດ ອາຊຽນ ໄດ້ອອກຖະແຫລງການຮ່ວມ ໂດຍສະແດງຄວາມ ວິຕົກກັງວົນ ຢ່າງເລິກເຊິ່ງ ຕໍ່ສະພາບການ ປະທະກັນ ຢູ່ ຕາເວັນອອກກາງ ທີ່ພວມເຄັ່ງຕຶງຂຶ້ນ.
ຖະແຫລງການ ຂອງ ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ໄດ້ສະແດງຄວາມເສຍໃຈ ກ່ຽວກັບ ບັນດາ ການຜັນແປໃນປະຈຸບັນ ໃນສະພາບການ ທີ່ຄວາມມານະ ພະຍາຍາມ ທາງການທູດ ພວມດຳເນີນໄປ. ອາຊຽນ ໄດ້ເນັ້ນໜັກເຖິງ ຄວາມສຳຄັນ ຂອງ ເລື່ອງຢຸດຕິ ບັນດາ ການກະທຳ ທີ່ ເປັນປໍລະປັກ ໃນທັນທີ, ພ້ອມທັງ ຮຽກຮ້ອງໃຫ້ ບັນດາຝ່າຍ ທີ່ກ່ຽວຂ້ອງ ຈົ່ງລະງັບໃຈ ຢ່າງສຸດຂີດ, ຫລີກລ່ຽງ ທຸກການກະທຳ ທີ່ ອາດຈະເຮັດໃຫ້ ສະພາບການ ຮ້າຍແຮງ ຂຶ້ນຕື່ມ ແລະ ແກ້ໄຂ ບັນດາ ຄວາມແຕກໂຕນກັນ ຜ່ານທາງ ການທູດ ແລະ ການເຈລະຈາ ເພື່ອຜົນປະໂຫຍດ ຂອງ ການຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຢູ່ພາກພື້ນ.
ອາຊຽນ ກໍຢືນຢັນຄືນ ພັນທະ ຂອງ ທຸກປະເທດ ໃນການແກ້ໄຂ ບັນດາ ຄວາມແຕກໂຕນກັນ ດ້ວຍສັນຕິວິທີ ແລະ ເຄົາລົບ ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງ ທຸກໆປະເທດ ເພື່ອສອດຄ່ອງກັບ ກົດໝາຍ ສາກົນ. ນອກຈາກນັ້ນ, ອາຊຽນ ກໍຢືນຢັນ ຄືນໃໝ່ ຄຳໝັ້ນ ສັນຍາລວມ ໃນການ ສະໜອງ ການໜູນຊ່ວຍ ໂດຍດ່ວນ ໃຫ້ແກ່ພົນລະເມືອງ ອາຊຽນ, ພິເສດແມ່ນ ໃນຈຸດເວລານີ້./
KPL