ອິນເດຍ-ບຣາຊິນ ລົງນາມຂໍ້ຕົກລົງການຮ່ວມມືດ້ານບໍ່ແຮ່-ແຮ່ທາດ

27/02/2026 08:31
ຂປລ ອິນເດຍ ແລະ ບຣາຊິນ ປະກາດລົງນາມຂໍ້ຕົກລົງ ຮ່ວມມືດ້ານບໍ່ແຮ່ ແລະ ແຮ່ທາດ ເພື່ອຍົກລະດັບ ຄວາມສຳພັນທາງການຄ້າ ແລະ ຮັບຮອງຄວາມຕ້ອງການຫລັກ ພາຍໃນປະເທດທີ່ເພີ່ມຂຶ້ນ.

ຂປລ.ສຳນັກຂ່າວ ອິນໂຟເຄວສ ລາຍງານວ່າ: ອິນເດຍ ແລະ ບຣາຊິນ ປະກາດລົງນາມຂໍ້ຕົກລົງ ຮ່ວມມືດ້ານບໍ່ແຮ່ ແລະ ແຮ່ທາດ ເພື່ອຍົກລະດັບ ຄວາມສຳພັນທາງການຄ້າ ແລະ ຮັບຮອງຄວາມຕ້ອງການຫລັກ ພາຍໃນປະເທດທີ່ເພີ່ມຂຶ້ນ.

ຂໍ້ຕົກລົງດັ່ງກ່າວ ລົງນາມໂດຍ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີ ອິນເດຍ ແລະ ປະທານາທິບໍດີ ລູອິສ ອີນາຊີໂອ ລູລາ ດາຊີລວາ ຂອງບຣາຊິນ ຊຶ່ງພວມຢູ່ໃນລະຫວ່າງ ການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ 3 ວັນ.

ທ່ານ ນະເຣນທຣາ ໂມດີ ກ່າວວ່າ: ການຮ່ວມມືໃນຄັ້ງນີ້ ຈະຊ່ວຍໃຫ້ ອິນເດຍສາມາດ ເຂົ້າເຖິງ ແຮ່ເຫລັກ ແລະ ແຮ່ສຳຄັນຕໍ່ການຜະລິດເຫລັກ ໄດ້ຫລາຍຂຶ້ນ, ເນື່ອງຈາກ ບຣາຊິນ ເປັນໜຶ່ງໃນຜູ້ຜະລິດ ແຮ່ເຫລັກລາຍໃຫຍ່ຂອງໂລກ ແລະ ມີຊັບພະຍາກອນ ແຮ່ສຳຮອງຢ່າງຫລວງຫລາຍ ເພື່ອຈະຊຸກຍູ້ ການຂະຫຍາຍກຳລັງ ການຜະລິດ ແລະ ການເຕີບໂຕ  ໄລຍະຍາວຂອງ ອຸດສາຫະກຳເຫລັກ ອິນເດຍ.

ນອກນີ້ ທັງສອງປະເດທ ຍັງກຽມສົ່ງເສີມ ການລົງທຶນ ໃນກິດຈະກຳສຳຫລວດ ການເຮັດບໍ່ແຮ່ ແລະ ພື້ນຖານໂຄງລ່າງໃນພາກ ອຸດສາຫະກຳເຫລັກ, ຂະນະທີ່ ອິນເດຍ ເລັ່ງເພີ່ມກຳລັງ ການຜະລິດເພື່ອຮອງຮັບ ຄວາມຕ້ອງການຈາກ ການພັດທະນາ ພື້ນຖານໂຄງລ່າງ ແລະ ພາກອຸດສາຫະກຳ./.

KPL

ຂ່າວອື່ນໆ

ads
ads

Top