ຂປລ
ອຳນາດການປົກຄອງປະທານາທິບໍດີ ສ.ອາເມລິກາ ຂອງທ່ານ ໂດນັນ ທຣຳ ຈະຍົກເລີກທຸກໂຄງ ການຊ່ວຍ ເຫລືອມະນຸດສະທຳໃຫ້ແກ່ 7 ປະເທດ ອາຟຣິກາ, ລວມມີ:ບວກກິນາຟາໂຊ, ກາເມີຣູນ, ມາລາວີ, ມາລີ, ນິເຊ, ໂຊມາລີແລະ ຊິມບຳເວ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ອຳນາດການປົກຄອງປະທານາທິບໍດີ ສ.ອາເມລິກາ ຂອງທ່ານ ໂດນັນ ທຣຳ ຈະຍົກເລີກທຸກໂຄງການຊ່ວຍເຫລືອມະນຸດສະທຳໃຫ້ແກ່ 7 ປະເທດ ອາຟຣິກາ, ລວມມີ:ບວກກິນາຟາໂຊ, ກາເມີຣູນ, ມາລາວີ, ມາລີ, ນິເຊ, ໂຊມາລີແລະ ຊິມບຳເວ.
ສຳລັບ ອາຟະການິດສະຖານ ແລະ ເຢເມນ, ອຳນາດການປົກຄອງ ສ.ອາເມລິກາອ້າງເຫດຜົນຄວາມສ່ຽງທີ່ວ່າແຫລ່ງອຸປະຖຳຖືກບັນດາອົງການກໍ່ການຮ້າຍສວຍໃຊ້, ເຫດຜົນທີ່ໄດ້ຍົກອອກມາໃນຄັ້ງນີ້ແມ່ນ “ບໍ່ມີສ່ວນກ່ຽວຂ້ອງຢ່າງພຽງພໍລະຫວ່າງການເຄື່ອນໄຫວຊ່ວຍເຫລືອມະນຸດສະທຳ ແລະຜົນປະໂຫຍດແຫ່ງຊາດຂອງ ສ.ອາເມລິກາ”.
ໃນນັ້ນ ມີເອທີໂອປີ, ຊູດານ ແລະ ກົງໂກ, ຈະສືບຕໍ່ໄດ້ຮັບການຊ່ວຍເຫລືອຕາມກົນໄກທີ່ຫາກໍ່ໄດ້ສ້າງຂຶ້ນຄືນໃໝ່ກັບສປຊ./.
KPL