ຂປລ
ຂປລ. ຢາພື້ນເມືອງ ເປັນຢາ ທາງເລືອກທີ່ຢູ່ຄູ່ກັບວິຖີຊີວິດຄົນ ລາວມາແຕ່ດັ້ງເດີມ, ໃນອະດີດປະ ຊາຊົນສ່ວນໃຫຍ່ໄດ້ອາໃສຢາພື້ນ ເມືອງໃນການປິ່ນປົວພະຍາດຕ່າງໆ ໂດຍຢາບາງຊະນິດສາມາດປິ່ນປົວໃຫ້ຫາຍຂາດ ແລະ ບາງຊະນິດ ຊ່ວຍບັນເທົາອາການເຈັບປວດໄດ້ ເປັນຢ່າງດີ.

ຂປລ. ຢາພື້ນເມືອງ ເປັນຢາ
ທາງເລືອກທີ່ຢູ່ຄູ່ກັບວິຖີຊີວິດຄົນ
ລາວມາແຕ່ດັ້ງເດີມ, ໃນອະດີດປະ
ຊາຊົນສ່ວນໃຫຍ່ໄດ້ອາໃສຢາພື້ນ
ເມືອງໃນການປິ່ນປົວພະຍາດຕ່າງໆ
ໂດຍຢາບາງຊະນິດສາມາດປິ່ນປົວໃຫ້ຫາຍຂາດ ແລະ ບາງຊະນິດ
ຊ່ວຍບັນເທົາອາການເຈັບປວດໄດ້
ເປັນຢ່າງດີ. ໃນປັດຈຸບັນ ການແພດ
ຂອງລາວໄດ້ມີການພັດທະນາຂຶ້ນ
ຢ່າງຕໍ່ເນື່ອງ ເຮັດໃຫ້ຢາພື້ນເມືອງ
ຖືກນຳມາວິເຄາະ ແລະ ວິໄຈ
ຢ່າງເປັນລະບົບ ຈົນໄດ້ຮັບການ
ຍອມຮັບທັງພາຍໃນ ແລະ ຕ່າງ
ປະເທດ.ນາງ ວິໄລພອນ ຂັດຕິຍະລາດ
ວິຊາການໆຕະຫລາດຢາພື້ນເມືອງ
ພູເຂົາຄວາຍ ແຂວງບໍລິຄໍາໄຊ ໄດ້
ໃຫ້ສຳພາດໃນໂອກາດເຂົ້າຮ່ວມ
ເທດສະການອາຫານລາວ ປະຈຳປີ
2026 ທີ່ຜ່ານມາວ່າ: ຕົນເອງ
ຮູ້ສຶກດີໃຈຫລາຍທີ່ໄດ້ນຳເອົາ
ຜະລິດຕະພັນຢາພື້ນເມືອງພູເຂົາ
ຄວາຍ ມາວາງສະແດງ ແລະ ຈຳ
ໜ່າຍໃນງານຄັ້ງນີ້ ເພາະຈະເຮັດ
ໃຫ້ສັງຄົມຮັບຮູ້ຜະລິດຕະພັນຫລາຍ
ຂຶ້ນ,

ຜູ້ປະກອບການກໍມີໂອກາດໄດ້
ແລກປ່ຽນຄວາມຄິດເຫັນກ່ຽວກັບ
ທຸລະກິດນຳກັນ ໂດຍຕົນເອງເປັນ
ຕົວແທນຂອງ ອາຈານ ຄຳພັນ
ໄຊຍະປັນຍາ ຜູ້ຄົ້ນຄິດຜະລິດ ແລະ
ຈຳໜ່າຍຢາພື້ນເມືອງພູເຂົາຄວາຍ
ຊຶ່ງໄດ້ເລີ່ມຜະລິດມາຕັ້ງແຕ່ປີ
2007 ເປັນຕົ້ນມາ, ໄດ້ຮັບມາດ
ຕະຖານ OTOP ໃນປີ 2015
ແລະ ໄດ້ຮັບລາງວັນ 3 ດາວ ໃນປີ
2024 ການຜະລິດຢາທຸກຂັ້ນຕອນ
ໄດ້ຄຳນຶງເຖິງມາດຕະຖານຂອງ
ອົງການອາຫານ ແລະ ຢາ (ອຢ)
ເປັນຫລັກ ເພື່ອສ້າງຄວາມໝັ້ນ
ໃຈໃຫ້ແກ່ຜູ້ບໍລິໂພກ ແລະ ຢືນຢັນ
ຄຸນນະພາບຂອງຜະລິດຕະພັນ,
ປັດຈຸບັນ ຢາພື້ນເມືອງພູເຂົາຄວາຍ
ມີຜະລິດຕະພັນກວ່າ 50 ຊະນິດ
ຊຶ່ງວັດຖຸດິບສ່ວນໃຫຍ່ນຳມາຈາກສວນຢາທ້ອງຖິ່ນ ຢູ່ບ້ານໂພນສະ
ຫວັນ ເມືອງບໍລິຄໍາໄຊ ແຂວງບໍ
ລິຄໍາໄຊ. ສຳລັບການເຂົ້າຮ່ວມ
ງານເທສະການອາຫານລາວຄັ້ງ
ນີ້ ເປັນຄັ້ງທີ 3 ໂດຍໄດ້ນຳເອົາ
ຜະລິດຕະພັນເດັ່ນໆມາວາງຈຳ
ໜ່າຍ ເຊັ່ນ: ຢາດີກະເພາະກະທຽມ
ດຳດອງນ້ຳເຜິ້ງ, ຢາດົມ ແລະ ຢາ
ທາສະໝຸນໄພຫລາຍຊະນິດ.
ນາງ ວິໄລພອນ ເວົ້າເສີມວ່າ:
ອາຊີບຜະລິດຢາພື້ນເມືອງ ຍັງເປັນ
ສິ່ງທີ່ທ້າທາຍຫລາຍໃນບ້ານເຮົາ
ຍ້ອນສັງຄົມຍັງບໍ່ຍອມຮັບ ຫລື ເປີດ
ໃຈໃຊ້ບໍ່ຫລາຍເທົ່າທີ່ຄວນ, ແຕ່ກໍບໍ່
ເຄີຍທໍ້ຕໍ່ອຸປະສັກຕ່າງໆໃນທຸກໆປີ
ຈະມີການປັບປຸງ ແລະ ພັດທະນາ
ຜະລິດຕະພັນໃໝ່ໆເພີ່ມ ເພື່ອຕອບ
ໂຈດແກ່ສັງຄົມ

ໂດຍຢຶດຫລັກທີ່ວ່າ:
“ສູ່ຊົນ, ອົດທົນ, ພັດທະນາ ຈຶ່ງສໍາ
ເລັດ” ສິ່ງສໍາຄັນອີກຢ່າງທີ່ໃສ່ໃຈ
ໃນການບໍລິຫານ ແລະ ດໍາລົງຊີວິດ
ນັ້ນ ກໍຄື ຄໍາວ່າ: “ຄົນເຮົາເຮັດດີກໍຈະ
ໄດ້ດີ”. ສະນັ້ນ, ຈຶ່ງຢາກໃຫ້ສັງຄົມ
ຫັນມານໍາໃຊ້ສິນຄ້າລາວໃຫ້ຫລາຍ
ຂຶ້ນເພື່ອເປັນການຊຸກຍູ້ສົ່ງເສີມຜູ້
ປະກອບການໃຫ້ຜະລິດສິນຄ້າທີ່ມີ
ຄຸນນະພາບຮັບໃຊ້ສັງຄົມຕະຫລອດ
ໄປ. ເອົາເປັນວ່າ, ຜູ້ທີ່ສົນໃຈສາ
ມາດຫາຊື້ຜະລິດຕະພັນໄດ້ທີ່ຮ້ານດີ
ໝາກ, ກ໋ອກກ໋ອກໝາກທຸກສາຂາ
ຫລື ຕິດຕໍ່ໄດ້ໂດຍກົງທີ່ບ້ານໂພນ
ສະຫວັນ ເມືອງບໍລິຄໍາໄຊ ແຂວງ
ບໍລິຄໍາໄຊ ເບີ 020 5557 2407
KPL