ສ.ອາມາລິກາ ກ່າວເຕືອນບັນດາຄູ່ຮ່ວມມື ດ້ານການຄ້າພາຍຫລັງສານສູງສຸດອອກຄຳຕັດສິນ

25/02/2026 23:42
ຂປລ ບົດຂຽນ ທີ່ ລົງທາງສື່ສັງຄົມ Truth Social, ເມື່ອວັນທີ 23 ກຸມພາ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາມາລິກາ ກ່າວເຕືອນວ່າ ບໍ່ວ່າ ປະເທດໃດ ຊອກຫາວິທີ ຄັດຄ້ານ ພາຍຫລັງສານສູງສຸດ ອອກຄຳຕັດສິນ ສຳຄັນ ກ່ຽວກັບ ພາສີອາກອນ ຈະຕ້ອງປະເຊີນໜ້າກັບ ອັດຕາພາສີ ສູງກ່ວາ.

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ບົດຂຽນ ທີ່ ລົງທາງສື່ສັງຄົມ Truth Social,  ເມື່ອວັນທີ 23 ກຸມພາ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາມາລິກາ ກ່າວເຕືອນວ່າ ບໍ່ວ່າ ປະເທດໃດ ຊອກຫາວິທີ ຄັດຄ້ານ ພາຍຫລັງສານສູງສຸດ ອອກຄຳຕັດສິນ ສຳຄັນ ກ່ຽວກັບ ພາສີອາກອນ ຈະຕ້ອງປະເຊີນໜ້າກັບ ອັດຕາພາສີ ສູງກ່ວາ.

ກ່ອນໜ້ານັ້ນ, ຄຳຕັດສິນຂອງສານສູງສຸດ ສ.ອາເມລິກາ ຖືວ່າ: ບັນດາ ອັດຕາ ພາສີ ທີ່ ທ່ານ ໂດນັນ ທຣຳ ຈັດວາງ ເມື່ອປີ 2025 ອີງຕາມ ກົດໝາຍ ວ່າດ້ວຍ ສະພາການສຸກເສີນ ແຫ່ງຊາດ ແມ່ນຜິດກົດໝາຍ. ຄຳຖະແຫລງ ຂອງທ່ານ ໂດນັນ ທຣຳ ໄດ້ຍົກອອກມາ ໃນສະພາບການ ທີ່ ທຳນຽບຂາວ ພວມຊອກຫາ ບັນດາ ພື້ນຖານ ດ້ານນິຕິກຳອື່ນ ເພື່ອສືບຕໍ່ ຮັກສາ ຫລື ເພີ່ມກຳລັງ ຊຸກຍູ້ ດ້ານການຄ້າແລະ ອື່ນໆ. ສະນັ້ນ ໃນເວລາ ລໍຖ້າ, ອຳນາດ ການປົກຄອງ ຂອງ ທ່ານ ໂດນັນ ທຣຳ ໄດ້ຈັດວາງ ອັດຕາ ພາສີ ຊົ່ວຄາວແມ່ນ 15% ສຳລັບ ສິນຄ້າ ນຳເຂົ້າ ສ.ອາເມລິກາ ແລະ ມີຜົນບັງຄັບໃຊ້ ເປັນເວລາ 150 ວັນ.

       ໃນຂະນະນັ້ນ, ທ່ານ Mike Johnson  ປະທານ ສະພາຕ່ຳ ສ.ອາເມລິກາ ໃຫ້ຮູ້ວ່າ: ສະພາ ແຫ່ງຊາດ ຍາກທີ່ຈະຮັບຮອງເອົາ ບໍ່ວ່າ ຮ່າງກົດໝາຍ ສະບັບໃດ ເພື່ອເຮັດໃຫ້ ລາຍການ ພາສີ ອາກອນ ຂອງ ທ່ານ ໂດນັນ ທຣຳ ຖືກຕ້ອງຕາມກົດໝາຍ. ທ່ານ Mike Johnson ລະບຸວ່າ ເລື່ອງຄວາມເຫັນດີເຫັນພ້ອມ ໃນສະພາແຫ່ງຊາດ ກ່ຽວກັບ ບໍ່ວ່າທິດເດີນຕໍ່ໄປໃດໆ ຂອງ ບັນຫາພາສີອາກອນ ຈະແມ່ນສິ່ງທ້າທາຍ ແລະ ການສະແດງ ຄວາມສົງໃສ ຕໍ່ຄວາມສາມາດນຳບັນຫາ ພາສີ ອາກອນ ເຂົ້າຮ່າງກົດໝາຍ ສະບັບໜຶ່ງ ຕາມຂັ້ນຕອນ ການປັບປຸງ ງົບປະມານ ຄື ດັ່ງແນວຄວາມຄິດ ຂອງສະມາຊິກ ລັດຖະສະພາພັກ ສາທາລະນະລັດ ຈຳນວນໜຶ່ງ./

KPL

ຂ່າວອື່ນໆ

ads
ads

Top