ຂປລ
ເນື່ອງໃນໂອກາດ ສະເຫລີມສະຫລອງ 50 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ (TAC) (24.02.1976-24.02.2026), ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ໄດ້ອອກ ຖະແຫລງການ ໂດຍເນັ້ນໜັກເຖິງ ຄວາມສຳຄັນ ແລະ ລັກສະນະ ເໝາະສົມ ຂອງ ສົນທິສັນຍາ
ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເນື່ອງໃນໂອກາດ ສະເຫລີມສະຫລອງ 50 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ອາຊີຕາເວັນອອກສ່ຽງໃຕ້ (TAC) (24.02.1976-24.02.2026), ບັນດາລັດຖະມົນຕີ ການຕ່າງປະເທດ ອາຊຽນ ໄດ້ອອກ ຖະແຫລງການ ໂດຍເນັ້ນໜັກເຖິງ ຄວາມສຳຄັນ ແລະ ລັກສະນະ ເໝາະສົມ ຂອງສົນທິສັນຍາ ຄື ດັ່ງເປັນຫລັກ ແຫ່ງການປະພຶດ ພື້ນຖານ ໃຫ້ແກ່ ສາຍພົວພັນ ລະຫວ່າງ ບັນດາປະເທດ ໃນພາກພື້ນ ແລະ ແມ່ນພື້ນຖານ ຂອງ ສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນ.
ອາຊຽນ ໄດ້ຢັ້ງຢືນຄືນ ກ່ຽວກັບ ຄຳໝັ້ນ ສັນຍາ ເພີ່ມທະວີ ຄວາມໄວ້ເນື້ອ ເຊື່ອໃຈ ແລະ ຄວາມໄວ້ວາງໃຈ ເຊິ່ງກັນ ແລະ ກັນ, ຊຸກຍູ້ ການເຈລະຈາ ແລະ ການຮ່ວມມື ໃນສາຍພົວພັນ ລະຫວ່າງ ບັນດາ ປະເທດ ເພື່ອໃຫ້ສອດຄ່ອງກັບ ບັນດາ ຫລັກການ ພື້ນຖານ ຂອງ ສົນທິ ສັນຍາເຊັ່ນ: ເຄົາລົບ ເຊິ່ງກັນ ແລະ ກັນ ກ່ຽວກັບ ເອກະລາດ, ອະທິປະໄຕ, ຄວາມສະເໝີພາບ, ຜືນແຜ່ນດິນ ອັນຄົບຖ້ວນ ແລະ ສີສັນຊາດ; ສິດຂອງ ແຕ່ລະປະເທດ ທີ່ ພວມມີຢູ່ ເຊິ່ງບໍ່ມີ ການແຊກແຊງ, ຫລື ການບັງຄັບ ຈາກພາຍນອກ; ບໍ່ແຊກແຊງ ເຂົ້າວຽກງານ ພາຍໃນຂອງກັນ; ແກ້ໄຂບັນດາ ຄວາມແຕກໂຕນກັນ ຫລື ການແກ້ງແຍ້ງ ໂດຍສັນຕິວິທີ; ບໍ່ນາບຂູ່ ຫລື ນຳໃຊ້ກຳລັງ ປະກອບອາວຸດ ແລະ ບັນດາຝ່າຍມີການຮ່ວມມື ຢ່າງມີປະສິດທິຜົນ.
ບັນດາ ຫລັກການ ດັ່ງກ່າວ ຈະສືບຕໍ່ ແນະນຳ ອາຊຽນ ສ້າງປະຊາຄົມ ອາຊຽນ ທີ່ ໝັ້ນຄົງເຂັ້ມແຂງ, ປ່ຽນແປງ ໃໝ່, ຂະຫຍັນ ຂັບເຄື່ອນ ແລະ ຖືຄົນເປັນໃຈກາງ, ຄືດັ່ງໄດ້ ຫັນເປັນ ລະອຽດ ໃນວິໄສທັດ ປະຊາຄົມ ອາຊຽນ ຮອດປີ 2045. /
KPL